ຕອນບ່າຍວັນທີ່ 6 ກຸມພາ 2026 ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງວຽງໄຊ ແຂວງຫົວພັນ ໄດ້ລົງໂຄສະນະຫາສຽງຢູ່ຈຸດເທດສະບານເມືອງວຽງໄຊ ນໍາໂດຍ ທ່ານ ພຸດພັນ ແກ້ວວົງໄຊ ກໍາມະການສູນກາງພັກ ເລຂາພັກແຂວງຫົວພັນ, ໂດຍໄດ້ຮັບການຕ້ອນຮັບຈາກການນໍາເມືອງວຽງໄຊ, ພະນັກງານລັດຖະກອນ ນາຍ ແລະ ພົນທະຫານ, ນາຍ ແລະພົນຕໍາຫຼວດ ຕະຫຼອດຮອດນັກຮຽນ ດ້ວຍຄວາມອົບອຸ່ນ.

ພິທີໂຄສະນາຫາສຽງ ຈັດຂື້ນຢູ່ທີ່ ສະໂມສອນຂອງເມືອງວຽງໄຊ 8 ມີຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 10 ທ່ານ, ຍິງ 04 ທ່ານ, ເລືອກເອົາ 07 ທ່ານ ,ຜູ້ສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 70 ທ່ານ, ຍິງ 19 ທ່ານ ເລືອກເອົາ 50 ທ່ານ,ຈາກນັ້ນ ບັນດາຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງວຽງໄຊ ໄດ້ພັດປ່ຽນກັນ ສະເໜີຕົວແນະນໍາຕົນເອງໃຫ້ຜູ້ທີ່ມີສິດປ່ອນບັນເລືອກຕັ້ງຮັບຮູ້, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນການ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ, ໃນໂອກາດນີ້ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 10 ໄດ້ເນັ້ກໜັກໃຫ້ຜູ້ທີ່ມີອາຍຸຄົບ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງພ້ອມພຽງຮຽງໜ້າ,ການເລືອກຕັ້ງໃນຄັ້ງນີ້ຈະກາຍເປັນປາງບຸນໃຫຍ່ທີ່ສໍາຄັນຂອງຊາດ ເພາະທຸກຄະແນນສຽງຂອງປະຊາຊົນບັນດາເຜົ່າ ຜູ້ມີສິດເລືອກຕັ້ງ ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການເລືອກຕັ້ງໃນຄັ້ງນີ້. ສະນັ້ນ, ຈົ່ງໃຊ້ສິດຂອງຕົນໄປປ່ອນບັດເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ, ມີຄວາມຮູ້, ຄວາມສາມາດ, ຄົບມາດຕະຖານເງື່ອນໄຂ, ເພື່ອເຂົ້າເປັນຕົວແທນຂອງຕົນເຂົ້ານັ່ງໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາຄໍາຄິດເຫັນ, ຂໍ້ຂ້ອງໃຈຂອງປະຊາຊົນບັນດາເຜົ່າ ເຂົ້າໄປພິຈາລະນາແກ້ໄຂໃຫ້ມີຄວາມສອດຄ່ອງ ແລະ ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ລົງຄະແນນສຽງເລືອກຕັ້ງໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງຮ້ອຍສ່ວນຮ້ອຍ, ຮັບປະກັນບໍ່ໃຫ້ມີບັດຕາຍ, ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນກໍານົດເວລາຮ້ອຍສ່ວນຮ້ອຍ, ຮ່ວມແຮງຮ່ວມໃຈ ພ້ອມກັນໄປປ່ອນບັດຢູ່ໜ່ວຍປ່ອນບັດເລືອກຕັ້ງ ຫຼື ໜ່ວຍເລືອກຕັ້ງໃກ້ບ້ານທ່ານ ໃນວັນທີ 22 ກຸມພາ 2026 ນີ້.


