ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຕັມ ກອງ ປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂ ການສໍ້ລາດບັງຫຼວງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ” ໄດ້ປິດລົງດ້ວຍຜົນສຳເລັດ ຢ່າງຈົບງາມ ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2026, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກຳມະການສົມບູນ ແລະ ສຳຮອງສູນກາງພັກ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ຮອງລັດຖະມົນຕີ, ປະທານກຳມະການປົກຄອງນະຄອນຫຼວງ-ແຂວງ, ບັນດາສະຫາຍປະທານ, ຮອງປະທານຄະນະກວດກາພັກ ຈາກບັນດາກະ ຊວງ-ອົງການ ແລະ ນະຄອນຫຼວງ-ແຂວງ, ພະນັກງານອາວຸໂສບຳນານ, ພະນັກງານ-ລັດຖະກອນ ທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ເນື້ອໃນ ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ໃນໄລຍະ 5 ປີ ( 2021-2025 ) ແລະ ທິດທາງແຜນການໃນ 05 ປີຕໍ່ໜ້າ 2026-2030, ຮ່າງບົດສະຫຼຸບ ແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030 ແລະ ຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ເຊິ່ງເປັນນິຕິກໍາທີ່ສໍາຄັນຂອງພັກ. ຈາກນັ້ນ ຜູ້ແທນກອງປະຊຸມ ຂອງບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ກັບໝາກຜົນຂອງການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຜົນສຳເລັດດ້ານດີ ທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຈຸດອ່ອນຂໍ້ຄົງຄ້າງ, ສາຍເຫດ ແລະ ບົດຮຽນ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ, ເດັດຂາດໃນຕໍ່ໜ້າ.
ກອງປະຊຸມ,ໄດ້ເຫັນດີເປັນເອກະພາບຕໍ່ກັບທິດທາງ, ຄາດໝາຍສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດວຽກ ງານກວດກາໃນຕໍ່ໜ້າ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນວຽກງານກວດກາໃນຊຸມປີຕໍ່ໜ້າ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງໃນບາງຕອນສະຫາຍ ໄດ້ກ່າວວ່າ: ການກວດກາ ແມ່ນການຊອກໃຫ້ເຫັນຈຸດດີ, ສິ່ງຕັ້ງໜ້າ ເພື່ອສົ່ງເສີມໃຫ້ເປັນການຕໍ່ຍອດ ຂອງບົດຮຽນທີ່ດີ ໃຫ້ກວ້າງອອກ ໃນພາຍພາກໜ້າ ແລະ ໃນເວລາດຽວກັນນັ້ນ, ເປົ້າໝາຍທີ່ສຳຄັນໜຶ່ງອີກ ແມ່ນກວດໃຫ້ເຫັນຈຸດບົກຜ່ອງ, ການລະເມີດລະບຽບກົດໝາຍ ທີ່ເກີດຂຶ້ນໃນກໍລະນີຕ່າງໆ ມັນໄດ້ສ້າງຜົນເສຍຫາຍຫຍັງຂຶ້ນຕໍ່ສ່ວນລວມ, ຕໍ່ການຈັດຕັ້ງ, ຕໍ່ບຸກຄົນ, ລະເມີດສິດທິຂອງປະຊາຊົນ, ສ້າງຜົນກະທົບ ຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນໜ້ອຍຫຼາຍປານໃດ. ສິ່ງດັ່ງກ່າວ ພວກເຮົາມີຄວາມຈຳເປັນຕ້ອງຊອກໃຫ້ເຫັນຜູ້ກະທຳຜິດ, ຊອກໃຫ້ເຫັນສາເຫດ ຂອງການກະທຳຜິດ, ຊອກໃຫ້ເຫັນສິ່ງຈູງໃຈຂອງບຸກຄົນ ແລະ ການຈັດຕັ້ງ ທີ່ມີການກະທຳຜິດ, ການລະເມີດແນວທາງ, ລະເມີດກົດໝາຍໃຫ້ໄດ້. ການກວດກາ, ບໍ່ຄວນໃຫ້ມີເຂດຫວງຫ້າມ ແລະ ບໍ່ຄວນໃຫ້ມີຂໍ້ຍົກ ເວັ້ນ.
