ຕອນແລງວັນທີ 31 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ໂດຍທ່ານແຈ້ງໃຫ້ຮູ້ວ່າ: ກອງປະຊຸມລັດຖະບານຄັ້ງນີ້, ໄຂຂຶ້ນໃນຕອນເຊົ້າ ວັນທີ 30 ແລະ ອັດລົງໃນຕອນເຊົ້າ ວັນທີ 31 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.
ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ຮ່າງແຜນດໍາເນີນງານ ຂອງລັດຖະບານ ຊຸດທີ X (2026-2030); ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X; ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງນາຍົກ-ຮອງນາຍົກລັດຖະມົນຕີ; ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ລົງຊ່ວຍ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ; ບັນຊີໂຄງການລະດັບຊາດ ທີ່ເປັນການລົງທຶນຂອງລັດ; ບັນຊີໂຄງການລະດັບຊາດ ໄລຍະ 05 ປີ (2026-2030) ທີ່ດຶງດູດການລົງທຶນ ຈາກພາກເອກະຊົນ; ແຜນຜັນຂະຫຍາຍ ການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄືການນໍາໃຊ້ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ.
ຜ່ານການພິຈາລະນາບັນດາຫົວຂໍ້ດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນຳໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສອດຄ່ອງກັບນະໂຍບາຍຫຼັກຂອງພັກ ແລະ ລັດຖະບານ ໂດຍສະເພາະມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກົດໝາຍ ແລະ ລະບຽບການທີ່ໄດ້ປະກາດນໍາໃຊ້ແລ້ວ, ທັງແທດເໝາະກັບທ່າແຮງ ແລະ ເງື່ອນໄຂຕົວຈິງຂອງແຕ່ລະຂົງເຂດວຽກງານ-ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ, ຈຳກັດໄດ້ຊ່ອງຫວ່າງການສວຍໂອກາດຕ່າງໆ, ຮັບປະກັນຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງ ນຳເອົາບັນດາຂໍ້ຄົງຄ້າງທີ່ໄດ້ຍົກຂຶ້ນໃນກອງປະຊຸມໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນ ແລະ ໄດ້ຮັບໝາກຜົນເປັນຮູບປະທຳຕົວຈິງ ຢ່າງຈະແຈ້ງ. ສະເພາະການແບ່ງວຽກຂອງນາຍົກ-ຮອງນາຍົກລັດຖະມົນຕີ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບຫ້ອງວ່າການສູນກາງພັກ ເພື່ອໃຫ້ລັດຖະບານ ລາຍງານຂໍທິດຊີ້ນຳຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກຕື່ມອີກ, ພ້ອມດຽວກັນນີ້ ກອງປະຊຸມ ໄດ້ມອບໝາຍໃຫ້ສະມາຊິກລັດຖະບານ ກໍຄື ບັນດາກະຊວງ ແລະ ອົງການທຽບເທົ່າ ຮີບຮ້ອນລົງສົມທົບບັນດາແຂວງ ຕາມທີ່ໄດ້ແບ່ງຄວາມຮັບຜິດຊອບນັ້ນ ເພື່ອປຶກສາຫາລື ແລະ ເຮັດບົດບັນທຶກເປັນອັນລະອຽດ ກ່ຽວກັບກົນໄກເຮັດວຽກຮ່ວມ ລະຫວ່າງ ກະຊວງ-ອົງການປົກຄອງທ້ອງຖິ່ນ, ທ້ອງຖິ່ນ ທີ່ຕົນເອງຮັບຜິດຊອບ.

ສຳລັບແຜນວຽກຈຸດສຸມ 05 ປີ (2026-2030), ລັດຖະບານຊຸດທີ X ຫັນເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫຼາຍເຮັດໜ້ອຍ ຫຼື ບໍ່ເຮັດ; ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫຼື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫຼື ເກີດຜົນທີ່ສາມາດຈັບຕ້ອງໄດ້…”; ລັດຖະບານ ຈະເປັນເຈົ້າການ ແລະ ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກດ້ວຍຄວາມຮັບຜິດຊອບສູງ ດັ່ງຄໍາຂວັນທີ່ວ່າ: “ຍົກສູງຈິດໃຈ ມຸ່ງໜັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົວເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ”.
