ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

Jan 14, 2026

ໃນຕອນແລງ ຂອງວັນທີ 13 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ແລະ ປິດລົງໃນຕອນບ່າຍວັນທີ 13 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
May be an image of dais and text
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນ ປີ 2025 ເຫັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ເຖິງສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ທັງທາງກົງ ແລະ ທາງອ້ອມ. ແຕ່ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ສາມາດເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ສະເລ່ຍ 4.24% (ປີ 2025 ຂະຫຍາຍຕົວ 4.8%), ເກັບລາຍຮັບເຂົ້າງົບປະມານໄດ້ 252 ພັນຕື້ກີບ ເທົ່າກັບ 140% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 75.4 ພັນຕື້ກີບ ເທົ່າກັບ 109% ຂອງແຜນການປີ); ແຜນລາຍຈ່າຍປະຕິບັດໄດ້ 244 ພັນຕື້ກີບ ເທົ່າກັບ 128% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 59.6 ພັນຕື້ກີບ ເທົ່າກັບ 73% ຂອງແຜນການປີ); ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ສຳເລັດຕາມສັນຍາ, ທັງຈຳກັດໄດ້ການກູ້ຢືມໃໝ່ທີ່ບໍ່ມີປະສິດທິຜົນ, ເຮັດໃຫ້ຄວາມກົດດັນດ້ານໜີ້ສິນສາທາລະນະ ຫຼຸດລົງເທື່ອລະກ້າວ, ພາບລັກຄວາມໜ້າເຊື່ອຖືດ້ານການເງິນຂອງປະເທດເຮົາ ດີຂຶ້ນເປັນກ້າວໆ; ການຄວບຄຸມລາຄາສິນຄ້າ ແລະ ອັດຕາເງິນເຟີ້ ນັບມື້ດີຂຶ້ນ, ຊຶ່ງໃນປີ 2023 ອັດຕາເງິນເຟີ້ບາງໄລຍະ ຢູ່ໃນລະດັບ 41% ແລະ ໃນເດືອນທັນວາ 2025 ຢູ່ໃນລະດັບ 5.6%, ຮອດປັດຈຸບັນ ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 6.45 ເດືອນ ແລະ ລາຄາສິນຄ້າ ກໍ່ບໍ່ເໜັງຕີງຫຼາຍ; ການຜະລິດເຂົ້າເປືອກ ສາມາດປະຕິບັດໄດ້ຕາມແຜນທີ່ກຳນົດໄວ້, ຊຶ່ງ 5 ປີ ໄດ້ 18.9 ລ້ານໂຕນ, ສະເລ່ຍ 3.78 ລ້ານໂຕນ/ປີ; ການສົ່ງອອກຜົນຜະລິດກະສິກໍາ 5 ປີ ໄດ້ 8 ພັນລ້ານກວ່າໂດລາ ລື່ນແຜນການ 35% (ປີ 2025 ສົ່ງອອກໄດ້ 1,737 ພັນລ້ານໂດລາ ລື່ນແຜນການ 15%); ສາມາດລະດົມທຶນທົ່ວສັງຄົມໄດ້ 387 ພັນຕື້ກີບ ເທົ່າກັບ 189% ຂອງແຜນການ 5 ປີ (ປີ 2025 ລະດົມໄດ້ 6.25 ພັນຕື້ກີບ ເທົ່າກັບ 100% ຂອງແຜນການປີ); ການລົງທຶນຈາກເອກະຊົນພາຍໃນ ແລະ ຈາກຕ່າງປະເທດ ປະຕິບັດໄດ້ 266 ພັນຕື້ກີບ ເທົ່າກັບ 266% ຂອງແຜນການ 5 ປີ; ການຜະລິດແຮ່ທາດລວມ ປະຕິບັດໄດ້ 169 ພັນຕື້ກີບ, ເທົ່າກັບ 202% ຂອງແຜນການ 5 ປີ; ຈໍາໜ່າຍແຮ່ທາດທັງພາຍໃນ ແລະ ຕ່າງປະເທດ ໄດ້ 13 ພັນລ້ານໂດລາ ເທົ່າກັບ 160% ຂອງແຜນການ 5 ປີ (ປີ 2025 ການຜະລິດແຮ່ທາດໄດ້ 44 ພັນຕື້ກີບ, ເທົ່າກັບ 129% ຂອງແຜນການ); ການຜະລິດພະລັງງານໄຟຟ້າໄດ້ 251 ພັນລ້ານກິໂລວັດໂມງ, ເທົ່າກັບ 90.93% ຂອງແຜນການ 5 ປີ, ຄິດເປັນມູນຄ່າ 263 ພັນຕື້ກີບ, ເທົ່າກັບ 186% ຂອງແຜນການ 5 ປີ, ສົ່ງອອກກະແສໄຟຟ້າໄປຕ່າງປະເທດ ໄດ້ 195 ພັນລ້ານກິໂລວັດໂມງ, ເທົ່າກັບ 152 % ຂອງແຜນການ 5 ປີ (ປີ 2025 ຜະລິດໄດ້ 56 ພັນລ້ານກິໂລວັດໂມງ, ມູນຄ່າ 73 ພັນຕື້ກີບ); ໄດ້ສຸມໃສ່ປະຕິຮູບລັດວິສາຫະກິດ 32 ຫົວໜ່ວຍ, ໃນນີ້ ສໍາເລັດ 10 ຫົວໜ່ວຍ ແລະ ສືບຕໍ່ປະຕິຮູບ 22 ຫົວໜ່ວຍ; ໄດ້ສຸມໃສ່ກໍ່ສ້າງ-ຍົກລະດັບ-ຟື້ນຟູ ແລະ ບູລະນະສ້ອມແປງໂຄງລ່າງພື້ນຖານຄົມມະນາຄົມຂົນສົ່ງ ໃນທົ່ວປະເທດ ຕາມຄວາມສາມາດຂອງງົບປະມານ, ການຂົນຂວາຍແຫຼ່ງທຶນຈາກສາກົນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເປັນຕົ້ນ ສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ໄທ ໄລຍະ 2, ສາມາດຟື້ນຟູ-ຍົກລະດັບເສັ້ນທາງເລກທີ 13 ໃຕ້, 13 ເໜືອ, ເສັ້ນທາງເລກ 8 ແລະ ເສັ້ນອື່ນໆ ລວມຄວາມຍາວ 400 ກວ່າກິໂລແມັດ; ສໍາເລັດການຂຶ້ນທະບຽນອອກໃບຕາດິນ 796 ພັນກວ່າຕອນ, ເທົ່າກັບ 50% ຂອງແຜນການ 5 ປີ; ໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາ, ປັບປຸງຫຼັກສູດ ແລະ ຮູບແບບການຮຽນ-ການສອນ, ຍົກລະດັບຄວາມສາມາດຂອງຄູ-ອາຈານ ປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສຳເລັດໂດຍພື້ນຖານ; ໄດ້ສຸມໃສ່ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດ ທັງຢູ່ສູນກາງ ແລະທ້ອງຖິ່ນ; ສຳເລັດໂດຍພື້ນຖານ ການປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງໄດ້ສຸມໃສ່ສ້າງນິຕິກຳຕ່າງໆ ໃນການສ້າງຕັ້ງຕາແສງ ຊຶ່ງມີທັງໝົດ 640 ຕາແສງ ໃນທົ່ວປະເທດ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຕ່າງໆຂອງສາກົນ, ອັນພົ້ນເດັ່ນ ແມ່ນສຳເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດອັນຈົບງາມ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນກວ່າເກົ່າ, ສາມາດນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງ ມາໃຫ້ປະເທດຫຼາຍຂຶ້ນ.
May be an image of table and text
ສຳລັບແຜນວຽກຈຸດສຸມ ປີ 2026 ຂອງລັດຖະບານ, ກອງປະຊຸມ ໄດ້ຊີ້ນຳຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
ສຸມໃສ່ປະຕິບັດ 07​ ທິດທາງລວມ, ບັນດາຄາດໝາຍ ແລະ 06 ເປົ້າໝາຍ ທີ່ໄດ້ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະ ໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍ 6% ຕໍ່ປີຂຶ້ນໄປ, ລາຍຮັບສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 3,104 ໂດລາສະຫະລັດ, ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ໃຫ້ໄດ້ 2,914 ໂດລາສະຫະລັດ ໃນປີ 2030.
ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ, ພ້ອມທັງ ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ;
ສືບຕໍ່ປະສານສົມທົບກັບສະພາແຫ່ງຊາດ ເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ແຂວງ ຊຸດທີ V; ກະກຽມສ້າງແຜນດຳເນີນງານ, ສ້າງລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ກະກຽມລາຍງານຕໍ່ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X;
ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ແຂງແຮງ ແລະ ເປັນຮູບປະທຳຫຼາຍຂຶ້ນ;
ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະ 19/ກມສພ ເປັນຕົ້ນ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ, ການຄຸ້ມຄອງລາຄາສິນຄ້າ; ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP ຕາມທິດ ສອຈ, ຕ້ານການຮົ່ວໄຫຼຂອງງົບປະມານ, ເລັ່ງແກ້ໄຂໜີ້ສິນສາທາລະນະ ໃຫ້ຫຼຸດລົງ, ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດ; ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ; ປະຕິບັດນະໂຍບາຍຕ່າງໆ ຍົກສູງຄ່າຂອງເງິນກີບ, ສ້າງກົນໄກນໍາໃຊ້ສະກຸນເງິນທ້ອງຖິ່ນ ເຂົ້າໃນການຊໍາລະສິນຄ້າ ແລະ ບໍລິການ ຢູ່ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຄູ່ຄ້າແບບສອງຝ່າຍ.
