ໃນຕອນບ່າຍວັນທີ 28 ກຸມພາ2025,ທີ່ສຳນັກງານນາຍົກ ລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະ ບານ ປະຈຳເດືອນກຸມພາ 2025ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ແລະ ອັດລົງໃນຕອນເຊົ້າ ວັນທີ 28 ກຸມ ພາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການ ລາຍງານສະພາບພົ້ນເດັ່ນ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2025 ຂອງລັດຖະບານ; ມາດຕະການເພື່ອບັນລຸຄາດໝາຍເສດຖະກິດ ເຕີບໂຕ4.8% ແລະ ຄາດໝາຍມະຫາພາກອື່ນໆ ທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 2025;ເຜີຍແຜ່ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດຕົ້ນປີ2025, ທິດທາງຜັນຂະ ຫຍາຍ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ; ແຜນການສ້າງແລະປັບປຸງກົດໝາຍ5ປີ (2026- 2030); ການປັບປຸງຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນ. ໃນນັ້ນ:
– ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກຸມພາແລະທິດ ທາງແຜນການປະຈຳເດືອນມີນາ2025ຂອງລັດຖະບານ:ເຫັນວ່າເຖິງວ່າສະພາບການສາກົນແລະພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນແລະຄາດເດົາໄດ້ຍາກ,ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ລະບຸໄວ້ໃນບັນດາມະຕິສະພາແຫ່ງ ຊາດ,ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແລະແຜນເງິນຕາທີ່ໄດ້ກໍານົດໄວ້ໃນດຳລັດ ເລກ ທີ702/ນຍຊຶ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ລວມທັງ ການແກ້ໄຂບັນຫາປະກົດ ການຫຍໍ້ທໍ້ຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະກົດການຫຍໍ້ທໍ້ໃນສັງຄົມສືບຕໍ່ໄດ້ ຮັບການແກ້ໄຂເປັນກ້າວໆ; ການເກັບລາຍຮັບເພີ່ມຂຶ້ນ 64.85% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ມູນຄ່າການນໍາເຂົ້າແລະສົ່ງອອກ (ບໍ່ລວມໂຕເລກນຳເຂົ້າແລະສົ່ງອອກໄຟຟ້າ) ເພີ່ມຂຶ້ນ 11.7%; ອັດຕາເງິນເຟີ້ ຫຼຸດລົງ ຈາກ 15,5% ໃນເດືອນມັງກອນ ເປັນ 12.7% ໃນເດືອນກຸມພາ;ໄດ້ເອົາໃຈໃສ່ຄຸ້ມຄອງການນຳເຂົ້າສິນຄ້າກະສິກຳເພື່ອເປັນການສົ່ງເສີມແລະປົກປ້ອງຜູ້ຜະລິດພາຍ ໃນພ້ອມທັງໄດ້ສຸມໃສ່ການຜະລິດກະສິກຳເພື່ອຄ້ຳປະກັນສະບຽງ ອາຫານ;ໄດ້ສຸມໃສ່ບູລະນະແລະສ້ອມແປງບັນດາເສັ້ນທາງທີ່ໄດ້ ຮັບຜົນກະທົບຈາກໄພພິບັດແລະເສັ້ນທາງເຂົ້າຫາແຫຼ່ງທ່ອງ ທ່ຽວໃຫ້ມີຄວາມສະດວກກວ່າເກົ່າ;ໄດ້ສືບຕໍ່ເອົາໃຈໃສ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການຕ່າງໆ; ໄດ້ສຸມໃສ່ວຽກການປະຕິຮູບລະບົບການສຶກ ສາ,ການພັດທະນາຊັບພະຍາກອນມະນຸດ, ແກ້ໄຂບັນຫາການ ຂາດແຄນຄູ,ປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບໍານານແລະທະຫານຊາຍແດນທີ່ສອນຊ່ວຍໃນໂຮງຮຽນພາກລັດທີ່ຂາດຄູສອນ; ໄດ້ດໍາເນີນການສະຫຼຸບປີທ່ອງທ່ຽວລາວ2024 ພ້ອມທັງປັບປຸງແຫຼ່ງທ່ອງທ່ຽວ, ການບໍລິການທ່ອງທ່ຽວ, ລວມທັງການໂຄສະນາເຜີຍແຜ່ຂໍ້ມູນທ່ອງທ່ຽວໃຫ້ສາມາດດຶງດູດນັກທ່ອງທ່ຽວທົ່ວໂລກດ້ວຍຫຼາຍຊ່ອງທາງ.
