ວັນທີ 22 ຕຸລາ ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນໍາພາບັນດາຜູ້ແທນທີ່ຫາກໍສໍາເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະ ດົກໂລກ.
ຄະນະຜູ້ແທນໄດ້ຢ້ຽມຊົມບັນດາປູສະນີຍະສະຖານ ທີ່ມີປະຫວັດອັນຍາວນານ ແລະ ເປັນທີ່ຮູ້ຈັກກັນດີເຊັ່ນ: ວັດຊຽງທອງ ຊຶ່ງເປັນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຂອງຫຼວງພະບາງ, ຄັ້ງໜຶ່ງໃນອະດີດແມ່ນວັດຫຼວງປະຈຳລາຊະວົງ ລ້ານຊ້າງ, ລາຊະ ວົງຫຼວງພະບາງ ແລະ ລາຊະວົງລາວ, ສ້າງຂຶ້ນປະມານປີ ຄ.ສ 1560 ໂດຍສົມເດັດພະເຈົ້າໄຊຍະເຊດຖາທິລາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ, ຕັ້ງຢູ່ໃກ້ແມ່ ນໍ້າຂອງ ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງ ພາກເໜືອທີ່ງົດງາມຫຼາຍ ຈົນຖືກຂະໜານນາມວ່າ “ອັນຍະມະນີຂອງສິລະປະລ້ານຊ້າງ”.
ຄະນະຜູ້ແທນຍັງໄດ້ຢ້ຽມຊົມຫໍພະບາງ, ຫໍພິພິທະພັນຫຼວງພະບາງ ຫຼື ພະລາຊະວັງເກົ່າ ແລະ ສະຖານທີ່ທ່ອງທ່ຽວ ທໍາມະຊາດຕາດກວາງຊີ.
ຂ່າວ: ບຸນເກີດ ວົງໄຊຍາ ສພຊ