ສືບຕໍ່ສຸມໃສ່ບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ພະລັງງາານໄຟຟ້າທາງເລືອກ; ຍູ້ແຮງການພັດທະນາ ແລະ ລົງທຶນກໍ່ສ້າງສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ພາຍໃນ ແລະ ປະເທດອ້ອມຂ້າງ; ສືບຕໍ່ເຂັ້ມງວດໃນການຄຸ້ມຄອງບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ທັງສົ່ງເສີມການປຸງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ; ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງດ້ານສິ່ງແວດລອມໃຫ້ດີ; ປະຕິບັດມາດຕະການເຂັ້ມງວດຕໍ່ໂຄງການແຮ່ທາດທີ່ຖືກຈັດໃນປະເພດອ່ອນ ແລະ ອ່ອນຫຼາຍ​;
ສຸມໃສ່ພັດທະນາພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມທາງບົກ, ທາງລາງ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ ໃຫ້ແຂງແຮງທົນທານ.
ສືບຕໍ່ສຸມໃສ່ປັບປຸງຄຸນນະພາບ ການຮຽນ-ການສອນ ໃນທຸກຊັ້ນທຸກສາຍ, ສືບຕໍ່ປະຕິບັດນະໂຍບາຍແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາໃຊ້ລະບົບ ຫຼັກສູດສາມັນສຶກສາ (6+3+3) ໃນສົກຮຽນປີ 2028-2029;
ສຸມໃສ່ພັດທະນາແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ທັນສະໄໝ; ສືບຕໍ່ເອົາໃຈໃສ່ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ;
ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກ ທັງສູນກາງ ແລະ ທ້ອງຖິ່ນ, ຂະຫຍາຍກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ ໃຫ້ຫຼາຍຂຶ້ນ, ສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆ ຕາມລະດູການ;
ສືບຕໍ່ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ; ສືບຕໍ່ຊຸກຍູ້ສົ່ງເສີມ ການທ່ອງທ່ຽວ, ທັງປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປອດໄພ;
ສືບຕໍ່ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ບັນດາເຂດຈຸດສຸມ, ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດພື້ນຖານການປະຕິວັດໃນເມື່ອກ່ອນ;
ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງທ້ອງຖິ່ນ ໄປຄຽງຄູ່ກັບການແບ່ງຂັ້ນຄຸ້ມຄອງ, ການສ້າງລະບຽບກົນໄກການເຮັດວຽກຂອງອົງການປົກຄອງທ້ອງຖິ່ນ; ສືບຕໍ່ຈັດຕັ້ງປະຕິບັດນິຕິກຳຕ່າງໆ ໃນການສ້າງຕັ້ງຕາແສງ ໃຫ້ສຳເລັດ;
ເລັ່ງປັບປຸງກົນໄກ ແລະ ວິທີການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ສຳເລັດ ແລະ ປິດສຳນວນຄະດີ ໃຫ້ໄດ້ຫຼາຍຂຶ້ນ; ສືບຕໍ່ສ້າງ ແລະ ປັບປຸງກົດໝາຍ ຕາມແຜນທີ່ສະພາແຫ່ງຊາດຮັບຮອງ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນສູງຂຶ້ນ;
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳ ພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍ່ເຄື່ອນໄຫວການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນສະພາບການ ຮັບປະກັນຜົນປະໂຫຍດຂອງຊາດ ແລະ ບົນຈິດໃຈປະຢັດມັດທະຍັດ.
ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບປັບປຸງ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2026 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາລາຍງານບັນດາໂຄງການ ທີ່ສໍາຄັນຈຳນວນໜຶ່ງ ຄື: ການອອກແບບ, ກໍ່ສ້າງ, ລະດົມທຶນ ແລະ ດຳເນີນກິດຈະການ ໂຄງການທາງລົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ໃນຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງ ຜົນການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງກ່າວ; ​ແຜນບູລິມະສິດໃນການກໍ່​ສ້າງ ແລະ ປັບ​ປຸງ​ເສັ້ນ​ທາງ ໃນ​ປີ 2026, ໂຄງການທາງດ່ວນ ໂດຍສະເພາະ ກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ.
ວາລະທີ 5: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ສຳລັບປີ 2026.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.