ໄດ້ເອົາໃຈໃສ່ການເຄື່ອນວຽກງານຕ່າງປະເທດ ໂດຍສະເພາະ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາພັກ-ລັດ, ໄດ້ຕ້ອນ ຮັບການມາເຄື່ອນໄຫວວຽກງານຂອງຄະນະຜູ້ແທນຈາກ ປະເທດເພືີ່ອນມິດ, ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ເຊິ່ງໄດ້ຍາດແຍ່ງເອົາກາລະໂອກາດ ແລະຜົນປະໂຫຍດ ມາສູ່ປະເທດເຮົາຫຼາຍຂຶ້ນ, ໃນນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈຳປີ 2025 ທີ່ນະຄອນດູໄບ ສະຫະນະຄອນ ເອເມຣັດ ອາຣັບ, ຢ້ຽມຢາມທາງການ ຢູ່ຣາຊະອານາຈັກໄທ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ 3 ພັກ ການເມືອງ ລາວ-ຫວຽດນາມ-ກໍາປູເຈຍ ຢູ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ກອງປະຊຸມໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນ ຕີ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບ ຖ້ວນສົມບູນຂຶ້ນ ໂດຍສະເພາະ ການກຳນົດແຜນການເຄື່ອນໄຫວຂອງການນຳ ແລະ ແຜນວຽກຈຸດສຸມບັນດາຂະແໜງການ ປະຈຳເດືອນມີນາ 2025ໃຫ້ສອດຄ່ອງຕົວຈິງແລະຄົບຖ້ວນກວ່າເກົ່າເພື່ອເຮັດໃຫ້ແຜນວຽກຈຸດສຸມໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາແລະມີປະສິດທິຜົນດີຂຶ້ນກວ່າເກົ່າ.
– ຕໍ່ມາດຕະການເພື່ອບັນລຸຄາດໝາຍເສດຖະກິດເຕີບໂຕ4.8% ແລະຄາດໝາຍມະຫາພາກອື່ນໆທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດແລະແຜນເງິນຕາ2025:ກອງປະຊຸມໄດ້ຊີ້ນຳ ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍໃຫ້ເນັ້ນໜັກ 5 ມາດຕະການ ທີ່ປະເທດເຮົາມີທ່າແຮງ ຄື: ມາດຕະການດ້ານກະສິກຳ:ສຸມໃສ່ຜະລິດເປັນສິນຄ້າໃຫ້ແຂງແຮງແລະ ຕິດພັນກັບການປຸງແຕ່ງ, ພ້ອມທັງ ສ້າງປັດໃຈຍູ້ໜູນການຜະລິດໃຫ້ເຂັ້ມແຂງ; ມາດຕະການຜະລິດອຸດສາຫະກຳແລະການຄ້າ: ໃຫ້ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເຂົ້າສູ່ລວງເລິກ, ສົ່ງ ເສີມການຜະລິດ-ປຸງແຕ່ງ ທີ່ປະເທດເຮົາມີທ່າແຮງ ເພື່ອທົດ ແທນການນຳເຂົ້າ; ມາດຕະການດ້ານພະລັງງານແລະບໍ່ແຮ່: ສຸມໃສ່ຊຸກຍູ້ບັນດາໂຄງການໄຟຟ້າ ແລະ ບໍ່ແຮ່ ທີ່ພວມດຳເນີນການກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ດຳເນີນການຜະລິດເຕັມຢ່າງເຕັມສ່ວນ; ມາດຕະການດ້ານການທ່ອງທ່ຽວ: ສືບຕໍ່ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ ກໍ່ຄືສິ່ງອໍານວຍຄວາມສະດວກຕ່າງໆ, ລວມທັງ ການບໍລິການທ່ອງທ່ຽວ, ກິດຈະກຳທ່ອງທ່ຽວ, ຄວາມສະອາດ ແລະ ປອດໄພ, ພ້ອມທັງ ໂຄສະນາດຶງດູດການທ່ອງທ່ຽວ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ; ມາດຕະການດ້ານອຳນວຍຄວາມສະດວກການຂົນສົ່ງສິນຄ້າແລະໂດຍສານ: ສຸມໃສ່ປັບປຸງ ແລະ ກໍ່ສ້າງເສັ້ນທາງ, ດ່ານ, ສະໜາມບິນ… ໃຫ້ສາມາດນຳໃຊ້ ແລະ ບໍລິການໄດ້ດີເປັນປົກກະຕິ, ສະດວກໃຫ້ແກ່ການລົງທຶນ, ຂົນສົ່ງສິນຄ້າ, ການທ່ອງທ່ຽວ, ພ້ອມທັງ ປັບປຸງການບໍລິການຂົນສົ່ງຜ່ານໂລຈິດສະຕິກ ຕາມທ່າບົກ ແລະ ຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.
– ຕໍ່ການເຜີຍແຜ່ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດຕົ້ນປີ2025,ທິດທາງຜັນຂະຫຍາຍແລະແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ-ອົງການແລະທ້ອງຖິ່ນ:ໃຫ້ກະຊວງການຕ່າງປະເທດ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ຄະນະຜູ້ແທນຂັ້ນສູງເດີນທາງເຄືີ່ອນໄຫວວຽກງານຢູ່ຕ່າງປະເທດແລະ ຕ້ອນຮັບຄະນະຜູ້ແທນຕ່າງປະເທດມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນເດືອນມີນາ ແລະ ໃນຕໍໍ່ໜ້າໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ ກໍ່ໃຫ້ຄົ້ນຄວ້າໃຫ້ມີຜູ້ຕາງໜ້າ ສປປ ລາວ ເຮັດໜ້າທີ່ການທູດ ປະຈຳຢູ່ເຂດພາກພື້ນ ທີ່ເຫັນວ່າມີຄວາມຈໍາເປັນ ເພື່ອສະດວກໃນການພົວພັນຮ່ວມມືກັບບັນດາປະເທດ ໃນເຂດດັ່ງກ່າວ.
– ແຜນການສ້າງແລະປັບປຸງກົດໝາຍ5ປີ(2026-2030):ໃຫ້ກະຊວງຍຸຕິທໍາ ສົມທົບກັບຂະແໜງການກ່ຽວຂ້ອງ ແຕ່ງຕັ້ງຄະນະຮັບຜິດຊອບ ສ້າງ ແລະ ປັບປຸງຮ່າງກົດໝາຍ ຂອງແຕ່ລະຂະແໜງການ ເພື່ອເຮັດໃຫ້ຮ່າງກົດໝາຍ ທີ່ຕິດພັນກັບຂະແໜງ ການຂອງຕົນ ໄດ້ຮັບການຄົ້ນຄວ້າຢ່າງລະອຽດເລິກເຊິ່ງ ແລະ ຄົບຖ້ວນ ກ່ອນທີ່ຈະນຳສະເໜີຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ພິຈາລະນາໃຫ້ທັນຕາມເວລາ ກໍ່ຄື ແຜນການສ້າງກົດໝາຍ ທີ່ໄດ້ກໍານົດໄວ້.
– ການປັບປຸງຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ:ໃຫ້ກະຊວງພາຍໃນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການໃສ່ຊື່ອົງການບໍລິຫານຕົວເມືອງ ຫຼື ເທດສະບານ, ພ້ອມທັງ ອະທິບາຍບາງຄຳສັບ ເພື່ອໃຫ້ເຂົ້າໃຈງ່າຍ ແລະ ຮັດກຸມຂຶ້ນຕື່ມ, ລວມທັງ ການນຳໃຊ້ຄຳສັບ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 04 ສະບັບຄື:(1)ຮ່າງລັດຖະບັນຍັດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ;(2)ຮ່າງຍຸດທະສາດການຄຸ້ມຄອງທີ່ດິນ ຂອງຂະແໜງການສຶກສາທິການ ແລະ ກິລາ;(3)ຮ່າງແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າແລະການຂົນສົ່ງປີ 2025-2030;(4)ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ.ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງເນື້ອໃນຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິິກາໍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ລວມທັງສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ສິ່ງສໍາຄັນ ຕ້ອງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ສຳລັບວຽກຈຸດສຸມຂອງລັດຖະບານໃນເດືອນມີນາ 2025, ລັດຖະບານ ຈະຕ້ອງໄດ້ສືບຕໍ່ບຸກບືນຜ່ານຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ຍູ້ແຮງການຈັດຕັ້ງປະຕິບັດຄາດໝາຍ ແລະ ວຽກງານຈຸດສຸມ ທີ່ໄດ້ກໍານົດໃນມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີIX ແລະ ດຳລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025; ສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ໃຫ້ປະສົບຜົນສໍາເລັດ ແລະ ເປັນຮູບປະທໍາ, ໃນນັ້ນ ໄດ້ເນັ້ນວຽກງານຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້:
1) ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ໃນນັ້ນ: ສຸມໃສ່ຮັກສາຄວາມສະຫງົບຕາມຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆສັງຄົມເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ.
2) ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍສະເພາະ ການປັບປຸງກົງຈັກການຈັດຕັ້ງ, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍລັດຖະກອນ ໃຫ້ສຳເລັດທັນກຳນົດເວລາ; ລວມທັງຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງວັນທີ 14 ກຸມພາ 2025; ນະໂຍບາຍການສ້າງໂຄງການພະລັງງານ. ຄຽງຄູ່ກັນນີ້ ກໍ່ກະກຽມຄວາມພ້ອມ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນ ເທື່ອທີ 2ຂອງສະພາແຫ່ງຊາດຊຸດທີIX.
3) ສືບຕໍ່ສຸມໃສ່ກະກຽມການສະຫຼອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ70ປີ, ໃຫ້ມີເນື້ອໃນຄວາມໝາຍແລະເປັນຂະບວນການຟົດຟື້ນແຕ່ບົນພື້ນຖານຈິດໃຈປະຢັດມັດທະຍັດ.
4) ສືບຕໍ່ໂຄສະນາເຜີຍແຜ່ ລະບຽບການໃນການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ຫຼາຍກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ, ອະທິບາຍໃຫ້ຊັດເຈນ, ສົ່ງເສີມການນຳໃຊ້ເງິນກີບ, ຫຼຸດຜ່ອນການແລກປ່ຽນເງິນຕາຕ່າງປະເທດ ຊະຊາຍ ແລະ ເຮັດໃຫ້ການນຳໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂື້ນ.
5) ສືບຕໍ່ເອົາໃຈໃສ່ສົ່ງເສີມການຜະລິດພາຍໃນ ທີ່ເຮົາມີທ່າແຮງ ເພື່ອສົ່ງອອກໃຫ້ແຂງແຮງກວ່າເກົ່າ,ເພີ່ມມາດຕະການປ້ອງກັນການນໍາເຂົ້າສິນຄ້າເຖື່ອນ, ຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ສິນຄ້າທີ່ມີທາດເຫຼົ້າ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າດ້ວຍການສົ່ງເສີມທາງດ້ານເຕັກນິກວິຊາການ, ທຶນຮອນ ລວມທັງສິ່ງອຳນວຍຄວາມສະດວກໃນການຂົນສົ່ງ, ການເຂົ້າເຖິງຕະຫຼາດ ແລະ ການຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດເປັນສິນຄ້າ ໃຫ້ຫຼາຍຂຶ້ນ.
