ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນ​ງານຫຼ້າ​ສຸດ​ຂອງ​ຈີນ​ເຮັດ​ໃຫ້ໂລກ​ມີ​ຄວາມ​ເຫັນ​ໃນ​ດ້ານ​ດີ​ຕໍ່​ຈີນ

Aug 19, 2025

​ເມື່ອ​ບໍ່​ດົນ​ມາ​ນີ້, ຫຼາຍ​ອົງ​ກອນ​ສາ​ກົນ​​ໄດ້ສະ​ແດງ​ຄວາມ​ເຫັນ​ໃນ​​ດ້ານດີ​ທີ່​ມີ​ຕໍ່​ຈີນ ໂດຍ​ລະ​ບຸ​ວ່າ: ຄຽງ​ຄູ່​ກັບ​ນະ​ໂຍບ​າຍ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ສືບ​ຕໍ່​ບັງ​ເກີດ​ຜົນ, ຄວາມ​ໜຽວ​ແໜ້ນ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ​ຈະ​ພົ້ນ​ເດັ່ນ​ຂຶ້ນກວ່າ​ເກົ່າ.
ເມື່ອ​ສັງ​ເກດ​ເບິ່ງລາຍ​​ງານ​ຜົນ​ງານ​ສະ​ບັບຫຼ້າ​ສຸດ​ຂອງ​ເສດ​ຖະ​ກິດ​ຈີນ ທ່ານ​ຈະ​ເຫັນ​ວ່າ: “ຄວາມ​ໝັ້ນ​ທ່ຽງ” ແລະ “ຄວາມ​ຄືບ​ໜ້າ” ເປັນ​ຄຳ​ສັບ​​ທີ່​ເປັນຂໍ​ກຸນ​ແຈ​ໃນ​ຜົນ​ງານ​ສະ​ບັບ​ນີ້. ໃນ​ດ້ານ​ໜຶ່ງ, ເສດ​ຖະ​ກິດ​ຈີນ​ຍັງ​ຮັກ​ສາ​ການ​ດຳ​ເນີນ​ງານ​ຢ່າງ​ໝັ້ນ​ທ່ຽງ, ຕົວ​ຢ່າງ: ​ໃນ​ລະ​ຫວ່າງເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ການ​ລົງ​ທຶນ​ດ້ານ​​ອະ​ສັງ​ຫະ​ລິ​ມະ​ຊັບ​ໃນ​ທົ່ວ​ປ​ະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ດັດ​ຊະ​ນີ​ການ​ຜະ​ລິດຂອງ​​ອຸດ​ສາ​ຫະ​ກຳ​ບໍ​ລິ​ການ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ລາ​ຄາ​ການ​ອຸ​ປະ​ໂພ​ກ-ບໍ​ລິ​ໂພກ​ຂອງ​ພົນ​ລະ​ເມືອງ​ທົ່ວ​ປະ​ເທດ​ຈີນ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້​ແມ່ນ​ທ​ຽບ​ເທົ່າ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ອີກ​ດ້ານ​ໜຶ່ງ, ຫຼາຍ​ດັດ​ຊະ​ນີ​ໄດ້​ປາ​ກົດ​ມີ​ການ​ເລັ່ງ​ຄວາມ​ໄວ, ພະ​ລັງ “ຄວ​າມ​ຄືບ​ໜ້າ” ກຳ​ລັງ​ເພີ່ມ​ຂຶ້​ນ. ຕົວ​ຢ່າງ: ໃນ​ລະ​ຫວ່າງ​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້ ​ຄວາມ​ໄວໃນການ​ເຕີ​ບ​ໂຕ​ຂອງມູນ​ຄ່າ​ການ​ຈຳ​ໜ່າຍ​ທາງ​ອິນ​ເຕີ​ເນັດ​ຂອງ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້ ​ເພີ່ມ​ຂຶ້ນ 0,3% ເມື່ອ​ທຽບ​ໃສ່ 6 ເດືອນ​ທຳ​ອິດ​ຂອງ​ປີ​ນີ້; ດັດ​ຊະ​ນີ​ຄາດ​ຄະ​ເນ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ການ​ບໍ​ລິ​ການ​ໃນ​ເດືອນ​ລະ​ກົດ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 0,6% ເມື່ອ​ທຽບ​ໃສ່​ເດືອນ​ມິ​ຖຸ​ນາ​ປີ​ນີ້……ຂໍ້​ມູນ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເສດ​ຖະ​ກິດ​ຈີນ​ໄດ້​ຮັກ​ສາ​ທ່າ​ອ່​ຽງ​ການ​ພັດ​ທະ​ນາ​ທີ່​ມີ​ຄວາມ​ຄືບ​ໜ້າ​ບົນ​ພື້ນ​ຖານ​ຄວາມ​ໝັ້ນ​ທ່ຽງ.
May be an image of text
ເມື່ອ​ບໍ່​ດົນ​ມາ​ນີ້, ຈີນ ແລະ ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສະ​ຕ໊ອກ​ໂຮມ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ ໂດຍ​ໄດ້​​ຂະ​ຫຍາຍເວ​ລາ​​ການ​ໂຈ​ະ​ພາ​ສີ ແລະ ມາດ​ຕະ​ການ​ຕອບ​ໂຕ້​ທີ່​ກ່ຽວ​ຂ້ອງ​​ອອກ​ໄປອີກ 90 ວັນ ເຊິ່ງ​ໄດ້​ສ້າງ​ຜົນ​ດີ​ໃຫ້​ແກ່​ການ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ ກໍ​ຄື​ເສດ​ຖ​ະ​ກິດ​ໂລກ. ເຖິງວ່າ​​ຜະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ຈຳ​ນວນ​ບໍ່​ໜ້ອຍກໍ​ຕາມ, ແຕ່​ຄຽງ​ຄູ່​ກັບ​ນະ​ໂຍ​ບາຍ​ດ້ານ​ມະ​ຫາ​ພາກ​ເລີ່ມ​ມີ​ປະ​ສິດ​ທິ​ຜົນ, ເສດ​ຖະ​ກິດ​ຈີນ​ຈະ​​ສືບ​ຕໍ່ຮັກ​ສາ​ການ​ດຳ​ເນີນ​ງານ​ຢ່າງ​ໝັ້ນ​ທ່ຽງ ແລະ ຈະ​ສ້າງ​ຜົນ​ໃນ​ທາງ​ບວກ​ໃຫ້​ແກ່​ໂລກ​ນັບ​ມື້ຫຼາຍກວ່າ​ເກົ່າ.