ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 22 ພະຈິກ 2024 ນີ້. ທ່ານ ນາງ ໃບຄໍາ ຂັດຕິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນນໍາສະເໜີບົດລາຍງານການປະເມີນການຈັດຕັ້ງປະຕິບັດ ກົດໝາຍແຮງງານ ສະບັບປັບປຸງ ສະບັບເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013 ໂດຍທ່ານໄດ້ຍົກໃຫ້ເຫັນຄວາມເປັນມາ, ສະພາບ ການສ້າງ ແລະປັບປຸງ, ຕີລາ ຄາສະພາບການ ຈັດຕັ້ງປະຕິບັດ ໂດຍສະເພາະການໂຄສະນາເຜີຍ ແຜ່ ແລະ ການຜັນຂະຫຍາຍເປັນນິຕິກໍາໄຕ້ກົດໝາຍ, ຕີລາຄາຜົນໄດ້ຮັບ ແລະ ທິດທາງແກ້ໄຂກົດໝາຍດັ່ງກ່າວໃນຕໍ່ໜ້າ.
ໃນນີ້, ສໍາລັບຜົນໄດ້ຮັບຈາກການນໍາໃຊ້ກົດໝາຍສະບັບນີ້. ດ້ານຕັ້ງໜ້າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງ ງານ ເຫັນວ່າອົງການຈັດຕັ້ງລັດ, ຫົວ ໜ່ວຍທຸລະກິດ, ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໄດ້ ຮັບຮູ້, ເຂົ້າໃຈ ແລະ ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດ ໝາຍແຮງງານໃນລະດັບດີພໍສົມຄວນ. ການຄຸ້ມຄອງ, ຕິດຕາມ, ກວດກາວຽກງານແຮງງານ ໂດຍສະເພາະ ການພັດທະນາ, ການເຄື່ອນຍ້າຍ, ການປົກປ້ອງແຮງງານ ໄດ້ຮັບການຍົກສູງດ້ານຄຸນ ນະພາບດີຂຶ້ນເປັນກ້າວໆມາ ສາມາດຮອງຮັບການຫັນເປັນອຸດ ສາຫະກຳທີ່ທັນສະໄໝ; ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໄດ້ ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ປະກອບສ່ວນເຂົ້າໃນການສົ່ງເສີມການລົງທຶນ, ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຊຸກຍູ້ ແລະ ສົ່ງເສີມ ວຽກ ງານສາຍພົວພັນແຮງງານໃນ ລະບົບສາມຝ່າຍນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນ, ບົດບາດຂອງຄະນະກຳມະການແຮງງານ ແຫ່ງຊາດມີຄວາມເຂັ້ມແຂງ ເພື່ອຄຸ້ມຄອງແຮງງານລາວທີ່ໄປເຮັດ ວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
ກົດໝາຍວ່າດ້ວຍແຮງງານ ໄດ້ເປັນເຄື່ອງມືທີສໍາຄັນໃຫ້ແກ່ ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມໃນການຄຸ້ມ ຄອງແຮງງານ, ເປັນບ່ອນອີງໃຫ້ເຈົ້າໜ້າທີ່ກວດກາແຮງງານໃນ ການລົງຕິດຕາມກວດກາບັນດາຫົວໜ່ວຍແຮງ ງານໃນຂອບເຂດທົ່ວປະເທດ, ເປັນບ່ອນອີງໃຫ້ແກ່ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໃນການປະຕິບັດກົດໝາຍ ແລະ ລະບຽບການດ້ານແຮງ ງານ ເພື່ອໃຫ້ໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ມີຄວາມຍຸຕິທໍາໃນການຈ້າງງານ ແລະ ອື່ນໆ.
ທ່ານ ນາງໃບຄໍາ ຂັດຕິຍະ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ຂໍ້ຄົງຄ້າງ ຈາກການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານສະບັບປັບປຸງ ເຫັນວ່າບາງມາດຕາຂອງກົດໝາຍວ່າດ້ວຍແຮງງານ ຍັງມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ມີ ຊ່ອງຫວ່າງ ແລະຂໍ້ຈຳ ກັດ, ບໍ່ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ ແລະ ຍັງຂັດກັບນິຕິກຳອື່ນ ຈໍານວນໜຶ່ງ, ການບັງຄັບໃຊ້ແມ່ນບໍ່ສອດຄອງກັບສະພາບການປົກປ້ອງ ແລະ ຄຸ້ມຄອງແຮງງານໃນປະຈຸບັນ; ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິນິຕິກາລຸ່ມກົດໝາຍ ຍັງບໍ່ ທັນກວ້າງຂວາງ ແລະເລິກເຊິ່ງເທົ່າທີ່ຄວນ, ບາງເນື້ອຂອງກົດ ໝາຍວ່າດ້ວຍແຮງງານ ບໍ່ສອດ ຄອ່ງ ແລະ ບໍ່ກວມເອົາ ຫຼັກການ ແລະ ເນື້ອໃນຂອງສົນທິສັນຍາຂອງອົງການແຮງງານສາກົນທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ເປັນຕົ້ນແມ່ນ ສົນທິສັນຍາເລກທີ 171 ວ່າດ້ວຍການເຮັດວຽກກາງຄືນ (ສປປ ລາວໃຫ້ ສັດຕະຍາ ບັນໃນປີ 2014), ສົນທິສັນຍາເລກທີ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບ ແຮງງານ (ສປປ ລາວໃຫ້ສັດຕະຍາ ບັນໃນປີ 2022) ແລະ ອື່ນໆ.
ສໍາລັບກົດໝາຍ ວ່າດ້ວຍແຮງງານ ສະບັບທໍາອິດ ໄດ້ຮັບຮອງ ແລະ ປະກາດໃຊ້ໃນປີ 1990, ໄລຍະຜ່ານມາໄດ້ປັບປຸງມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 1994, ຄັ້ງທີ 2 ໃນປີ 2006 ແລະ ຄັ້ງທີ 3 ແມ່ນປີ 2013 ຊຶ່ງຍັງນໍາໃຊ້ຈົນເຖິງປະຈຸບັນ ປະກອບມີ 17 ພາກ, ມີ 29 ໝວດ ແລະ 181 ມາດຕາ.



