ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ກຸງ ມະນີລາ, ປະເທດຟິລິບປິນ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ອາຊີ-ປາຊີຟິກ ດ້ານວຽກງານຫລຸດຜ່ອນຄວາມສ່ຽງໄພພິບັດ ຈັດຂຶ້ນໃນວັນທີ 14-17 ຕຸລາ 2024 ທີ່ເມືອງມານິລາ, ປະເທດຟິລິປິນ ພາຍໃຕ້ຫົວຂໍ້ “ມຸ່ງເປົ້າໝາຍຮອດ 2030: ເພີ່ມທະວີເລັ່ງລັດການຈັດຕັ້ງປະຕິບັດວຽກງານຫລຸດຜ່ອນຄວາມສ່ຽງໄພພິບັດ ຢູ່ ອາຊີ-ປາຊີຟິກ” ໂດຍມີຈຸດປະສົງເພື່ອໃຫ້ຜູ້ແທນຂັ້ນສູງ ທີ່ຮັບຜິດຊອບວຽກງານຫລຸດຜ່ອນຄວາມສ່ຽງໄພພິບັດ ທັງພາກລັດ, ພາກເອກະຊົນ, ອົງການ ຈັດຕັ້ງສາກົນຕ່າງໆ ຈາກ 40 ປະເທດ ໃນຂົງເຂດອາຊີ-ປາຊີຟິກ ໄດ້ມາພົບປະປຶກສາຫາລື, ແບ່ງປັນບົດຮຽນທີ່ດີ ກ່ຽວກັບການຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ສະເໜີຂໍ້ສະເໜີແນະ ທີ່ດີໆ ເພື່ອຍົກລະດັບການຈັດຕັ້ງປະຕິບັດກອບແຜນປະຕິບັດງານເຊັ່ນໃດ ວ່າດ້ວຍກາລຸດຜ່ອນຄວາມສ່ຽງໄພພິບັດ 2030 ໃຫ້ມີຜົນສໍາເລັດ.
ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກ ສປປ ລາວ ໄດ້ມີຄໍາເຫັນໃນວາລະ ທີ່ບັນດາການນໍາຂັ້ນສູງຈາກປະເທດອາຊີ-ປາຊີຟິກ ຕໍ່ກອງປະຊຸມ ຊຶ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ, ຄວາມໝາຍໝັ້ນ ແລະ ສຸມທຸກຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ພາຍໃຕ້ ຂອບແຜນປະຕິບັດງານເຊັນໃດ ວ່າດ້ວຍ ການຫລຸດຜ່ອນຄວາມສ່ຽງໄພພິບັດ ໄລຍະ 2015-2030 ໂດຍໄດ້ເລັ່ງໃສ່ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ, ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຜ່ານຍຸດທະສາດການຄຸ້ມຄອງຄວາມສ່ຽງໄພພິບັດ ໂດຍຖືເອົາຊຸມຊົນເປັນໃຈກາງ, ເຊື່ອມສານວຽກງານຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ທ້ອງຖິ່ນ, ພະຍາຍາມຈັດສັນງົບປະມານການລົງ ທຶນເຂົ້າໃນການສ້າງຄວາມທົນທານຕໍ່ໄພພິບັດ ຂອງບັນດາໂຄງລ່າງພື້ນຖານ, ການຈັດຕັ້ງປະຕິບັດແຜນງານເຕືອນໄພລ່ວງໜ້າ ເພື່ອທຸກຄົນ ທີ່ສຸມໃສ່ສ້າງຄວາມຮັບຮູ້ໃຫ້ເຫັນໄດ້ຄວາມສ່ຽງ ແລະ ຄວາມອັນຕະລາຍ ຈາກໄພພິບັດ, ການປັບປຸງໂຄງລ່າງ ກ່ຽວກັບການພະຍາກອນເຕືອນໄພ ແລະ ການສົ່ງຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ, ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ຊຸມຊົນ ໃນການກຽມພ້ອມຕອບໂຕ້ສຸກເສີນຕໍ່ໄພພິບັດ ຜ່ານລະບົບເຕືອນໄພລ່ວງໜ້າເພື່ອທຸກຄົນ, ການຫລຸດຜ່ອນຄວາມສ່ຽງໄພພິບັດຜ່ານລະບົບນະໂຍບາຍປົກປ້ອງສັງຄົມ ໂດຍສະເພາະກຸ່ມດ້ອຍໂອກາດ, ຜູ້ທຸກຍາກ, ຄົນພິການ, ຜູ້ອາຍຸສຸງ ຊຶ່ງລ້ວນແຕ່ເປັນການປະກອບສ່ວນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງລັດຖະບານ ທັງສອດຄ່ອງກັບ ວາລະເປົ້າໝາຍການພັດທະນາແບບຍືນ ຮອດປີ 2023, ບັນດານະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງພາກພື້ນ ແລະ ສາກົນ ເພື່ອການຫລຸດຜ່ອນຄວາມສ່ຽງໄພພິບັດ ແນໃສ່ເລັ່ງລັດຈັດຕັ້ງປະຕິບັດ ຂອບແຜນປະຕິບັດງານເຊັນໃດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ ໄລຍະ 2015-2030. ພ້ອມນີ້, ຍັງໄດ້ເຂົ້າຮ່ວມ ສະເໜີບົດຮຽນໃນການປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຫລັງໄພພິບັດ ຢູ່ໃນຫລາຍກອງປະຊຸມຍ່ອຍປີ່ນອ້ອມ ຕື່ມອີກ.
ໃນໂອກາດນີ້, ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າພົບປະ ສອງຝ່າຍ ກັບ ທ່ານ Kamal Kishore ຜູ້ໜາງໜ້າພິເສດ ເລຂາທິການໃຫຍ່ ສປຊ ສໍາລັບ ການຫລຸດຜ່ອນຄວາມສ່ຽງໄພພິບັດ, ຫົວໜ້າ ອົງການ ສປຊ ເພື່ອການຫລຸດຜ່ອນຄວາມສ່ຽງໄພພິບັດ (UNDRR) ເພື່ອແລກປ່ຽນທັດສະນະກ່ຽວກັບການໃຫ້ຄວາມສໍາຄັນຂອງ ລັດຖະບານ ສປປ ລາວ ຕໍ່ກັບວຽກງານໄພພິບັດ ໂດຍໄດ້ກໍານົດ ເປັນໜຶ່ງໃນເປົ້າໝາຍບຸລິມະສິດທີ່ສໍາຄັນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030, ພ້ອມທັງນໍາສະເໜີບັນດາແຜນງານ ແລະ ກິດຈະກໍາ ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ທາງອົງການ ເພື່ອສືບຕໍ່ສະໜັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກວິຊາ ເຂົ້າໃນວຽກງານນີ້ ໃຫ້ນັບມື້ເພີ່ມຂຶ້ນ ແລະ ມີຄວາມເຂັ້ມແຂງກວ່າເກົ່າ.
ຂ່າວ-ພາບ: ຂ່າວສານ ຮສສ





