ຄະນະຜູ້ແທນສະພາແຫ່ງຊາດ ນໍາໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມ ສໍາມະນາການຮ່ວມມືລະຫວ່າງສະພາ ພາກພື້ນອາຊີຕາເວັນອອກສຽງໃຕ້ ກ່ຽວກັບ “ນະໂຍບາຍດິນຟ້າອາກາດ” ໃນວັນທີ 7-8 ພຶດສະພາ 2025 ຢູ່ນະຄອນຫລວງບາງກອກ, ຣາຊະອານາຈັກໄທ ໂດຍການເປັນເຈົ້າພາບຮ່ວມກັນລະຫວ່າງລັດຖະສະພາໄທ, ສູນຄົ້ນຄວ້າລັດຖະສະພາອາຊີ(PCAsia), ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ(APF) ແລະ ອົງການຝຣັ່ງໂກໂຟນີສາກົນ (OIF) ເຊິ່ງມີຄະນະຜູ້ແທນຈາກພາກພື້ນອາຊີຕາ ເວັນອອກສຽງໃຕ້ ຄື: ຣາຊະອານາຈັກໄທ, ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຕົວແທນຈາກ PCAsia, APF ແລະ OIF ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລືກັນ ກ່ຽວກັບບັນດານະໂຍບາຍການສ້າງນິຕິກໍາ ແລະ ກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ໂດຍໄດ້ມີການແລກປ່ຽນບົດຮຽນກັບບັນດາສະມາຊິກລັດຖະສະພາທີ່ມີກົດໝາຍດັ່ງກ່າວ ແລະ ຝຶກຫັດຮ່ວມກັນຮ່າງກົດໝາຍວ່າດ້ວຍດິນຟ້າອາກາດແຫ່ງຊາດໃນອະນາຄົດ ທີ່ຄໍານຶງເຖິງລັກສະນະສະເພາະຂອງພາກພື້ນ ແລະ ທ້ອງຖິ່ນຂອງແຕ່ລະປະເທດ ໂດຍສະເພາະແມ່ນກ່ຽວກັບການຄຸ້ມຄອງ “ອາກາດສະອາດ” ແລະ ເສີມສ້າງຄວາມສາມາດໃນການຮັບມືກັບສະພາບອາກາດທີ່ມີການປ່ຽນແປງ; ພ້ອມດຽວກັນນີ້, ໃນກອງປະຊຸມໂຕະມົນ ກໍຍັງໄດ້ມີການແລກປ່ຽນປະສົບການ ແລະ ປະກອບຄໍາຄິດຄໍາເຫັນຮ່ວມກັນ ທີ່ສະທ້ອນໃຫ້ເຫັນເຖິງບົດຮຽນ ແລະ ການຈັດຕັ້ງປະຕິບັດຂອງລັດຖະສະພາທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ສິ່ງທີ່ປະຕິບັດໄດ້ ແລະ ສິ່ງໃດທີ່ຈຳເປັນຈະຕ້ອງສ້າງເປັນນິຕິກຳ, ຕິດຕາມກວດກາ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຜົນກະທົບທີ່ເປັນອັນຕະລາຍຈາກການປ່ຽນແປງຂອງດິນຟ້າອາກາດ ແນໃສ່ການປະຕິບັດດ້ານດິນຟ້າອາກາດໃນປະເທດຂອງຕົນ ແລະ ພາກພື້ນ ໃຫ້ມີຄວາມເຂັ້ມແຂງເພີ່ມຂຶ້ນ ພ້ອມທັງຮັບຟັງ, ແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການ ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ຮ່ວມກັບບັນດາລັດຖະສະພາປະເທດສະມາຊິກ APF ອີກດ້ວຍ.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ນໍາສະເໜີບົດພາຍໃຕ້ 3 ຫົວຂໍ້ຍ່ອຍສໍາຄັນ: “ປະສົບການທີ່ລັດຖະສະພາໄດ້ດໍາເນີນການໄປແລ້ວ ສິ່ງທີ່ໄດ້ຜົນດີ ແລະ ສິ່ງຈໍາເປັນໃນດ້ານນິຕິກໍາ, ການຕິດຕາມ ແລະ ປູກຈິດສໍານຶກຜົນກະທົບອັນຕະລາຍຈາກການປ່ຽນແປງດິນຟ້າອາກາດ”; “ສົ່ງເສີມການແລກປ່ຽນປະສົບການ ແລະ ການປະຕິບັດທີ່ດີໃນກົດໝາຍດິນຟ້າອາກາດ, ການແບ່ງປັນຂໍ້ມູນ, ສັງລວມໂຄງຮ່າງການຈັດຕັ້ງ ແລະ ການຄຸ້ມຄອງບໍລິຫານດິນຟ້າອາກາດທີ່ມີການປ່ຽນແປງ” ແລະ “ຜົນກະທົບ ແລະ ສິ່ງທ້າທາຍຂອງການປະຕິບັດລັດຖະສະພາ: ນິຕິກຳກ່ຽວກັບດິນຟ້າອາກາດ ແລະ ການກວດກາລັດຖະສະພາ” ເຊິ່ງຄະນະຜູ້ແທນຂອງສະພາແຫ່ງຊາດລາວ ໄດ້ນໍາສະເໜີບົດ, ແລກປ່ຽນຄໍາຄິດຄໍາເຫັນໃນຈຸໜ່ວຍຄົ້ນຄວ້າຢ່າງຕັ້ງໜ້າ ແລະ ກົງໄປກົງມາ ໂດຍໄດ້ເນັ້ນໜັກເຖິງບົດບາດຄວາມສໍາຄັນຂອງສະພາແຫ່ງຊາດ ແລະ ການປະຕິບັດການຕິດຕາມກວດກາວຽກງານຂອງລັດຖະບານຢ່າງໃກ້ຊິດ ເພື່ອເຮັດໃຫ້ການສ້າງນະໂຍບາຍດິນຟ້າອາກາດ, ການອອກກົດໝາຍ ແລະ ນິຕິກໍາຕ່າງໆ ໃນການຄຸ້ມຄອງ ແລະ ສາມາດເອື້ອອໍານວຍໃນການຮັບມື ແລະ ການປະຕິບັດວຽກງານຕົວຈິງ ໃນວຽກງານດິນຟ້າອາກາດ ໃຫ້ໄດ້ຮັບປະສິດທິຜົນຫຼາຍຂຶ້ນ ພ້ອມທັງສາມາດຫຼຸດຜ່ອນຜົນກະທົບຕໍ່ການດໍາລົງຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ.




