ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນການພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ, ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງ ນິງບິ່ງ, ສສຫວຽດນາມ

Mar 20, 2024

ຜົນການພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ, ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງ ນິງບິ່ງ, ສສຫວຽດນາມ
ກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ, ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງ ນິງບິ່ງ, ສສ ຫວຽດນາມ ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ່ 19 ມີນາ 2024 ທີ່ຫ້ອງປະຊຸມ ຫ້ອງການຄະນະພັກແຂວງ ນິງບີ່ງ ໂດຍມີ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລ ຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີສະຫາຍ ດວນ ມິງ ຮວນ ຄະນະບໍລິຫານສູນ ກາງພັກກອມມູນິດຫວຽດນາມເລຂາພັກແຂວງ ນິງບິ່ງ ແຫ່ງ ສສຫວຽດນາມ, ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ດວນ ມິງ ຮວນ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເລຂາພັກແຂວງ ນິງບິ່ງ ແຫ່ງ ສສຫວຽດນາມ, ໄດ້ຂື້ນມີຄຳເຫັນກ່າວຕ້ອນຮັບ, ພ້ອມທັງຕີລາຄາສູງຕໍ່ກັບການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງແຂວງໃຫ້ເລີ່ກເຊີ່ງຍີ່ງໆຂື້ນ. ພ້ອມດຽວກັນນີ້ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ອຸດົມໄຊ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຕາມທ່າແຮງຂອງແຂວງ,
ໃນໂອກາດດຽວກັນນີ້ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ນິງບິ່ງ ເຊີ່ງຕະຫຼອດໄລຍະຜ່ານມາ ຄະນະພັກ ຄະນະປົກຄອງແຂວງແມ່ນໄດ້ສຸມໃສ່ການພັດທະນາແຂວງນິງບິ່ງ ແບບຮອບດ້ານ ເຮັດໃຫ້ເສດຖະກິດພາຍໃນແຂວງມີການຈະເລີນເຕີບໂຕຂື້ນເລື້ອຍໆ, ໂດຍສະເພາະແມ່ນວຽກງານອຸດສາຫະກຳ, ສ້າງຜະລິດຕະພັນການທ່ອງທ່ຽວໃຫ້ມີຫຼາກຫຼາຍຮູບແບບ, ຕາມທ່າແຮງຂອງແຂວງ, ສົ່ງເສີມປະຊາຊົນໃຫ້ຫັນມາປະກອບອາ ຊີບບໍລິການທ່ອງທ່ຽວໃຫ້ຫຼາຍຂື້ນ, ສ້າງສີມືແຮງງານໃຫ້ມີຄຸນນະພາບ ແລະ ວຽກງານອື່ນໆ ແມ່ນມີຄວາມກ້າວໜ້າຕາມລະດັບຄາດໝາຍ, ໂດຍລວມແລ້ວ ແຂວງນິງບິ່ງ ຍັງສຶບຕໍ່ໜັກແໜ້ນທາງດ້ານການເມືອງ, ແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນໃນລະດັບດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຊີວິດການເປັນຢູ່ຂອງປະຊາຊົນ, ດ້ານວັດຖຸ ແລະ ຈິດໃຈໄດ້ຮັບການຍົກສູງຢ່າງຈະແຈ້ງ.
ສຳລັບການພົວພັນຮ່ວມມື ກັບແຂວງນິງບີງ ແມ່ນສາຍພົວພັນແບບ ແຂວງແຮກສ່ຽວ ເຊີ່ງສອງແຂວງໄດ້ມີມູນເຊື້ອມາດົນນານ, ໄດ້ພົວພັນຮ່ວມມືໃນຫລາຍລະດັບ ແລະ ກວມເອົາຫລາຍຂະແຫນງການ ແລະ ກໍ່ມີປະສິດທິຜົນດີ. ການນໍາຂອງສອງແຂວງ ໄດ້ມີການສົ່ງຈົດໝາຍຢື້ຢາມຖາມຂ່າວ, ອວຍພອນເຊິ່ງກັນ ແລະ ກັນໃນໂອກາດສຳຄັນຕ່າງໆ ຂອງພັກ-ສອງຊາດ ທັງໃນຍາມສຸກ ແລະ ຍາມທຸກຢ່າງເປັນປົກກະຕິ, ນອກນີ້, ຍັງໄດ້ມີການແຕ່ງຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການ ໄປ-ມາຫາສູ່ ພົບປະຢ້ຽມຢາມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນປະຈຳ. ໃນນີ້, ອັນພົ້ນເດັ່ນ ແຂວງນິງບີງ ໄດ້ຊ່ວຍເຫຼືອເປັນເງິນສົດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ19 ໃຫ້ແກ່ແຂວງອຸດົມໄຊ ຈຳນວນ 500 ລ້ານດົງ ແລະ ໃນນີ້ ປີ 2023 ອຸດົມໄຊໄດ້ຮັບການຊ່ວຍເຫຼືອເປັນເງິນໃນການຕ້ານໄພພິບັດນ້ຳຖ້ວມໃຫ້ແກ່ແຂວງອຸດົມໄຊ ຈຳນວນເງິນ 1 ຕື້ດົງ; ການກໍ່ສ້າງຊັບພະຍາກອນມະນຸດ ຊັ້ນປະລີນຍາຕີ ສົກ 2011-2021 ຈໍານວນ 74 ທຶນ, ສົກປີ 2022-2023 ຈໍານວນ 26 ທຶນ. ບັນດາ ນັກຮຽນ-ນັກສຶກສາ ຂອງ ແຂວງ ທີ່ໄດ້ມາສຶກສາຮໍ່າຮຽນສຳເລັດ ຢູ່ ແຂວງ ນິງບີງ ກໍ່ໄດ້ກັບຄືນໄປແຂວງ ເພື່ອປະກອບອາຊີບຢູ່ ໃນພາກລັດ ແລະ ເອກະຊົນ ຕາມຄວາມເປັນຈິງ ເຊິ່ງໂດຍລວມແມ່ນມີຜົນສຳເລັດດີ.
Cr: ແສງອາທິດ