ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ

Jul 27, 2025

ໃນວັນທີ 24 ກໍລະກົດ 2025 ຜ່ານມາ, ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົົ້າຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວ ແລະ ພາກສ່ວນກ່ຽວຂ້ອງ ຂອງບໍລິສັດ ເບຍລາວ ເຂົ້າຮ່ວມ ແລະ ໄດ້ຢ້ຽມຊົມ ຂະບວນການຜະລິດ ນ້ຳດື່ມ, ຜະລິດເບຍ ແລະ ໄດ້ເຂົ້າໃຈເຖິງທຸລະກິດ ແລະ ບົດບາດຂອງ ບໍລິສັດເບຍລາວ ໃນການຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຜ່ານນະວັດຕະກຳ ແລະ ຄວາມເປັນຜູ້ນຳທີ່ມີຄວາມຮັບຜິດຊອບ.
May be an image of 7 people and text May be an image of drink
May be an image of 6 people May be an image of 14 people and text
ໂອກາດນີ້, ທ່ານ ສິດທິໄຊ ເກດຕະວົງ ໄດ້ຍົກໃຫ້ເຫັນ ບົດບາດ ແລະ ພາບລວມຂອງບໍລິສັດ ເບຍລາວ, ລວມເຖິງຂະບວນການຜະລິດ ແລະ ການສົ່ງເສີມຜະລິດຕະພັນພາຍໃນ ຫລື GDP ຂອງປະເທດ, ຍົກໃຫ້ເຫັນ ລະບົບພະລັງງານສະອາດ, ການສົ່ງເສີມການປູກເຂົ້າແບບຍືນຍົງຂອງບໍລິສັດ ເພື່ອນຳມາເປັນວັດຖຸດິບ ໃນການປຸງແຕ່ງເບຍ ເຊິ່ງຊ່ວຍຍົກລະດັບການປູກເຂົ້າຂອງຊາວນາ ໃນທ້ອງຖິ່ນ ແລະ ການອະນຸລັກສິ່ງແວດລ້ອມ, ພ້ອມທັງ ນໍາສະເໜີແນວທາງການການຍົກລະດັບຜະລິດຕະພັນເບຍລາວ ໃຫ້ໄປສູ່ເວທີໂລກ.
ທ່ານ ດຳໝີ ສິງດວງຈັນ ຜູ້ອຳນວຍການຝ່າຍພົວພັນລັດຖະບານ ແລະ ບໍລິຫານ ບໍລິສັດເບຍລາວ ໄດ້ໃຫ້ຮູ້ວ່າ: ບໍລິສັດເບຍລາວ ມີໂຮງງານຜະລິດ ທັງໝົດ 3 ແຫ່ງ, ປະກອບມີ 5 ກຸ່ມຜະລິດຕະພັນຫລັກ ທີ່ລ້ວນແຕ່ເປັນຜະລິດຕະພັນຊັ້ນນຳ, ມີຊ່ອງທາງການຈັດຈຳໜ່າຍ ທີ່ມີຕົວແທນຈຳໜ່າຍ ຫລາຍກວ່າ 200 ຕົວແທນ ແລະ ລົດຂົນສົ່ງທີ່ພ້ອມກະຈາຍສິນຄ້າ ໃນບັນດາຕົວເມືອງໃຫຍ່ 600 ກວ່າຄັນໃນທຸກໆມື້ ໂດຍມີຕາໜ່າງການຈັດຈຳໜ່າຍທີ່ກວ້າງຂວາງ ຜ່ານໂຄງການສົ່ງເສີມຄູ່ຮ່ວມທຸລະກິດທີ່ແໜ້ນແຟ້ນ ແລະ ມີລະບົບອອນໄລທີ່ທັນສະໄໝ, ພ້ອມລະບົບຈັດສົ່ງ ທີ່ເຂົ້າເຖິງທຸກພື້ນທີ່ຫ່າງໄກ ໃນທົ່ວປະເທດ. ພ້ອມນີ້, ເບຍລາວ ຍັງໄດ້ກາຍເປັນທີ່ນິຍົມໃນຕະຫລາດສາກົນ ດ້ວຍການສົ່ງອອກຫລາຍກວ່າ 14 ລ້ານລິດ, ຜ່ານ 21 ຕົວແທນຈຳໜ່າຍ ໃນ 15 ປະເທດທົ່ວໂລກ ສ້າງລາຍຮັບຫລາຍກວ່າ 13 ລ້ານໂດລາສະຫະລັດ. ພ້ອມນັ້ນ, ບໍລິສັດເບຍລາວ ຍັງໄດ້ເສຍພາສີອາກອນໃຫ້ລັດຖະບານ ຫຼາຍທີ່ສຸດ.
No photo description available. May be an image of text that says 'eerlao O Beerlao Beerlao © Beerlao eerlao Beerlao'
ໃນໄລຍະຜ່ານມາ ບໍລິສັດເບຍລາວ ໄດ້ປະກອບສ່ວນຊຸກຍູ້, ສົ່ງເສີມຊ່ວຍເຫລືອສັງຄົມລາວ ໃນຫລາຍໆດ້ານ ເປັນຕົ້ນ ດ້ານການສຶກສາ, ກິລາ, ສາທາລະນະສຸກ, ແກ້ໄຂຄວາມທຸກຍາກ, ແກ້ໄຂໄພພິບັດຕ່າງໆ, ບຸນປະເພນີ ແລະ ງານສຳຄັນຕ່າງໆ ທີ່ພັກ, ລັດຖະບານ ຈັດຂຶ້ນ.
ຂ່າວ: ທະນູທອງ
ພາບ: ວສລ