ເພື່ອເຮັດໃຫ້ການກວດກາມີປະສິດທິພາບ ແລະ ມີຄວາມສັກສິດ ອົງການທີ່ຮັບຜິດຊອບວຽກງານນີ້ ຕ້ອງປັບປຸງເນື້ອໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາບັນດາເປົ້າໝາຍ ທີ່ປະຕິບັດຍັງບໍ່ທັນສຳເລັດໃຫ້ສໍາເລັດ. ກວດເຫັນຕ້ອງສະຫຼຸບລາຍງານ ແລະ ສະເໜີທິດທາງແກ້ໄຂໄປພ້ອມ, ກໍລະນີໃດຕ້ອງລົງວິໄນ, ກໍລະນີໃດ ຕ້ອງສະເໜີໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານ, ເມື່ອສັ່ງຟ້ອງແລ້ວ ຕ້ອງຕິດຕາມການດຳເນີນຄະດີ ໃຫ້ເຖິງກົກເຖິງຮາກ. ຄວນແກ້ໄຂບັນຫາທີ່ຄ້າງຄາ ທີ່ເຄີຍປະຕິບັດມາ ເຊັ່ນ: ຄະດີທີ່ຍັງຄ້າງຢູ່ກັບໄອຍະການ ກໍຊ້າແລ້ວ ແຕ່ເມື່ອຄະດີໄປເຖິງສານ, ກໍໄປຄ້າງຢູ່ກັບສານ, ບໍ່ຕັດສິນຈັກເທື່ອ… ໃນກໍລະນີສານຕັດ ສິນແລ້ວ ການປະຕິບັດຄຳຕັດສິນຂອງສານ ກໍບໍ່ໄປ, ບໍ່ມາ, ແກ່ຍືດແກ່ຍາວ. ພວກເຮົາບໍ່ສາມາດປະປ່ອຍໃຫ້ສະພາບແນວນີ້ດຳເນີນຕໍ່ໄປໄດ້ອີກແລ້ວ, ເຖິງເວລາ ທີ່ບໍ່ສາມາດລັງເລ, ຢຸດໆຢ່ອນໆ ຕໍ່ໄປອີກແລ້ວ.

ໃນຂະນະດຽວກັນ, ກໍເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາ ທີ່ຈໍາເປັນ ກ່ຽວກັບວຽກງານກວດກາ,ຕ້ານການສໍ້ລາດບັງຫຼວງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທັງຕ້ອງໂຄສະນາ, ເຜີຍແຜ່ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ລວມທັງການເຜີຍແຜ່ຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ໃຫ້ທົ່ວສັງຄົມໄດ້ຮັບຮູ້ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ເພື່ອກ້າວໄປເຖິງ ເຮັດໃຫ້ຄົນມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ… ອີກຕໍ່ໄປ”. ແລະ ມື້ນີ້ ຂໍສະເໜີວ່າ: ອົງການກວດກາ ແຕ່ເທິງລົງລຸ່ມ ກໍບໍ່ເຮັດໃຫ້ເປັນສະໜາມຕໍ່ລອງ “ຈາກອັນຜິດ ໃຫ້ກາຍເປັນຖືກ”.
ໃນເວລາດຽວກັນ, ຕ້ອງປັບປຸງອົງການຈັດຕັ້ງໃຫ້ເຂັ້ມແຂງ ໄປຄວບຄູ່ກັບການປັບປຸງບັນດາອົງການ ທີ່ເຮັດວຽກຍຸຕິທຳຂອງລັດ ໃຫ້ເຂັ້ມແຂງ, ປັບປຸງສະພາທະນາຍຄວາມ ໃຫ້ໂປ່ງໃສ, ເຄັ່ງຄັດ ຕໍ່ຫຼັກການ, ຫັນເປັນທັນສະໄໝ ແລະ ມີຄວາມຍຸຕິທຳຢ່າງແທ້ຈິງ. ຕ້ອງເດັດດ່ຽວແກ້ໄຂພະນັກງານກວດກາ ທີ່ລະເມີດລະບຽບວິໄນ, ແລະ ຕ້ອງກໍ່ສ້າງ ແລະ ໃຫ້ໂອກາດພະນັກງານ ທີ່ຊື່ສັດບໍລິສຸດ, ປົກປ້ອງພະນັກງານ ທີ່ເປັນແບບຢ່າງທີ່ດີ, ເສຍສະຫຼະ ເພື່ອວຽກງານ ແລະ ເພື່ອສ່ວນລວມໃຫ້ໄດ້…ບໍ່ໃຫ້ຖືກປັດເຂ່ຍອອກ ຕ້ອງປ້ອງກັນ ແລະ ສົ່ງເສີມ.
ພາບ-ຂ່າວ: ລັດດາວັນ


