ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ໂດຍສະເພາະມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເປັນກົດໝາຍ ແນໃສ່ເພີ່ມທະວີເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການສືບຕໍ່ຄົ້ນຄວ້າກົດ ໝາຍໃໝ່ຈໍານວນໜຶ່ງ ທີ່ມີຄວາມຈໍາເປັນຮີບດ່ວນ ໄປຄຽງຄູ່ກັບການປະເມີນ ແລະ ປັບປຸງກົດໝາຍທີ່ປະກາດໃຊ້ແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ, ພ້ອມທັງເປັນການຈັດຕັ້ງປະຕິບັດແຜນ ການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2021-2025 ທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງ ລັດ ຖະບານ ຈຶ່ງໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 06-07 ກັນຍາ 2022, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2023-2025, ຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍສະບັບປັບປຸງຈໍານວນໜຶ່ງ ດັ່ງນີ້:
1. ກອງປະຊຸມໄດ້ເຫັນດີຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຂອງລັດຖະບານ.
ກອງປະຊຸມ ໄດ້ມອບໃຫ້ກະຊວງຍຸຕິທຳ ເປັນເຈົ້າການສົມທົບກັບກະຊວງກ່ຽວ ຂ້ອງ ປັບປຸງ ແລະ ຮຽບຮຽງ ໃຫ້ສຳເລັດສົມບູນ ໂດຍຈັດລຽງບູລິມະສິດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອນຳສະເໜີສະພາແຫ່ງ ຊາດພິຈາລະນາຮັບຮອງໃຫ້ທັນເວລາ.
2. ກອງປະຊຸມ ໄດ້ພິຈາລະນາ ຮ່າງກົດໝາຍ ຈໍານວນ 10 ສະບັບ ຄື:
1). ຮ່າງກົດໝາຍ ວ່າດ້ວຍການທາງນໍ້າ(ສ້າງໃໝ່).
2). ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ(ສ້າງໃໝ່)
3). .ຮ່າງກົດໝາຍ ວ່າດ້ວຍພິພິທະພັນ(ສ້າງໃໝ່).
4). ຮ່າງກົດໝາຍ ວ່າດ້ວຍທະນາຍຄວາມ(ປັບປຸງ).
5). ຮ່າງກົດໝາຍ ວ່າດ້ວຍທະບຽນສານ(ປັບປຸງ).
6). ຮ່າງກົດໝາຍ ວ່າດ້ວຍວິສາຫະກິດ(ປັບປຸງ).
7). ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການທະຫານ(ປັບປຸງ).
8). ຮ່າງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ(ປັບປຸງ).
9). ຮ່າງກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ(ປັບປຸງ).
10). ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ປັບປຸງ).
ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ຕ້ອງເອົາໃຈໃສ່ປັບປຸງຊື່ຂອງກົດໝາຍ, ຄໍາສັບ, ສໍານວນຕ່າງໆ ທີ່ໄດ້ກຳນົດໄວ້ໃນບາງໝວດ, ບາງມາດຕາ ໃຫ້ຖືກຕ້ອງຕາມຫຼັກພາສາລາວ ເພື່ອເຂົ້າໃຈງ່າຍ ກ່ອນຈະນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.
ການນໍາເອົາຮ່າງກົດໝາຍ ມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນ ເຖິງການເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງລັດຖະບານ ແນໃສ່ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມຂອງລັດຖະບານ ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ສິງຫາ 2022 ທີ່ຜ່ານມາ.
ໃນໂອກາດນີ້, ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກ ຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດ ໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວວົງສາຄະນະຍາດແຫ່ງ ຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກເຮົາ.
ຂ່າວຈາກ: ກົມປະຊາສພຳພັນ, ຫສນຍ