ສຳນັກຂ່າວ ຊິນຮວາຂອງ ສປ ຈີນ ລາຍງານເມື່ອວັນທີ 2 ເດືອນ ເມສາ ນີ້, ຍອດຜູ້ໂດຍສານຊາວໄທທີ່ເດີນທາງຜ່ານດ່ານລົດໄຟ ໂມ່ຮານ ຊຶ່ງເປັນເສັ້ນທາງລົດໄຟ ຈີນ-ລາວ ເພີ່ມຂຶ້ນ 7,5 ເທົ່າ, ຫລັງຈາກຈີນ ແລະ ໄທດຳເນີນນະໂຍບາຍຍົກເວັ້ນວິຊ່າ ເຊິ່ງກັນ ແລະ ກັນ ຕັ້ງແຕ່ ວັນທີ 1 ມີນາ ປີ 2024.
ອີງຕາມຂໍ້ມູນສະຖິຕິຂອງສະຖານີຜ່ານດ່ານແຂວງ ຢູນນານ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໃຫ້ຮູ້ວ່າ: ຜູ້ໂດຍສານຊາວໄທ ເດີນທາງຂາເຂົ້າ ໃນເດືອນມີນາ ລວມມີ 2.100 ເທື່ອຄົນ. ໃນນີ້ ຜ່ານດ່ານລົດໄຟ ໂມ່ຮານ ຈຳນວນ 629 ເທື່ອຄົນ, ເພີ່ມຂື້ນ 750% ເມື່ອທຽບກັບເດືອນ ກຸມພາ ຜ່ານມາ.
ນັບແຕ່ ຕົ້ນປີ 2024 ເປັນຕົ້້ນມາ ຜູ້ໂດຍສານຂາເຂົ້າຈາກປະເທດ ທີ 3 ( ຄື: ການຍົກເວັ້ນ ຈີນ ແລະ ລາວ) ຈາກ 67 ປະເທດ ແລະ ພາກພື້ນ ລວມມີ 12.800 ເທື່ອຄົນ. ໃນນັ້ນ ຜູ້ໂດຍສານຊາວໄທ 9.400 ເທື່ອຄົນ , ກວມເອົາ 73,4% ຂອງ ຜູ້ໂດຍສານ ທັງໝົດ. ປັດຈຸບັນ, ຜູ້ໂດຍສານ ຊາວໄທ ເດີນທາງເຂົ້າຈີນ ເພື່ອການທ່ອງທ່ຽວ, ພັກຜ່ອນ , ທາງທຸລະກິດ ແລະ ອື່ນໆ.



