ກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ອັດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ 26 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໃນໂອກາດຖະແຫລງຂ່າວ ຜົນກອງປະຊຸມ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ສປປ ລາວ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບໜ້າທີ່ປະທານອາຊຽນ ປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ແລະ ເຊື່ອວ່າ ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ສະທ້ອນໃຫ້ເຫັນສະພາບການປັດຈຸບັນ ໃນພາກພື້ນ ແລະ ນອກພາກພື້ນ ແລະ ຄວາມພະຍາ ຍາມຂອງອາຊຽນ ໃນການຮັບມືຕໍ່ສະພາບການດັ່ງກ່າວ. ເພື່ອຜັນຂະຫຍາຍຄຳຂວັນ ໃຫ້ປະກົດຜົນເປັນຈິງ, ສປປ ລາວ ຈຶ່ງໄດ້ກຳນົດ 9 ຂົງເຂດບູລິມະສິດ ໃນສາມເສົາຄໍ້າຂອງອາຊຽນ, ສຳລັບເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ພວກເຮົາມີ 4 ຂົງເຂດ ບູລິມະສິດ ຄື: ການເສີມຂະຫຍາຍບົດບາດຂອງສິລະປະ ແລະ ວັດທະນະທຳ ພາຍໃນພາກພື້້ນ ລວມເຖິງການເສີມສ້າງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ ແລະ ຊຸກຍູ້ໃຫ້ມີການເຕີບໂຕຂອງບັນດາວິສາຫະກິດດ້ານວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຕາມທິດເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ການປົກປັກຮັກສາສິ່ງແວດລ້ອມ, ສຸມໃສ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາ ກາດ, ການສົ່ງເສີມໃຫ້ບັນດາຕົວເມືອງມີຄວາມຍືນຍົງດ້ານສິ່ງແວດລ້ອມ, ແລະ ການຜະລິດ ແລະ ຊົມໃຊ້ແບບຍືນຍົງ; ການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ; ແລະ ການສ້າງຄວາມເຂັ້ມແຂງດ້ານໂຄງລ່າງພື້ນຖານສາທາລະນະສຸກ ແລະ ສຸຂະພາບ. ສຳລັບຜົນກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ໄດ້ມີການປຶກສາຫາລືແບບກົງໄປກົງມາ ໃນຫຼາຍຫົວຂໍ້ຢ່າງຮອບດ້ານ ແລະ ໄດ້ຮັບໝາກຜົນສູງ. ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 9 ບູລິມະສິດ ຂອງປະທານອາຊຽນ ປີ 2024. ລວມທັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ແລະ ການຮ່າງແຜນຍຸດທະສາດເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ຊຶ່ງຈະຖືກຮັບຮອງເອົາໃນປີໜ້າ ,ກອງປະຊຸມໄດ້ຮັບຮອງຖະແຫຼງການ ແລະ ເອກະສານ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພິຈາລະນາ ຮັບຮອງ ຫຼື ຮັບຊາບ ເຊັ່ນ: ຖະແຫຼງການວັງວຽງ ວ່າດ້ວຍ ການສົ່ງເສີມຜະລິດຕະພັນວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ,ຖະແຫຼງການວຽງຈັນ ວ່າດ້ວຍ ຄວາມສະເໝີພາບ, ການເຂົ້າເຖິງ ແລະ ສິ່ງແວດລ້ອມ: ຄວາມກ້າວໜ້າໃນການສ້າງຄວາມເຂັ້ມແຂງຕໍ່ສະພາບອາກາດຕັ້ງແຕ່ໄວເດັກໃນອາຊຽນ,ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 29ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ຊີວະນາໆພັນ ຕໍ່ກອງປະຊຸມລັດພາຄີ ສົນທິສັນຍາ ວ່າດ້ວຍ ຄວາມຫຼາກຫຼາຍດ້ານຊີວະນາໆພັນ ຄັ້ງທີ 16,ຖະແຫຼງການອາຊຽນ ວ່າດ້ວຍ ເສດຖະກິດໝູນວຽນເພື່ອແກ້ໄຂບັນຫາມົນລະພິດດ້ານປລາສຕິກ,ຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ຍືນຍົງ ຫຼັງປີ 2025,ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍ ການສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ແລະ ຄວາມຫມັ້ນຄົງທາງດ້ານຊີວະພາບ ໃນລະດັບພາກພື້ນ,ຖະແຫຼງການວຽງຈັນ ວ່າດ້ວຍ ການເຄື່ອນຍ້າຍ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານເຄື່ອນຍ້າຍ,ຖະແຫຼງການອາຊຽນ ວ່າດ້ວຍ ການປ້ອງກັນການໃຊ້ແຮງງານເດັກ ລວມທັງການລຶບລ້າງການນຳໃຊ້ແຮງງານເດັກໃນທຸກຮູບແບບທີ່ຮ້າຍແຮງແລະ ອື່ນໆ
ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວຕື່ມວ່າ: ໝາກຜົນຂອງກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32 ຈະເປັນພື້ນຖານອັນສໍາຄັນ ໃຫ້ແກ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8- ຫາວັນທີ 11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈອີກເທື່ອໜຶ່ງມາຍັງ ບັນດາລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ແລະ ຫົວໜ້າຄະນະຜູ້ແທນ ຕໍ່ ການຮ່ວມມືອັນດີເລີດ, ການປະກອບສ່ວນທີ່ຫ້າວຫັນ ແລະ ການປຶກສາຫາລືທີ່ສ້າງສັນ, ຊຶ່ງໄດ້ເຮັດໃຫ້ກອງປະຊຸມລັດຖະ ມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ
ໂດຍ.ສົມພາວັນ ມະວົງໄຊ