6) ສືບຕໍ່ເຈລະຈາດ້ານສຸຂະນາໄມ ພືດ ແລະ ສັດ ກັບປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ, ສສ. ຫວຽດນາມ ແລະ ປະເທດໄທ ໃຫ້ໄດ້ຫຼາຍປະເພດສິນຄ້າຕື່ມ; ຊຸກຍູ້ການຜະລິດບັນດາສິນຄ້າທີ່ໄດ້ມີສັນຍາແລ້ວເພື່ອສົ່ງອອກໃຫ້ໄດ້ຫຼາຍຂຶ້ນ.
7) ສືບຕໍ່ສຸມໃສ່ການຄຸ້ມຄອງໂຄງການບໍ່ແຮ່ໃຫ້ເຂັ້ມງວດກວ່າເກົ່າ ໂດຍລັດຖະບານ ຈະອອກຄຳສັ່ງເພີ່ມຕື່ມອີກ.
9) ສືບຕໍ່ສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ໃຫ້ໄດ້ຄົບຖ້ວນ ແລະ ເກັບຈາກຖານລາຍຮັບໃໝ່ ແຕ່ຕົ້ນປີ ສູ້ຊົນໃຫ້ເປັນປີທຳອິດທີ່ມີລາຍຮັບເກີນດູນ ເປັນຕົ້ນສຸມໃສ່ການເກັບລາຍຮັບຕາມຖານທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຫັນໄປສູ່ລະບົບການເກັບລາຍຮັບແບບທັນສະໄໝ;
10) ສືບຕໍ່ສຸມໃສ່ເກັບກູ້ໜີ້ສິນຈາກ 4 ບໍລິສັດໃຫຍ່ ດ້ວຍຫຼາຍວິທີ ແລະ ມາດຕະການລະອຽດ;
11) ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ເປັນຕົ້ນ ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ບໍເຕັນ ຊ່ວງທີ 4, ໂຄງການເສັ້ນທາງເລກທີ 12, ລວມທັງສຸມໃສ່ປັບປຸງເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນຄົ້ນຄວ້າໄວ ການເກັບລາຍຮັບຈາກການຂົນສົ່ງ ເພື່ອມາສ້ອມແປງເສັ້ນທາງຕ່າງໆ.
12) ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ ແລະ ສືບຕໍ່ປະຕິບັດຕາມແຈ້ງການ ສະບັບເລກທີ 221/ຫສນຍ, ລົງວັນທີ 11 ກຸມພາ 2025 ເພື່ອສືບຕໍ່ນໍາໃຊ້ມາດຕະການຈໍາກັດການນໍາເຂົ້າ ຍານພາຫະນະທາງບົກ (ລົດຈິບ, ລົດເກັງ) ທີ່ມີມູນຄ່າ 50,000 ໂດລາ ຂຶ້ນໄປ.
13) ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ;
14) ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ແລະ ຜົນຂອງກອງປະຊຸມສຸດຍອດລັດຖະບານໂລກ ທີ່ປະເທດອາເມຣັດອາຣັບແລະ ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງ ຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ເປັນຕົ້ນ: ການກະກຽມໃຫ້ທ່ານເລຂາທິການໃຫ່ຍໄປຮ່ວມກອງປະຊຸມສາກົນສາກົນ ວ່າດ້ວຍອານາຄົດຂອງອາຊີທີ່ ປະເທດຍີ່ປຸ່ນ, ລັດເຊຍ ແລະ ທ່ານນາຍົກລັດຖະມົນຕີ ໄປຮ່ວມກອງປະຊຸມ ໂບອ່າວ ທີ່ ສປ ຈີນ ແລະ ເຂົ້າຮ່ວມງານວາງສະແດງໂລກ Expo 2025 Osakaທີ່ປະເທດຍີ່ປຸ່ນພ້ອມນີ້ ກະກຽມຕ້ອນຮັບການມາຢ້ຽມຢາມທາງການຂອງຜູ້ນໍາປະເທດເພື່ອນມິດ ຢູ່ ສປປ ລາວ.
ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມ ເດືອນມີນາ ໄປປັບປຸງເຂົ້າໃນແຜນຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສຳເລັດຊັດເຈນ,ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.






