ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ກັນຍານີ້, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະທ່ານ ເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະ ເທດຣັດເຊຍໃນໄລຍະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77.
ທ່ານ ລາຟໂລຟ ກ່າວວ່າ: ຣັດເຊຍ ຍິນດີພ້ອມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດໃນກອງປະຊຸມສຸດຍອດຊາມາວ ຮານຂອງອົງການຮ່ວມມືຊຽງໄຮ, ຊຸກຍູ້ການຮ່ວມມືແບບຕິດແທດຕົວຈິງລະຫວ່າງສອງປະເທດຢ່າງຕໍ່ເນື່ອງ. ຂໍ້ລິເລິ່ມການພັດທະນາທົ່ວໂລກ ແລະ ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກທີ່ທ່ານປະທານ ສີຈີ້ນຜິງ ສະເໜີອອກນັ້ນແມ່ນສຳຄັນຫຼາຍ, ຈະເຕົ້າໂຮມກຳລັງແຮງສັງລວມຂອງປະຊາ ຄົມໂລກເພື່ອຊຸກຍູ້ສັນຕິພາບ, ການພັດທະນາ, ສະເໝີພາບ ແລະ ຄວາມທ່ຽງທຳຂອງໂລກ, ຣັດເຊຍ ຍ້ອງຍໍ, ສະໜັບ ສະໜູນຢ່າງຕັ້ງໜ້າ ແລະ ຄອງຄອຍເພີ່ມທະວີການປະສານງານລະຫວ່າງສອງປະເທດໃນອົງການສາກົນ ແລະ ພາກພື້ນຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ອົງການຮ່ວມ ມືຊຽງໄຮ ແລະ ບຣິກສ໌ເປັນຕົ້ນ.
ທ່ານ ວາງຢີ້ ກ່າວວ່າ, ປະມຸກລັດສອງປະເທດຈັດການພົບປະອັນສຳຄັນຢູ່່ນະຄອນຊາມາຄານ ແລະ ໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນອັນໃໝ່, ໄດ້ຊີ້ິທິດໃຫ້ການຂະ ຫຍາຍການພົວພັນລະຫວ່າງສອງປະເທດ, ຈີນຍິນດີຮ່ວມກັບຣັດເຊຍ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດຢ່າງຮອບດ້ານ ແລະ ມີປະສິດທິພາບສູງ. ປັດຈຸບັນ, ສະພາບການແຜ່ລະ ບາດພະຍາດໂຄວິດ-19 ຍັງຂ້ຽວຂາດ, ສະຖານະການສາ ກົນປ່ຽນແປງໄປຢ່າງສັບສົນ. ໃນຖານະທີ່ເປັນປະເທດສະ ມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນ ແລະ ຣັດເຊຍ ຄວນເສີມຂະຫຍາຍບົດບາດຂອງຕົນ.