ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນການ​ຮ່ວມ​ມື​ທີ່​ອຸ​ດົມ​ສົມ​ບູນ​ໄດ້ສ່ອງ​ແສງ​ເຖິງ​​ຄວາມ​ມີ​ຊີ​ວິດ​ຊີ​ວາ​ແຫ່ງ​ການ​ພັດ​ທະ​ນາ ແລະ ຄວາມ​​ແຂ່ງ​ແກ່ນໝັ້ນ​ໜຽວ​ຂອງ​ກົນ​ໄກ GMS

Nov 12, 2024

ໃນລະຫວ່າງວັນ​ທີ 6-7 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 8 ຂອງ​ກົນ​ໄກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ ຫຼື GMS ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ. ທ່ານຫຼີ​ຊຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສວ່າ: ນັບ​ແຕ່​ກົນ​ໄກ GMS ສ້າງ​ຕັ້ງ​ຂຶ້ນຕະຫຼອດ​ໄລ​ຍະ 30 ກວ່າ​ປີ​ມາ​ນີ້, ​ກໍ​ໄດ້ນັບ​ມື້​ນັບ​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ທີ່​ຈີນ ແລະ ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ເປິກ​ສາ​ຫາ​ລື​ການ​ຮ່ວມ​ມື ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ, ຜົນ​ງານ​ການ​ຮ່ວມ​ມື​ທີ່​ອຸ​ດົມ​ສົມ​ບູນ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ແຫ່ງ​ການ​ພັດ​ທະ​ນາ ແລະ ຄວາມ​ແຂງ​ແກ່ນ​ໝັ້ນ​ໜຽວ​ ຂອງ​ກົນ​ໄກ GMS.
ນັບ​ແຕ່ເລີ່ມ​ຕົ້ນ​ການ​ຮ່ວມ​ມື GMS ​ເມື່ອ​ປີ 1992 ເປັນ​ຕົ້ນ​ມາ, ຈີນ ແລະ ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ໄດ້​ສຸມ​ໃສ່​ການປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ພາກ​ພື້ນ​ໃຫ້​ດີ​ຂຶ້ນ​, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ການ​ຄ້າ-ການ​ລົງ​ທຶນ,​ການ​ສ້າງຄວາມ​ສະ​ດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ຂ້າມ​ຊາດ ແລະ​ອື່ນໆ​ມາ​ໂດຍ​ຕະຫຼອດ. ໃນ​ 6 ເດືອນ​ຕົ້ນ​ປີ 2024, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ໄດ້​ລື່ນ​ກາຍ 200 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽ​ວ​ກັນ​ຂອງ​ປີ 2023.
ໃນ​ດ້ານ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ພາກ​ພື້ນ, ໃນ 10 ປີ​ຜ່ານ​ມາ, ເຄືອ​ຂ່າຍ​ທາງຫຼວງຂອງ​ອະ​ນຸ​ພາກ​ພື້ນ​​ແມ່​ນ້ຳ​ຂອງ​ໄດ້​ເພີ່ມ​ຂຶ້ນ​ປະ​ມາມ 2 ແສນ​ກິ​ໂລ​ແມັດ, ປະ​ລິ​ມານ​ການຂົນ​ສົ່ງ​ທາງ​ບົກ​ໄດ້​ເພີ່ມ​ຂຶ້ນ​ເກືອບເທົ່າ​ຕົວ ເຊິ່ງ​ເປັນ​ການ​ຄ້ຳ​ຊູ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ. ນັບ​ແຕ່​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ເປີດ​ບໍ​ລິ​ການ​ເມື່ອ​ທ້າຍ​ປີ 2021 ເປັນ​ຕົ້ນ​ມາ, ປະ​ລິ​ມານ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​​ເຮັດໄດ້ຫຼາຍກວ່າ 41,7 ລ້ານ​ເທື່ອ​ຄົນ, ປະ​ລິ​ມານ​ຂົນ​ສົ່ງ​ສິນ​ຄ້າ​ຮູບ​ປະ​ທຳມີ​ເຖິງ 46,7 ລ້ານ​ໂຕນ, ໃນ​ນັ້ນ​ໄດ້​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ເປັນ​ຈຳ​ນວນ 10,7 ລ້ານ​ໂຕນ ເຊິ່ງ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ານ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ອະ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ.
