ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ຮັບສະໝັກເລືອກຕັ້ງເຂດທີ 4 ແຂວງອຸດົມໄຊ ເຄື່ອນໄຫວພົບປະ ຜູ້ມີສິດເລືອກຕັ້ງ ພາຍໃນເທສະບານແຂວງ

Feb 6, 2026

‎ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງເມືອງໄຊ ເຄື່ອນໄຫວພົບປະ ຜູ້ມີສິດເລືອກຕັ້ງ ພາຍໃນເທສະບານແຂວງອຸດົມໄຊ ໃນວັນທີ 5 ກຸມພາ 2026 ທີ່ສະໂມສອນແຂວງ ເພື່ອແນະນຳຕົນເອງ ໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ.
May be an image of text that says 'ดุกสุมลับแ2วง ខូណហំ V ปะจาเข ถิ้ง ถ้ำวับ' May be an image of text that says '၂၂၆၄ มพ2026 บพา 2026 4'
ການລົງເຄື່ອນໄຫວ ຂອງ ສສຊ ແລະ ສສຂ ຄັ້ງນີ້ ມີທັງໝົດ 11 ທ່ານ ຍິງ 4 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງ ເມືອງໄຊ ມີ 7 ທ່ານ ຍິງ 3 ທ່ານ, ການລົງສະເໜີ ແລະ ພົບປະ ຜູ້ມີສິດເລືອກຕັ້ງ ເປັນການຈັດຕັ້ງປະຕິບັດຕາມ ມາດຕາ 18 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງ ມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດຕາມລະບຽບກົດໝາຍ. ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ຜົນການເລືອກຕັ້ງ, ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນ ປະຕິບັດສິດ ອຳນາດ ຂອງປະຊາຊົນ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
May be an image of text May be an image of one or more people and text
ພ້ອມນີ້, ກໍເພື່ອສ້າງໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພົບປະ ແລະ ແລກປ່ຽນຄໍາເຫັນ ເຊິ່ງກັນ ແລະ ກັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າ ເປັນຜູ້ທີ່ເໝາະສົມກວ່າໝູ່ ເປັນຕົວແທນຂອງຕົນ ຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ແນໃສ່ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ພິຈາລະນາຢ່າງຖີ່ຖ້ວນ ເພື່ອຄັດເລືອກເອົາຕົວແທນ ທີ່ມີຄວາມຮູ້, ຄວາມສາມາດ ແລະ ຮັກຊາດ ຮັກປະຊາຊົນ ຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ໃນສະພາ.
ຂ່າວ: ຂປລ