ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນກອງປະຊຸມອາຊຽນບວກສາມ ຄັ້ງທີ 27

Oct 10, 2024

ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ໂດຍມີບັນດາຜູ້ນໍາອາຊຽນ ແລະ ຜູ້ນໍາຂອງປະເທດບວກສາມຄື: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ, ພ້ອມດ້ວຍນາຍົກລັດຖະ ມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ.
ກອງປະຊຸມໃນຄັ້ງນີ້, ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອາຊຽນບວກສາມ ເພື່ອເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຍາດແຍ່ງເອົາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍພາຍໃນພາກພື້ນຮ່ວມກັນ. ພ້ອມນີ້, ຍັງໄດ້ເຫັນດີໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັນ ໂດຍຜ່ານບັນດາກົນໄກ ແລະ ຂໍ້ລິເລີ່ມຂອງອາຊຽນບວກສາມ ທີ່ມີຢູ່ໃນປັດຈຸບັນ ເປັນຕົ້ນ ກອງທຶນການຮ່ວມມືຫລາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່, ຫ້ອງ ການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ, ຄັງແຮເຂົ້າສຸກເສີນອາຊຽນບວກສາມ, ເວທີປຶກສາຫາລືອາ ຊີຕາເວັນອອກ ແລະ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງບັນດາປະເທດບວກສາມ ເຂົ້າໃນຄັງແຮເຂົ້າສຸກເສີນອາຊຽນບວກສາມ ເພື່ອຊ່ວຍເຫລືອປະເທດອາຊຽນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ.
ສໍາລັບ ທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ເຫັນດີໃຫ້ສືບຕໍ່ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ (2023-2027) ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ພ້ອມທັງ ໄດ້ຊຸກຍູ້ໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດການຫັນປ່ຽນເປັນດີຈິຕອນ, ນະວັດຕະກໍາດ້ານເຕັກໂນໂລຊີ, ພະລັງງານສີຂຽວ, ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການເງິນ, ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ ແລະ ການຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານພາກພື້ນ. ຜູ້ນໍາອາຊຽນບວກສາມ ໄດ້ຮັບຮອງເອົາຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງພາກພື້ນ.
ອາຊຽນບວກສາມ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1997 ເພື່ອຮັບມືກັບວິກິດການທາງດ້ານການເງິນ ທີ່ເກີດຂຶ້ນໃນພາກພື້ນ ແລະ ໄດ້ຮັບການເສີມຂະຫຍາຍການຮ່ວມມື ຈົນກາຍເປັນກົນໄກທີ່ສໍາຄັນໃນການສົ່ງເສີມການຮ່ວມມື ໃນພາກພື້ນອາຊີຕາເວັນອອກ ຈົນເຖິງປັດຈຸບັນ ແລະ ໄດ້ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.