ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນການທົດລອງສ້າງບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ

Dec 26, 2024

ຜົນການທົດລອງສ້າງບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ
ໃນການທົດລອງສ້າງບ້ານພັດທະນາເມືອງແສນ ເປັນບ້ານພັດທະນາ ປະຊາຊົນຢູ່ດີ – ກິນດີ ” ຕາມ 6 ເນື້ອໃນ 9 ມາດຖານ 25 ໃບຢັ້ງຢືນຂອງຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ, ບົນພື້ນຖານສາມາດລຶບລ້າງຄວາມທຸກຍາກຂອງປະຊາຊົນ 100% ແມ່ນຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.
ທ່ານ ສົມໃຈ ສິງສະຫວ່າງ ເລຂາຄະນະພັກຮາກຖານ ບ້ານໃຫຍ່ເມືອງແສນ ສະເໜີໃຫ້ຮູ້ກ່ຽວກັບ “ບາງບົດຮຽນໃນການ ທົດລອງສ້າງບ້ານພັດທະນາເມືອງແສນ ເປັນບ້ານພັດທະນາ ປະຊາຊົນຢູ່ດີ – ກິນດີ ” ທີ່ຄະນະພັກແຕ່ລະຂັ້ນ ໄດ້ຮ່ວມກັບຄະນະພັກບ້ານ, ອົງການປົກຄອງບ້ານ ດໍາເນີນການຈັດຕັ້ງປະຕິ ບັດໃຫ້ສໍາເລັດ ເພື່ອເປັນການເອກອ້າງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງໂຂງ ຄັ້ງທີ IX ທີ່ຈະເປີດຂຶ້ນໃນອີກບໍ່ດົນ ໂດຍບ້ານພັດທະນາເມືອງແສນ ເປັນບ້ານໜຶ່ງ ທີ່ຕັ້ງຢູ່ດອນໂຂງ, ຂຶ້ນກັບຈຸດເມືອງແສນ ເມືອງໂຂງ ແຂວງຈໍາປາສັກ ຫ່າງຈາກເທດສະ ບານເມືອງ 8 ກິໂລແມັດ, ພົນລະເມືອງພາຍໃນບ້ານທັງໝົດ 2.095 ຄົນ, ຍິງ 1.068 ຄົນ, ມີ 355 ຄອບຄົວ, ມີ 382 ຫຼັງຄາເຮືອນ, ປະຊາຊົນພາຍໃນບ້ານ ຖືເອົາການເຮັດນາປູກເຂົ້າເປັນອາຊີບຕົ້ນຕໍ, ກວມ 89%, ການປູກຝັງ – ລ້ຽງສັດ, ຫັດຖະກໍາ ແລະ ບໍລິການຄ້າຂາຍ ເປັນອາຊີບສໍາຮອງ, ໃນໄລຍະຜ່ານມາຄະນະພັກຮາກຖານ, ອົງການປົກຄອງບ້ານເມືອງແສນ ໄດ້ເອົາໃຈໃສ່ນໍາພາປະຊາຊົນ ຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ – ລັດ ເວົ້າລວມ, ເວົ້າສະເພາະ ບ້ານເມືອງແສນ ເປັນບ້ານເປົ້າໝາຍທົົດລອງສ້າງບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ເພື່ອຍົກລະດັບການພັດທະນາບ້ານໃຫຍ່ ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດ ແກ້ໄຂຄວາມທຸກຍາກຫຼຸດພົ້ນອອກ ຈາກຄວາມດ້ອຍພັດທະນາ.
ພ້ອມນີ້ກໍຍົກໃຫ້ເຫັນລາຍລະອຽດໃນການທົດລອງສ້າງບ້ານພັດທະນາເມືອງແສນ ເປັນບ້ານພັດທະນາ ປະຊາຊົນຢູ່ດີ- ກິນດີ ຄື: ອົງການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ມີຄວາມເຫັນດີເປັນເອກະພາບ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຕ່ລະຂັ້ນ ປະຕິບັດຕາມບົດແນະນໍາ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍບາດກ້າວນໍາພາສ້າງ ແລະ ເຮັດທົດລອງສ້າງບ້ານພັດທະນາປະຊາຊົນຢູ່ດີ – ກິນດີ, ຄະນະປະຈໍາພັກເມືອງ ໄດ້ອອກມະຕິຕົກລົງ ວ່າດ້ວຍການສ້າງບ້ານພັດທະ ນາເມືອງແສນເປັນບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ຕາມ 6 ເນື້ອໃນ 9 ມາດຖານ 25 ໃບຢັ້ງຢືນ, ເຊິ່ງໄດ້ສ້າງບ້ານພັດທະນາເມືອງແສນ ເປັນບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ປະຕິບັດ ຕາມແຕ່ລະຂັ້ນຕອນດັ່ງນີ້:ປິ 2018 ເປັນຕົ້ນມາ ຄະນະພັກ – ອົງການປົກຄອງບ້ານເມືອງແສນ ໄດ້ເຂົ້າຮ່ວມຮັບຟັງການເຊື່ອມຊຶມບັນດາເອກະສານຕ່າງໆ ກ່ຽວກັບການສ້າງບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ຈັດກອງປະຊຸມຝຶກອົບຮົມໃຫ້ພໍ່ແມ່ປະຊາ ຊົນພາຍໃນບ້ານ ຮັບຮູ້ – ເຂົ້າໃຈ ເຖິງຈຸດປະສົງ ແລະ ລະດັບຄາດໝາຍຂອງການສ້າງບ້ານໃຫ້ມີຄວາມເຂັ້ມ ໜັກແໜ້ນ ໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ ຈາກນັ້ນກໍໄດ້ກວດກາປະເມີນຜົນຮັບຮອງມາດຖານ ການທົດລອງສ້າງຄອບຄົວ ແລະ ບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ຂໍໃບຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ, ອົງການປົກຄອງບ້ານ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ດ້ວຍການຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ບັນດາພຶດຕິກໍາຕ່າງໆ, ມີໜ່ວຍພັກທັງໝົດ 4 ໜ່ວຍພັກ, ສະມາຊິກພັກ 51 ສະຫາຍ, ຍິງ 12 ສະຫາຍ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ປີຊ້ອນ. ພາຍໃນບ້ານມີເນື້ອທີ່ທໍາການຜະລິດປູກເຂົ້ານາປີ, ນາແຊງ ທັງໝົດ 546,81 ເຮັກຕາ ຜົນການຜະລິດລວມ 2,730 ໂຕນຕໍ່ປີ ສະເລ່ຍໃສ່ຫົວຄົນ 723 ກິໂລຕໍ່ຄົນຕໍ່ປີ ຄອບຄົວຕົວແບບປູກເຂົ້ານາປີ ມີ 5 ຄອບຄົວ, ການຜະລິດສິນຄ້າທີ່ເປັນເອກະລັກຂອງບ້ານມີ ຜະລິດເສັ້ນເຝີ 5 ຄອບຄົວ, ເຂົ້າປຸ້ນມີ 2 ແຫ່ງ, ຄອບຄົວບໍລິການ – ຄ້າຂາຍ 52 ຄອບຄົວ, ມີຕະຫຼາດ 1 ແຫ່ງ. ກອງທຶນພັດທະນາບ້ານໄດ້ມີການຈັດຕັ້ງ ແລະ ເຄື່ອນໄຫວຢ່າງເຂັ້ມແຂງ ມີສະມາຊິກກອງທຶນທັງໝົດ 624 ຄົນ ມີຈໍານວນເງິນທັງໝົດ 2,41 ຕື້ກີບ ບົນພື້ນຖານດັ່ງກ່າວປະຊາຊົນມີລາຍຮັບເພີ່ມຂຶ້ນ ສະເລ່ຍ 23,720,000 ລ້ານ ກີບຕໍ່ຄົນຕໍ່ປີ ແລະ ສາມາດລຶບລ້າງຄວາມທຸກຍາກໄດ້ 100%, ສະນັ້ນ; ໃນຄັ້ງວັນທີ 23 ເມສາ 2023 ໄດ້ປະກາດຮັບຮອງເປັນບ້ານພັດທະນາເມືອງແສນ ເປັນບ້ານພັດທະນາປະຊາຊົນຢູ່ດີ – ກິນດີ.
ທ່ານ ສົມໃຈ ສິງສະຫວ່າງ ໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ຍົກລະ ດັບຄຸນນະພາບ ຮັກສາໄດ້ນາມມະຍົດບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ຄະນະພັກ – ອົງການປົກຄອງບ້ານ ຈະໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດຕາມວຽກງານດັ່ງນີ້:
– ເພີ່ມທະວີວຽກງານສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ສະມາຊິກພັກ, ປະຊາຊົນບັນດາເຜົ່າໃຫ້ທົ່ວເຖິງ.
– ສືບຕໍ່ຮັກສາໄດ້ນາມມະຍົດ ຂອງບ້ານພັດທະນາເມືອງແສນເປັນບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ຕະຫຼອດໄປ.
– ສືບຕໍ່ປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງແທ້ຈິງ.
– ສືບຕໍ່ອອກແຮງງານພັດທະນາບ້ານ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຊຸກຍູ້ສ້າງຕົວແບບດ້ານຕ່າງໆ ໃຫ້ຫຼາຍຂຶ້ນກວ່າເກົ່າ.
– ສືບຕໍ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ ຮີດຄອງປະເພນີ ອັນດີຂອງຊາດ ກໍຄືຂອງທ້ອງຖິ່ນ.
– ເອົາໃຈໃສ່ປົກປັກຮັກສາສະພາບແວດລ້ອມ ໃຫ້ມີຄວາມສວຍງາມ ຕິດຕາມກວດກາເປັນປົກກະຕິ ຫຼີກລ້ຽງການຖິ້ມຂີ້ເຫຍື້ອຊະຊາຍ.
ຂ່າວ: ຈັນທະວີສັກ ເຊັນສຸດໃຈ