ສັນ​ຍາ​​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການຂົນ​ສົ່ງ​ສິນ​ຄ້າ ແລະ ຂົ​ນ​ສົ່ງ​ໂດຍ​ສານ​ຂ້າມ​ຊາດ​ຢູ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຫຼື CBTA ທີ່​ເລີ່ມ​ທົດ​ລອງ​ປະ​ຕິ​ບັດ​ໃນ​ເດືອນ​ມິ​ຖຸ​ນາປີ 2024 ນີ້ ໄດ້​ປະ​ຢັດ​ເວ​ລາ​ ແລະ ຕົ້​ນ​ທຶນ​ການ​ຂົ​ນ​ສົ່ງຜະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​ຕ່າງໆ​ເຂົ້າຈຳ​ໜ່າຍ​ຢູ່​ຈີນ. ພາຍ​ໃນ​ຂອບ​ສັນ​ຍາ CBTA, ຂະ​ບວນ​ລົດ​ຈໍ​ລະ​ຈອນ​ສິນ​ຄ້າ​ບໍ່​ຕ້ອງ​ປ່ຽນ​ລົດ ບໍ່​ຕ້ອງ​ເປີດ​ຫີບ, ກໍ​ສາ​ມາ​ດ​ບັນ​ລຸ​ການ​ຂົນ​ສົ່ງ​ຂ້າມ​ຊາດ​ຢູ່​ພາຍ​ໃນ​ອະ​ນຸ​ພາກ​ພື້ນ​ໄດ້, ຂະ​ບວນ​ລົດ​ຂົນ​ສົ່ງ​ສາ​ມາດ​ບັນ​ທຸກ​ຜັກ ວັດ​ສະ​ດຸ​ກໍ່​ສ້າງ​ ແລະ ຜະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ໄປ​ຈຳ​ໜ່າຍ​ຢູ່​ລາວ ແລະ ໄທ, ຈາກ​ນັ້ນ​ກໍ​ສາ​ມາດ​ບັນ​ທຸກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ​ ເຊັ່ນ: ໝາກ​ໄມ້, ກາ​ເຟ ແລະ​ອື່ນໆຂອງ​ລາວ ກຳ​ປູ​ເຈຍ ແລະ ປະ​ເທ​ດ​ອື່ນໆ ​ກັບ​ຄືນ​ສູ່​ປະ​ເທດ​ຈີນ.
ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ກໍ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ບັນ​ດາປະ​ເທດ​ອ້ອມ​ຂ້າງ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວິ​ສາ​ຫະ​ກິດ​ລົດ​ຍົນ​ຕ່າງໆ​ຂອງ​ຈີນ, ເຊັ່ນ: BYD , GWM, GEELY ແລະ​ອື່ນໆ​ໄດ້​ພາ​ກັນ​ໄປລົງ​ທຶນ​ສ້າງ​ຖານ​ການ​ຜະ​ລິດ​ຢູ່​ໄທ ແລະ ປະ​ເທດ​ອື່ນໆ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້ຫຼຸດ​ຕົ້ນ​ທຶນ​ການ​ຜະ​ລິດ​ໃຫ້​ຕ່ຳ​ລົງ, ແຕ່​ຍັງ​ໄດ້​ຍົກ​ສູງ​​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ຜະ​ລິດ​ຕ​ະ​ພັນ​ອີກ​ດ້ວຍ. ສຳ​ລັບ​ທຸ​ລະ​ກິດ​ຢູ່​ຕ່າງ​ປະ​ເທດ​ຂອງ​ບໍ​ລິ​ສັດຜະ​ລິດ​ໝໍ້​ໄຟ​ທີ່​ ​ຊື່​ດັງ​ຂອງ​ຈີນ, ເຊັ່ນ: CATL, SVOLT ແລະ​ອື່ນໆ ​ກໍໄດ້​ເລັ່ງ​ລັດ​ຈັດ​ຕັ້ງ​ການ​ຜະ​ລິດ​ຢູ່​ໄທ ກຳ​ປູ​ເຈຍ ແລະ ​ປະ​ເທດອື່ນໆ. ໃນ​ດ້ານ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ, ຫວຽດ​ນາມ​ໄດ້​ເຜີຍ​ແຜ່ “ແຜ​ນ​​ພັດ​ທະ​ນາ​ພະ​ລັງ​ງານໄຟ​ຟ້າ​ສະ​ບັບ​ທີ 8” ໂດຍ​ມີ​ແຜນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂອງ​ຈີນ ແລະ ມີ​ເປົ້າ​ໝາຍ​ວ່າ ເມື່ອຮອດ​ປີ 2030 ຈະ​ພັດ​ທະ​ນາໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​​ພະ​ລັງ​ງານ​ແສງ​ຕາ​ເວັນ ແລະ ພະ​ລັງ​ງານແບບ​ເກັບ​ສະ​ສົມ​​ໃຫ້​ມີ​ຈຳ​ນວນ​ເພີ່ມ​ຂຶ້ນຢ່າງຫຼວງຫຼາຍ. ວິ​ສາ​ຫະ​ກິດ​ພະ​ລັງ​ງານ​ໃໝ່​ຂອງ​ຈີນ​ກໍ​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ, ໄປ​ລົງ​ທຶນ​ສ້າງ​ໂຮ​ງງານ​ຢູ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ​ສ້າງ​ຜະ​ລິດ​ຕະ​ພັນ​ໃໝ່, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​ຢູ່​ປະ​ເທດ​​ລຸ່ມ​ແມ່​ນ້ຳ​ຂອງ.
ທຸກມື້ນີ້, ເມື່ອ​ຍ່າງ​ເລາະຫຼິ້ນ​ຕາມ​ຖະ​ໜົນ​​ຕ່າງໆ​ໃນ​ນະ​ຄອນ​ຄຸນ​ໝິງທະ​ດ​ສະ​ບານ​ແຂວງ​ຢຸນ​ນານ​ຈີນ, ຈະ​ໄດ້​​ກິ່ນ​ຫອມ​ໝາກ​ນາວ​ຈາກ​ຮ້ານ​ອາ​ຫານ​ໄທ ຫຼື ກິ່ນ​ຫອມ​​ກາ​ເຟ​ຈາກລາວ; ຢູ່​ໃນ​ຕະຫຼາດ​ຂອງ​ລາວ ໄທ ແລະ​ປະ​ເທດ​ອື່ນໆ, ກໍ​ສາ​ມາດ​ພົບເຫັນ​ສິນ​ຄ້າ​ຄຸນ​ນະ​ພາບ​ດີ ແລະ ລາ​ຄາ​ຖືກ​ຂອງ​ຈີນ​ຢູ່​ເລື້ອຍໆ.
ນັບ​ແຕ່​ການ​ສ້າງ​ຕັ້ງ​ກົນ​ໄກ​​ການຮ່ວມ​ມື GMS ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ພາ​ກ​ພື້ນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 8 ຂອງ​ກົນ​ໄກ GMS, ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ໃຫ້​ຄຳ​ເຫັນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ວ່າ, ຍິນ​ດີ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ເຊື່ອມຕໍ່ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ ການ​ພັດ​ທະ​ນາ​ແບບກວມ​ລວມ ແລະ ຍືນ​ຍົງ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອະ​ນຸ​ພາກ​ພື້ນ​​ແມ່​ນ້ຳ​ຂອງ, ຊຸກ​ຍູ້​ໃຫ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.
ທີ່ມາ: CMG