ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຜົນການພິຈາລະນາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກປີ 2024 ແລະ ແຜນການ ປີ 2025 ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX , ໃນວັນທີ 4 ທັນວາ 2024 ທີ່ສະພາແຫ່ງຊາດວ່າ: ຜົນການພິຈາລະນາບົດລາຍງານການຈັດຕັ້ງປະຕິບັດຂອງ 2 ອົງການດັ່ງກ່າວ ສາມາດສັງລວມບັນຫາທີ່ພົ້ນເດັ່ນ ຄື:
ສະມາຊິກສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສອງອົງການທີ່ໄດ້ສູ້ຊົນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍຢ່າງຕັ້ງໜ້າ ຊຶ່ງບົດລາຍງານມີຄວາມຊັດເຈນ ແລະ ຈະແຈ້ງກວ່າປີຜ່ານມາ, ສ່ອງແສງໃຫ້ເຫັນຄວາມເອົາຈິງເອົາຈັງ, ຄວາມເຂັ້ມງວດ, ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານລັດ, ຫຼຸດຜ່ອນການລະເມີດກົດໝາຍ, ວິໄນແຜນການ-ການເງິນ ແລະ ເກັບກູ້ຊັບສິນເຂົ້າງົບປະມານແຫ່ງລັດໄດ້ຫຼາຍຂື້ນ, ພະນັກງານ-ລັດຖະກອນ ມີສະຕິເຄົາລົບກົດໝາຍ ແລະ ສັງຄົມມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ;
ໃນປີນີ້ ທັງສອງອົງການໄດ້ດຳເນີນການກວດກາ-ກວດສອບເປົ້າໝາຍຕາມແຜນການ ແລະ ເປົ້າໝາຍສະເພາະຕາມການມອບໝາຍຂອງລັດຖະບານ ເປັນຕົ້ນ ການນຳໃຊ້ເງິນກອງທຶນທາງບໍ່ສອດຄ່ອງກັບດໍາລັດວ່າດ້ວຍກອງທຶນທາງ, ການນຳເຂົ້າພາຫະນະບໍ່ຖືກຕ້ອງຕາມກົດໝາຍ, ການນຳເຂົ້ານ້ຳມັນເຊື້ອໄຟບໍ່ສອດຄ່ອງຕາມກົດໝາຍ, ການຍົກເວັ້ນພາສີ-ອາກອນ, ການຂຸດຄົ້ນແຮ່ທົດ ລອງບໍ່ປະຕິບັດຄົບເງື່ອນໄຂຕາມນິຕິກຳທີ່ກ່ຽວຂ້ອງ, ບາງເຂດເສດຖະກິດພິເສດບໍ່ປະຕິບັດຕາມສັນຍາ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຍັງພົບເຫັນຫົວໜ່ວຍງົບປະມານ ສືບຕໍ່ລະເມີດ ແລະ ມີລັກສະນະຊໍາເຮື້ອ ເປັນຕົ້ນ ກວດເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບ, ຈ່າຍລ່ວງໜ້າຄັງເງິນແຫ່ງຊາດ, ການນໍາໃຊ້ງົບປະມານແຫ່ງລັດ, ຊັບສິນຂອງລັດ ແລະ ອື່ນໆ;
ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ສອງອົງການ ເອົາໃຈໃສ່ຜັນຂະຫຍາຍມາດຕາຂອງກົດໝາຍ ໃນຂົງເຂດກວດກາ-ກວດສອບ ເປັນນິຕິກຳໃຕ້ກົດໝາຍ ເພື່ອເປັນເຄື່ອງມື ແລະ ບ່ອນອີງໃນການເຄື່ອນໄຫວວຽກງານ ແລະ ແກ້ໄຂຜົນການກວດກາ- ກວດສອບ ໃຫ້ມີປະສິດທິພາບ, ພ້ອມທັງ ເພິ່ມທະວີໂຄສະນາເຜີຍແຜ່ ໃຫ້ເປົ້າໝາຍຖືກກວດກາ-ກວດສອບ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ;