ສະເພາະແຜນວຽກຈຸດສຸມຈຳນວນໜຶ່ງ ຂອງລັດຖະບານ ໃນເດືອນເມສາ 2026 ມີດັ່ງນີ້: ສຸມໃສ່ປະຕິບັດທິດຊີ້ນຳ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລຍະສະພາບເຄັ່ງຮ້ອນ ໂດຍຮີບຮ້ອນຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 40/ນຍ ໃຫ້ເປັນຮູບປະທໍາ. ໃນໄລຍະເກີດວິກິດການລາຄານ້ຳມັນເຊື້ອໄຟ, ມອບໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ວຽກງານກະສິກຳໃຫ້ແທດເຖິງ. ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ວຽກງານພະລາທິການຂອງກອງທັບ. ໃຫ້ສືບຕໍ່ສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ລົດໂດຍສານສາທາລະນະ, ພ້ອມທັງ ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າລົດໄຟຟ້າ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ໃນໄລຍະສະຫຼອງບຸນປີໃໝ່ລາວ, ມອບໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການສະຫຼອງບຸນປີໃໝ່ ເປັນໄປຕາມຮີດຄອງປະເພນີ, ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໃນນີ້: ໃຫ້ເອົາໃຈໃສ່ການຜະລິດສະບຽງອາຫານ, ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດສົມຜົນ; ຮັກສາຄວາມສະຫງົບ,ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸບັດເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການໂຄສະນາ ກ່ຽວກັບການສະຫຼອງປີໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບປະເພນີ ໂດຍເນັ້ນໃສ່ການບາສີສູ່ຂວັນປີໃໝ່ ຕາມເງື່ອນໄຂຄວາມສະດວກ, ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳລັບພາກລັດ ແມ່ນຫຼີກລ່ຽງການຈັດງານລ້ຽງລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະຢັດ. ເລັ່ງປັບປຸງສ້ອມແປງເສັ້ນທາງຕ່າງໆ ໃຫ້ສຳເລັດກ່ອນລະດູຝົນຈະມາເຖິງ ໂດຍສະເພາະ ບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ. ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ຕາມທີ່ເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍສະເພາະດ້ານນະໂຍບາຍການສະໜອງວັດສະດຸອຸປະກອນ ເຊັ່ນ: ກະເບື້ອງມຸງຫຼັງຄາ, ແຮງງານສ້ອມແປງເຮືອນປະຊາຊົນ, ນະໂຍບາຍຄ່າໄຟຟ້າ, ນ້ຳປະປາ ແລະອື່ນໆ. ພິເສດ ກອງປະຊຸມຄັ້ງນີ້ ໄດ້ເປັນກຽດຢ່າງສູງ ຮັບຟັງການພົບປະໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ຊຶ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະລັດຖະບານ ຊຸດທີ X ເອົາໃຈໃສ່ຕໍ່ບັນດາວຽກງານຈຳນວນໜຶ່ງຕື່ມ ຄື: ຕ້ອງຂຸ້ນຂ້ຽວປັບປຸງກົນໄກເຮັດວຽກ ທີ່ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານ ທີ່ວາງອອກ ໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ; ຕ້ອງບຸກທະລຸ ໃນການຫັນເປັນທັນສະໄໝ, ຊຶ່ງບັນຫານີ້ ຕ້ອງໄດ້ເລັ່ງລັດ ປະຕິບັດໃຫ້ປາກົດຜົນເປັນຈິງໂດຍໄວ; ຕ້ອງບຸກທະລຸການຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆ ຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປາກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້; ລັດຖະບານ ຊຸດທີ X ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານທີ່ຮັບຜິດຊອບ. ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ:ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ເລັ່ງລັດໂຄງການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ປັບປຸງປົວແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງຍຸດທະສາດ ໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ປະຕິບັດບັນດາໂຄງການລະດັບໃຫຍ່ ທີ່ເປັນກໍາລັງແຮງໃຫ້ແກ່ອະນາຄົດ ດ້ວຍຫຼາຍຮູບແບບການລົງທຶນ ແລະ ມີຄວາມວ່ອງໄວ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າ ຢ່າງເປັນຮູບປະທໍາ; ແກ້ໄຂບັນຫາໜີ້ສິນສາທາລະນະ ໃຫ້ໄດ້ຕາມແຜນທີ່ວາງໄວ້; ເລັ່ງທວງເອົາໜີ້ທີ່ຕ້ອງຮັບ ຢ່າງເຂັ້ມງວດ-ເດັດຂາດ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບໄລຍະຂ້າມຜ່ານ ໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາ ນັບແຕ່ນີ້ ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃຫ້ໄດ້ຫຼາຍ. ກວດກາຄືນທັງໝົດບັນດາໂຄງການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປແລ້ວ ໂດຍເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ; ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


