ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ຢູ່ລາວ

Oct 22, 2024

ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ຢູ່ລາວ
ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນ ນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະ ນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່ ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ປ່ຽນແທນ ທ່ານ ນາງ ໂຊໂນມິ ທະນະກະ ທີ່ໄດ້ຈົບວາລະການປະຕິບັດໜ້າທີ່ ໃນວັນທີ 18 ຕຸລາ 2024 ທີ່ຜ່ານມາ. ທັງນີ້, ກໍເພື່ອແນະນຳຕົວ ແລະ ຍື່ນສານແຕ່ງຕັ້ງໃຫ້ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອດຳລົງຕໍາແໜ່ງເປັນຜູ້ອຳນວຍການ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ທ່ານ ນາງ ແຊນນີ ແຄມເບວ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງ ທະນາ ຄານພັດທະນາອາຊີ ທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ. ຫວັງຢ່າງຍິ່ງວ່າ ພາຍໃຕ້ການນຳພາຂອງ ທ່ານ ນາງ ແຊນນີ ແຄມເບວ ທະນາຄານພັດທະນາອາຊີ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ກໍຄື ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຢູ່ ສປປ ລາວ ໃນອະນາຄົດ, ພ້ອມທັງ ອວຍພອນໃຫ້ ທ່ານ ນາງ ແຊນນີ ແຄມເບວ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ ຕະຫລອດໄລຍະການປະຕິບັດໜ້າທີ່ ຢູ່ ສປປ ລາວ.
ທ່ານ ແຊນນີ ແຄມເບວ ເຄີຍດຳລົງຕໍາແໜ່ງເປັນຜູ້ອຳນວຍການ ຫ້ອງການທະ ນາຄານພັດທະນາອາຊີ ປະຈຳ ຕັດຈິກກິດສະຖານ ກ່ອນຖືກແຕ່ງຕັ້ງມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ມີໄລຍະການປະຕິບັດໜ້າທີຢູ່ ສປປ ລາວ ເປັນເວລາ 3 ປີ ນັບແຕ່ເດືອນຕຸລາ 2024 ຈົນເຖິງ 2027.