ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມໂຕະມົນ AAWC

Aug 1, 2025

‎ ລະຫວ່າງວັນທີ 30-31 ກໍລະກົດ 2025 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ຄຳມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ໃນນາມເປັນສະມາຊິກສະພາທີ່ປຶກສາອົງການ AAWC ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 2 ຂອງສະພາທີ່ປຶກສາເລື່ອງພະຍາກອນອາກາດ ແລະ ນ້ຳ ຂອງສະພາແຫ່ງຊາດບັນດາປະເທດສະມາຊິກອາຊີ (The Asia National Assembly Water Consultative Board Round-Table) ທີ່ຈັດຂຶ້ນຢູ່ນະຄອນຫຼວງບິດຊະເກັກ, ສາທາລະນະລັດກຽກກິດສະຖານ ເຊິ່ງມີບັນດາທ່ານສະມາຊິກສະພາແຫ່ງຊາດປະເທດໃນຂົງເຂດ ເຊັ່ນ: ສ.ເກົາຫຼີ, ກຽກກິດສະຖານ, ກາຊັກສະຖານ, ອຸດສະເບກິດສະຖານ, ເນປານ, ສີລັງກາ, ກຳປູເຈຍ, ມາເລເຊຍ ແລະ ສປປລາວ ເຂົ້າຮ່ວມ.
May be an image of 13 people and text No photo description available.
‎ ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນບັນຫາທີ່ກະທົບ ແລະ ຄວາມຫຍຸ້ງຍາກໃນການນຳໃຊ້ນ້ຳຂອງແຕ່ລະປະເທດ, ຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ການຄຸ້ມຄອງນ້ຳທາງດ້ານກົດໝາຍ ແລະ ນິຕິກຳຕ່າງໆ, ບັນຫາຄຸ້ມຄອງການບໍລິຫານນ້ຳ, ແລກປ່ຽນປະສົບການ ແລະ ວິທີການແກ້ໄຂບັນຫານໍ້າຂອງແຕ່ລະປະເທດ, ການແລກປ່ຽນປະສົບການ, ບັນຫາການຮ່ວມມືລະຫວ່າງປະເທດໃນຂົງເຂດ ເພື່ອການນຳໃຊ້ຊັບພະຍາກອນນໍ້າຮ່ວມກັນ, ການແກ້ໄຂບັນຫາພະຍາກອນອາກາດ ແລະ ບັນຫານ້ຳແບບຍືນຍົງ; ນອກຈາກນັ້ນ, ແຕ່ລະປະເທດກໍໄດ້ສະເໜີໂຄງການທີ່ມີຄວາມຈຳເປັນເພື່ອໃຫ້ສະພາພິຈາລະນາຮັບຮອງເອົາ.
‎ ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ປະກອບຄຳເຫັນກ່ຽວກັບການຄົ້ນຄວ້ານະໂຍບາຍກ່ຽວກັບນ້ຳ, ພາລະບົດບາດ ແລະ ການຊ່ວຍເຫຼືອຂອງອົງການຕ່າງໆຂອງ ສ.ເກົາຫຼີ ໃນປະເທດຕ່າງໆ, ວິທີການບໍລິຫານ ແລະ ນຳໃຊ້ຮ່ວມກັນຂອງພະຍາກອນອາກາດ ແລະ ນ້ຳ, ການແລກປ່ຽນປະສົບການຂອງແຕ່ລະປະເທດ, ການລາຍງານຂອງອົງການຕ່າງໆຂອງ ສ.ເກົາຫຼີ ແລະ ການສະເໜີໂຄງການຂອງແຕ່ລະປະເທດ; ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມໂຄງການການທ່ອງທ່ຽວ ໃນເມືອງ ອີຊຸກ-ກູລ ຕື່ມອີກ.
No photo description available.
ທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”