ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2026

Nov 24, 2026

ໃນຕອນແລງຂອງວັນທີ 23 ພະຈິກ 2026 ທີ່ສໍານັກງານນນາຍົກລັດຖະມົນຕີ, ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ດຳເນີນໃນວັນທີ 23 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026.
May be an image of text
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 04 ວາລະສໍາຄັນ ຄື:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈໍາເດືອນທັນວາ 2026 ຂອງລັດຖະບານ. ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງສາມາດມ້າງຄະດີຢາເສບຕິດ 299 ເລື່ອງ, ມ້າງກຸ່ມແກ້ງສະແກມເມີ 6​ ຄັ້ງ ກັກຕົວຜູ້ຕ້ອງຫາໄດ້ 51 ຄົນ ລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ; ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ແຕ່ເດືອນຕຸລາ ຫາຕົ້ນເດືອນພະຈິກ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ສາມາດຍຶດລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນໍາໃຊ້ເຂົ້າໃນການລັກລອບຈໍານວນໜຶ່ງ; ຄະນະສະເພາະກິດ 1885/ກງ ໄດ້ທ້ອນໂຮມຊັບສິນ ທີ່ຍຶດໄດ້ ແຕ່ເດືອນເມສາ ຫາເດືອນພະຈິກ 2026 ຢູ່ 08 ແຂວງ, ລວມມີພາຫະນະ 103 ຄັນ, ເຊິ່ງຊັບສິນທີ່ສະສາງສຳເລັດແລ້ວ ມີພາຫະນະ 33 ຄັນ ມູນຄ່າ 10.8 ຕື້ກີບ, ສ່ວນຊັບສິນທີ່ຍັງຢູ່ໃນຂັ້ນຕອນກະກຽມສະສາງອອກ ຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສໍາເລັດການປັບປຸງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ສໍາເລັດການກະກຽມລາຍງານ ທາງດ້ານເນື້ອໃນ ໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບ ຄະນະເລຂາທິການສູນກາງພັກ ຈໍານວນ 03 ຫົວຂໍ້; ຮອດວັນທີ 17 ພະຈິກ 2026 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 92% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າຕື້ກີບ), ປະຕິບັດແຜນລາຍຈ່າຍງົບປະມານໄດ້ 68% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.7%; ການລະດົມແຫຼ່ງທຶນ ເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ 2026 ສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າ 5.66 ເດືອນ; ສາມາດອອກໃບຕາດິນໄດ້ 167,000 ກວ່າຕອນ ເທົ່າກັບ 120% ຂອງແຜນການປີ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ລັດຖະບານ ໄດ້ຮັບກົນຈັກ ແລະ ອຸປະກອນສ້ອມແປງເສັ້ນທາງ ຈາກລັດຖະບານຍີ່ປຸ່ນ ມູນຄ່າເກືອບ 1 ລ້ານເຢັນ; ໄດ້ຈັດຕັ້ງປະຕິບັດມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC ເຊິ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດເກັບເງິນຜ່ານທາງເລກ 9 ເປັນໂຄງການຕົວແບບ ໂດຍເລີ່ມແຕ່ວັນທີ 16 ພະຈິກ 2026 ເຫັນວ່າ ສາມາດເກັບເງິນຄ່າຜ່ານທາງດັ່ງກ່າວ ບໍ່ຫຼຸດ 700 ລ້ານກີບ/ມື້; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ສາມາດທຽວໄປມາໄດ້ສະດວກຫຼາຍຂຶ້ນ; ສໍາເລັດການກໍ່ສ້າງ, ມອບ-ຮັບສະໜາມກິລາເຈົ້າອານຸວົງ; ສຳເລັດກອງປະຊຸມຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກອງປະຊຸມລະດັບສູງ ວ່າດ້ວຍການຫັນເປັນດີຈີຕອນ ຂອງ ສປປ ລາວ ປະຈຳປີ 2026; ສຳເລັດການຍົກລະດັບ ມະຫາວິທະຍາໄລສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ ແລະ ເປີດສົກຮຽນ ໃໝ່ 2026-2027, ທັງໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມ ສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ ເປັນຕົ້ນ ກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີສາກົນ ຄັ້ງທີ 20 ທີ່ຣາຊະອານາຈັກກຳປູເຈຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຟີລິບປິ່ນ, ພ້ອມກັນນັ້ນ ກໍ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນສຳເລັດເປັນຢ່າງດີ.
