ໃນລະຫວ່າງ ວັນທີ 24-28 ມີນາ 2025, ສະຫາຍ ພົທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມຮັກສາຄວາມສະຫງົບ ຫວຽດນາມ – ລາວ ຈັດຂຶ້ນຢູ່ນະຄອນໂຮ່ຈິມິນ, ສສ ຫວຽດນາມ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົຕ ຟ້າມ ເທ້ ຕຸ່ງ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເປັນຫົວໜ້າຄະນະ.
ກອງປະຊຸມ ໄດ້ຍົກເອົາຜົນສຳເລັດ ແລະ ບັນຫາທີ່ຍັງຄົງຄ້າງຂອງການຈັດຕັ້ງປະຕິບັດການຮ່ວມມືຮອບດ້ານຂອງສອງກະຊວງຂຶ້ນມາປຶກສາຫາລື ພ້ອມທັງກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໃຫ້ຮູ້ວ່າ: ໃນປີທີ່ຜ່ານມາກຳລັງສັນຕິບານ ແລະ ຕຳຫຼວດ ບັນດາແຂວງທີ່ມີຊາຍແດນຕິດຈອດສອງປະເທດ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍເນື້ອໃນ ບົດບັນທຶກຊ່ວຍຈຳ, ບົດບັນທຶກຮັກສາຄວາມສະຫງົບຫວຽດ ນາມ-ລາວ ຄັ້ງທີ 14 ຢ່າງມີປະສິດທິຜົນ, ຮັບປະກັນຄວາມສະ ຫງົບທາງດ້ານການເມືອງ, ຄວາມສະຫງົບພາຍໃນ, ຄວາມສະຫງົບດ້ານວັດທະນະທຳ ແລະ ໂທລະຄົມມະນາຄົມການສື່ສານ, ຄວາມ ສະຫງົບທາງດ້ານເສດຖະກິດ, ຄວາມສະຫງົບທາງດ້ານອິນເຕີເນັດ, ຮ່ວມມືໃນຂົງເຂດວຽກງານວິຊາສະເພາະ, ວຽກງານສືບຂ່າວນອກເຂດ, ຮ່ວມມືຮັກສາຄວາມສະຫງົບຊາຍແດນ, ຮ່ວມມືທາງດ້ານຄຸ້ມຄອງເຂົ້່າ-ອອກ ເມືອງ, ຮ່ວມມືບຳລຸງພະນັກງານ ແລະ ແລກປ່ຽນຄະນະຜູ້ແທນ.
ສອງຝ່າຍເປັນເອກະພາບສືບຕໍ່ປະສານສົມທົບບັນດາກົນ ໄກການຮ່ວມມືລະຫວ່າງ ກຳລັງສັນຕິບານ ສອງປະເທດ ຫວຽດ ນາມ-ລາວ ກຳນົດໃຫ້ຈະແຈ້ງຕໍ່ໜ້າທີ່ວຽກງານ ຮັບປະກັນຄວາມ ສະຫງົບ ແຫ່ງຊາດ ແມ່ນວຽກງານຈຸດສຸມແຖວໜ້າໃນການພົວ ພັນຮ່ວມມືຊຸກຍູ້ກົນໄກໃນການແລກປ່ຽນສະພາບ ລະຫວ່າງ ກຳລັງສັນຕິບານບັນດາກົມກອງທ້ອງຖິ່ນ ເພື່ອເປັນເສນາທີການໃຫ້ການນຳສອງກະຊວງໃຫ້ທັນການ, ບັນດາແຜນນະໂຍບາຍ ມາດຕະການປ້ອງກັນສະກັດກັ້ນ ແລະ ຕໍ່ສູ້ກັບ ບັນດາອາຊະຍາກຳໃນສະພາບໃໝ່ ເພື່ອເພິ່ມທະວີແລກປ່ຽນຂໍ້ມູນຂ່າວສານປະສານສົມທົບປ້ອງກັນສະກັດກັ້ນ ແລະ ຕໍ່ສູ້ກັບບັນດາໄພຂົ່ມຕໍ່ກັບຄວາມສະຫງົບ ໂດຍສະເພາະແມ່ນອາຊະຍາກຳຕົວະຍົວະຫຼອກ ລວງ, ສົມທົບວຽກງານຄຸ້ມຄອງ ແລະ ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍທາງຊາຍແດນ, ປະສານສົມທົບສືບສວນ-ສອບສວບສວນ ຈັບກຸມທັບມ້າງບັນດາເສັ້ນທາງຄ້າຂາຍອາວຸດເສິກ ແລະ ທາດລະເບີດ, ຊ່ວຍເຫຼືອສະໜັບສະ ໜູນ ແລະ ແກ້ໄຂບັນດາວຽກງານທີສັບສົນທີ່ກ່ຽວຂ້ອງເຖິງຄວາມບໍ່ສະຫງົບຄວາມບໍ່ເປັນລະບຽບຮຽບຮ້ອຍເສັ້ນທາງຊາຍ ແດນ.
ສອງຝ່າຍເຫັນດີພ້ອມກັນປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທິສາກົນ ແລະ ຊຸກຍູ້ການຮ່ວມມືປ້ອງກັນສະກັດກັ້ນການກໍ່ການຮ້າຍສາກົນ ຂອງບັນດາປະເທດອາຊຽນ, ປະສານສົມທົບຮັບປະກັນຄວາມ ສະຫງົບໃນເຫດການທີ່ສຳຄັນທີ່ເກີດຂື້ນຢູ່ລາວ ແລະ ຫວຽດ ນາມ ພິເສດແມ່ນການມາຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ.
ທີ່ມາ: ວາລະສານປ້ອງກັນຄວາມສະຫງົບ