ສະມາຊິກສະພາແຫ່ງຊາດ ເຫັນວ່າ ການແກ້ໄຂຜົນການກວດກາ-ກວດສອບ ຍັງແກ້ໄຂໄດ້ໜ້ອຍ, ແກ່ຍາວເວລາ, ຜູ້ລະເມີດກໍຍັງທັນບໍ່ໄດ້ຖືກລົງໂທດ ຫຼື ຖືກປະຕິບັດວິໄນ ຢ່າງເຂັ້ມງວດ ເຮັດໃຫ້ ສືບຕໍ່ລະເມີດ, ຈຶ່ງສະເໜີໃຫ້ກອງປະຊຸມເທຶ່ອນີ້ ຄົ້ນຄວ້າມາດຕະການແກ້ໄຂ ຜົນການກວດກາ-ກວດສອບ ທີ່ເດັດຂາດ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຕໍ່ເປົ້າໝາຍກວດກາ-ກວດສອບດ້ວຍການປະເມີນບຸກຄະລາກອນ ຂອງເປົ້າໝາຍກວດກາ-ກວດ ສອບທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແຕ່ງຕັ້ງໃນການແກ້ໄຂຜົນການກວດກາ-ກວດສອບ ຖ້າມີການແກ້ໄຂກໍຄວນມີການຍ້ອງຍໍຊົມເຊີຍ, ແຕ່ຖ້າບໍ່ມີການແກ້ໄຂກໍຄວນພິຈາລະນາການສັບຊ້ອນຍົກຍ້າຍປ່ຽນແທນ, ພ້ອມກັນນັ້ນ ໃຫ້ສອງອົງການກະກຽມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງຕົນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX;
ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ສອງອົງການ ເອົາໃຈໃສ່ຫັນເປັນທັນສະໄໝ ໃນວຽກງານກວດກາ-ກວດສອບເພື່ອເຊື່ອມໂຍງດ້ານຂໍ້ມູນຂ່າວສານກັບເປົ້າໝາຍຖືກກວດກາ-ກວດສອບ, ສາມາດຕິດຕາມຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ສາມາດເຫັນບັນຫາ ແລະ ຮ່ວມກັນແກ້ໄຂທັນທີ;
ເພື່ອຮັບປະກັນຄຸນນະພາບຂອງວຽກງານກວດກາ-ກວດສອບສະມາຊິກສະພາແຫ່ງຊາດ ສະເໜີໃຫ້ສອງອົງການເອົາໃຈໃສ່ກໍ່ສ້າງ ແລະ ຍົກລະດັບ ພະນັກງານກວດກ-ກວດສອບ ໃຫ້ມີຄວາມຮູ້, ຄວາມສາມາດ,ມີຈັນຍາບັນ, ຈັນຍາທຳ ແລະ ເປັນມືອາຊີບມີຄວາມພ້ອມຕອບສະໜອງກັບວຽກງານ ໃນໄລຍະໃໝ່ ພ້ອມທັງໃຫ້ການຝຶກອົບຮົມ ແລະ ສຳມະນາ ຖ່າຍທອດບົດຮຽນວຽກງານກວດກາ-ກວດສອບ ໃຫ້ເປົ້າໝາຍຖືກກວດກາ- ກວດສອບໃຫ້ຫຼາຍຂຶ້ນ ແລະ ກ້ວາງຂວາງ;
ກອງປະຊຸມມອບໃຫ້ ລັດຖະບານຄົ້ນຄວ້າ ແລະ ຈັດສັນງົບ ປະມານ ປີ 2025 ໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ, ອຸປະກອນ-ເຄື່ອງມືຮັບໃຊ້ວຽກງານວິຊາສະເພາະ, ພາຫະນະ ແລະ ອື່ນໆ ເພື່ອຮັບປະກັນໃຫ້ສອງອົງການ ສາມາດເຄື່ອນໄຫວວຽກງານກວດກາ-ກວດສອບຢ່າງເປັນເອກະລາດ, ມີຄຸນນະພາບ ແລະ ມີຜົນສຳເລັດຕາມແຜນການ.