No photo description available.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດຕາມ, ກວດກາ, ກຳນົດມາດຕະການແກ້ໄຂໃຫ້ທັນ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ຂອງສັງຄົມ, ຂົງເຂດບໍ່ແຮ່, ຂົງເຂດການຄ້າ, ຂົງເຂດການຜະລິດ ແລະ ຂົງເຂດອື່ນໆ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (XEV) 2026-2035: ໂດຍໄດ້ຊີ້ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດຂໍ້ຫ້າມນໍາເຂົ້າແບັດເຕີລີລົດ ທີ່ເຊື່ອມ ແລະ ບໍ່ໄດ້ຄຸນນະພາບ, ທັງກຳນົດແຜນຈັດການວັດຖຸອຸປະກອນ, ອາໄຫຼ່ ແລະ ອື່ນໆ ພາຍຫຼັງທີ່ລົດໄຟຟ້າໝົດອາຍຸການນຳໃຊ້ ແລະ ກາຍເປັນສິ່ງເສດເຫຼືອໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນ ໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບວຽກງານນີ້ຄືນໃໝ່ ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍມາດຕະການຊົ່ວຄາວ, ການຍຶດ, ອາຍັດ ແລະ ຮິບທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທຳຜິດ ເປັນຕົ້ນ ການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ; ໂດຍໄດ້ຊີ້ນຳທະນາຄານແຫ່ງ ສປປ ລາວ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ແຜນການຊີ້ແຈງບັນຊີສີເທົາ, ການນຳໃຊ້ຄຳສັບ, ຂໍ້ມູນ ຫຼື ຫຼັກຖານ ທີ່ພາໃຫ້ສົງໄສ ຫຼື ພຶດຕິກໍາທີ່ເປັນການກະທໍາຜິດຕົ້ນ ຫຼື ເຫດການ ຮີບດ່ວນ ທີ່ອາດກະທົບໃສ່ ທຶນ ຫຼື ຊັບສິນ ໃຫ້ຄົບຖ້ວນ, ຮັດກຸມ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ການຕິດຕາມກວດກາ ແລະ ເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສາກົນ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນດີຈີຕອນພາກລັດ ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ບັນດາຂໍ້ມູນທີ່ຫ້າມເປີດເຜີຍ; ການປົກປ້ອງຂໍ້ມູນພາຍໃນ; ບັນຫາທີ່ຕິດພັນກັບຄວາມໝັ້ນຄົງຂອງຊາດ. ພາຍຫຼັງປັບປຸງແລ້ວ ໃຫ້ນຳສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຕື່ມອີກ.
May be an image of table and text
ສຳລັບແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
ໃຫ້ສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາອາຊະຍາກໍາທາງໄຊເບີ, ບັນຫາການຟອກເງິນ, ບັນຫາຢາເສບຕິດ, ບັນຫາການຄ້າຂາຍເຖື່ອນ, ບັນຫາລັກຂຸດຄົ້ນຕັດໄມ້, ບັນຫາຂີ້ລັກງັດແງະປຸ້ນຈີ້ຊີງຊັບ, ບັນຫາອາວຸດເສິກທີ່ນໍາໃຊ້ບໍໍ່ຖືກຕ້ອງ.
ກະກຽມເນື້ອໃນ ທີ່ຈະນໍາເຂົ້າລາຍງານຕໍ່ ກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XII ແລະ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2026 ໂດຍສະເພາະ: ບັນດາກະຊວງ-ອົງການທຽບເທົ່າ ໃຫ້ສະຫຼຸບຕີລາຄາວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027; ສະຫຼຸບຕີລາຄາສະພາບການປະຕິບັດເງິນກອງທຶນທາງ ປີ 2026 ທິດທາງແຜນການ ປີ 2027; ສະຫຼຸບຜົນການຈັດຕັ້ງປະຕິບັດ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 (ກ່ຽວກັບ ສອຈ), ມະຕິ 04/ລບ, ລົງວັນທີ 23 ມີນາ 2026 (ກ່ຽວກັບການຫັນການເກັບລາຍຮັບເປັນທັນສະໄໝ) ແລະ ມະຕິ 05/ລບ, ລົງວັນທີ 30 ມີນາ 2026 (ກ່ຽວກັບການປັບປຸງ ແລະ ກໍ່ສ້າງເສັ້ນທາງ).
ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສູ້ຊົນເກັບລາຍຮັບໃຫ້ໄດ້ເກີນແຜນ ໂດຍສຸມໃສ່ແຂວງໃດທີ່ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ, ເກັບລາຍຮັບຈາກແຫຼ່ງທີ່ມີໃຫ້ຄົບຖ້ວນ, ກວດກາການປະຕິບັດພັນທະຂອງບັນດາໂຄງການລົງທຶນຕ່າງໆ, ປັບປຸງຫັນສູ່ລະບົບເກັບລາຍຮັບແບບທັນສະໄໝ, ເລັ່ງທວງໜີ້ຄ້າງຊຳລະທຸກປະເພດ, ປະມູນຊັບສິນ ທີ່ຍຶດໄດ້ຈາກຄະດີຕ່າງໆ, ເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆຢູ່ດ່ານ, ກະກຽມການກວດກາ ແລະ ດຳເນີນການປິດ 0 ໂມງ ໃຫ້ໄດ້ຮັບຜົນດີ, ສ້າງແຜນການແກ້ໄຂໜີ້ສິນ ທັງໜີ້ພາຍໃນ ແລະ ຕ່າງປະເທດ.
ຮັກສາສະຖຽນລະພາບເງິນຕາ ແລະ ລາຄາສິນຄ້າ ເປັນຕົ້ນ ການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ, ການຄຸ້ມຄອງອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ລັດຄຸ້ມຄອງ, ການຄຸ້ມຄອງລາຄາຕໍ່ໝວດສິນຄ້າ ແລະ ຄ່າບໍລິການພື້ນຖານ.
ຮີບຮ້ອນປັບປຸງ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງແຮ່ທາດ ໃນໄລຍະໃໝ່ ເພື່ອສະເໜີນາຍົກລັດຖະມົນຕີ ລົງລາຍເຊັນ; ຮີບຮ້ອນປັບປຸງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃໝ່ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ສຳເລັດ ແລະ ລົງລາຍເຊັນປະກາດໃຊ້ໄວ; ສືບຕໍ່ຕິດຕາມກວດກາ ໂຄງການບໍ່ແຮ່ທີ່ໄດ້ຮັບອະນຸມັດຜ່ານມາຢ່າງເຄັ່ງຄັດ. ພ້ອມທັງ ດຳເນີນການປະມູນແຮ່ທາດ ທີ່ຍຶດໄດ້ຈາກການລັກລອບຂຸດຄົ້ນ ຫຼື ຂຸດຄົ້ນບໍ່ຖືກຕ້ອງ; ສືບຕໍ່ກວດກາບັນດາໂຄງການແຮ່ຫາຍາກ ໃນຂອບເຂດທົ່ວປະເທດ (ທັງໂຄງການສຳຫຼວດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ).
ສຸມໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດ ທີ່ມີທຶນແລ້ວໃຫ້ສຳເລັດໄວ ໂດຍສະເພາະ ເສັ້ນທາງ 13 ເໜືອ ແລະ 13 ໃຕ້; ເສັນທາງເລກທີ 8, ເລກທີ 12; ເສັ້ນທາງ 2E ແລະ ອື່ນໆ; ສືບຕໍ່ຊຸກຍູ້ບັນດາໂຄງການທີ່ເປັນບູລິມະສິດ ເປັນຕົ້ນ ໂຄງການທາງດ່ວນ ລາວ-ຈີນ, ໂຄງການທາງລົດໄຟ ລາວ-ຫວຽດນາມ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງທີ 2 ແຕ່ເມືອງບໍລິຄັນ ຫາຊາຍແດນດ່ານນໍ້າອອນ; ເລັ່ງຈັດລຽງລິມະສິດຄວາມຈໍາເປັນຂອງແຕ່ລະເສັ້ນທາງ, ພ້ອມທັງ ຄົ້ນຄວ້າແຫຼ່ງທຶນ ແລະ ຮູບແບບການລົງທຶນ (ແບບ BOT ຫຼື OPBRC ຫຼື ງົບປະມານຂອງລັດ) ແລ້ວລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ທີ່ຈະຈັດຂຶ້ນໃນເດືອນທັນວາ 2026.
ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປະສານສົມທົບກັບບັນດາກະຊວງ-ອົງການຂັ້ນສູນກາງ ແລະ ບັນດາແຂວງ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີຄວາມຄືບໜ້າເປັນກ້າວໆ; ສຸມໃສ່ເກັບກ່ຽວເຂົ້ານາປີ ແລະ ກະກຽມຄວາມພ້ອມໃຫ້ແກ່ການຜະລິດລະດູແລ້ງ; ເອົາໃຈໃສ່ປ້ອງກັນການບຸກລຸກຈັບຈອງທີ່ດິນປ່າໄມ້; ເລັ່ງອອກໃບຕາດິນໃຫ້ບັນລຸຕາມແຜນ; ຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດສັດ ທີ່ເກີດຂຶ້ນຕາມລະດູການ; ສຸມໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ບັນລຸຕາມແຜນການ;ເອົາໃຈໃສ່ໃນການລົງຕິດຕາມກວດກາ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນຕ່າງໆ ໂດຍສະເພາະ ໂຄງການບໍ່ແຮ່.
ສຸມໃສ່ການພັດທະນາສີມືແຮງງານ ໃຫ້ມີຄຸນນະພາບສູງຂຶ້ນ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງບັນດາໂຄງການ; ສຸມໃສ່ຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານຢູ່ລາວ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຕາມກົດໝາຍ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ.
ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອໃຫ້ອັດຕາການປະລະການຮຽນຫຼຸດລົງ;ສືບຕໍ່ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ສູງຂຶ້ນ ແລະ ຊອກຫາສາເຫດຂອງການປະລະການຮຽນ ເພື່ອມີມາດຕະການແກ້ໄຂໂດຍໄວ.
May be an image of studying
ເພີ່ມທະວີການເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ພະຍາດຕາມລະດູການ; ສົ່ງເສີມການສັກວັກຊິນ; ສືບຕໍ່ຕິດຕາມກວດກາ ບັນດາໂຮງໝໍເອກະຊົນ ແລະ ສູນຄວາມງາມ ໃຫ້ເຄື່ອນໄຫວຖືກຕ້ອງ ແລະ ໄດ້ມາດຕະຖານ ເອົາໃຈໃສ່ຕໍ່ວຽກງານອາຫານ ແລະ ຢາ ເພື່ອຮັບປະກັນຄວາມປອດໄພຂອງຜູ້ນຳໃຊ້.
ສົ່ງເສີມວັດທະນະທໍາຮີດຄອງອັນດີງາມຂອງຊາດ ໃນການຈັດງານບຸນປະເພນີຕ່າງໆ ໃຫ້ມີຄວາມຟົດຟື້ນ; ສຸມໃສ່ປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ພ້ອມທັງ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາສະຖານທີ່ບັນເທີງ, ຮ້ານອາຫານ ທີ່ຍັງລະເມີດມາດຕະການຂອງລັດຖະບານທີ່ກຳນົດ ເຊັ່ນ ໃຊ້ສຽງດັງ, ເປີດກາຍໂມງ; ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ສຸມໃສ່ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ເພີ່ມຂຶ້ນ; ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ ການເຄື່ອນໄຫວວຽກງານຂອງ ບັນດາຂະແໜງ ແລະ ໜ່ວຍງານປະຕິບັດຄໍາຕັດສີນຂອງສານທົ່ວປະເທດ.
ແຈ້ງເຕືອນໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ຊາບກ່ຽວກັບຮູບການຕ່າງໆທີ່ກຸ່ມຄົນບໍ່ດີຕົວະຍົວະຫຼອກລວງທາງໄຊເບີ ເພື່ອເພີ່ມຄວາມລະມັດລະວັງ ຕໍ່ໄພຄຸກຄາມທາງໄຊເບີ; ເອົາໃຈໃສ່ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂ ບັນຫາຂ່າວລວງ, ຂ່າວປອມ ທີ່ບິດເບືອນຄວາມເປັນຈິງ ໂດຍນຳໃຊ້ຫຼາຍວິທີ, ຫຼາຍຮູບການ ເພື່ອຕີຖອຍປະກົດການດັ່ງກ່າວ.
ສືບຕໍ່ຕິດຕາມສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນຢ່າງໃກ້ຊິດ ພ້ອມທັງປະເມີນສະພາບເກີດຂຶ້ນ ຈະກະທົບຕໍ່ປະເທດເຮົາຄືແນວໃດ; ກະກຽມການເດີນທາງໄປຕ່າງປະເທດຂອງການນຳຂັ້ນສູງ ທີ່ຈະເດີນທາງໄປຢ້ຽມຢາມທາງການ ແລະ ເຂົ້າຮ່ວມປະຊຸມສຸດຍອດແອັກແມັກ ແລະ CLMV ຢູ່ ສສ ຫວຽດນາມ ແລະ ກະກຽມຕ້ອນຮັບແຂກຕ່າງປະເທດ ໃຫ້ດີ.
ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.
ຂ່າວ: ກົມປະຊາສຳພັນ ຫສນຍ.