ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX

Dec 12, 2024

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໄດ້ອັດລົງດ້ວຍຜົນສໍາເລັດໃນຕອນເຊົ້າວັນທີ 12 ທັນວາ 2024 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍຫລັງດຳເນີນມາແຕ່ວັນທີ 18 ພະຈິກ 2024. ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມ ການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ແຂກຮັບເຊີນ ແລະ ສະມາຊິກສະພາ ແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງ ເຂົ້າຮ່ວມ.
ທ່ານ ໄຊສອນພອນ ພົມວິຫານ ໄດ້ກ່າວສູນທອນພົດອັດກອງປະຊຸມຢ່າງເປັນທາງການ ໂດຍຍົກໃຫ້ເຫັນວ່າ:
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາ ເນື້ອ ໃນສໍາຄັນຈຳນວນໜຶ່ງ ດັ່ງນີ້:
1). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະ ຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ; ແຜນການລົງທຶນຂອງລັດ ປະຈຳປີ 2025, ແຜນຈັດສັນງົບປະມານ ໃຫ້ກະຊວງ, ອົງການ ແລະ ທ້ອງ ຖິ່ນ ປະຈຳປີ 2025, ການດັດແກ້ແຜນງົບປະມານແຫ່ງລັດ ປະຈຳ ປີ 2024
ກອງປະຊຸມສະພາແຫ່ງຊາດ ສະແດງຄວາມຊົມເຊີຍລັດຖະ ບານ ທີ່ມີຄວາມພະຍາຍາມຊີ້ນໍາການຈັດຕັ້ງ ປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນເກືອບ 1 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ອັດຕາການເຕີບໂຕເສດຖະກິດ ບັນລຸໄດ້ 4,6%, ບັນດາແຂວງທົ່ວປະ ເທດສາມາດເກັບລາຍຮັບເກີນແຜນ; ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບ ຜົນສໍາເລັດເປັນກ້າວໆ, ພິເສດ, ປີນີ້ ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄວາມບຸກ ບືນສູ້ຊົນສູງຂອງຄະນະປະຈຳສະພາແຫ່ງຊາດ, ຄວາມພະຍາຍາມຂອງລັດຖະ ບານ ຈຶ່ງສາມາດເຮັດໃຫ້ການສ້າງ ຮ່າງແຜນການລົງທຶນຂອງລັດ ປະຈຳປີ 2025 ແລະ ຮ່າງແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ, ອົງການ ແລະ ບັນດາແຂວງ ປະຈຳປີ 2025 ໄດ້ສຳເລັດ ແລະ ໄດ້ນໍາສະເໜີຕໍ່ສະພາ ແຫ່ງຊາດ ພິຈາລະນາ ຮັບຮອງເອົາຕາມກົດໝາຍກຳນົດ ແລະ ຫວັງວ່າ ຈະສາມາດຈັດຕັ້ງປະຕິບັດໃນ ວັນທີ 1 ມັງ ກອນ 2025 ເປັນຕົ້ນໄປ.
ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາການເກັບລາຍຮັບໃຫ້ໄດ້ຢ່າງຄົບຖ້ວນ ຕາມກົດໝາຍ ກຳນົດ ໂດຍສະເພາະ ລາຍຮັບຈາກຊັບພະຍາກອນທຳມະຊາດ, ແກ້ໄຂບັນຫາການຍົກເວັ້ນການປະຕິບັດກົດ ໝາຍ ທີ່ສົ່ງຜົນກະທົບຕໍ່ ການເກັບລາຍຮັບເຂົ້າງົບປະມານ, ຄົ້ນຄວ້າການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນຂອງລັດ ໃຫ້ມີການຫັນປ່ຽນດີຂຶ້ນ; ສືບຕໍ່ຄວບ ຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີຂອງລາຄາສິນຄ້າ ດ້ວຍການນໍາໃຊ້ມາດຕະການທາງກົດໝາຍ ແລະ ມາດຕະການທາງເສດຖະກິດ ຢ່າງເຂັ້ມງວດ ແລະ ເດັດຂາດ;
ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ເພີ່ມການລົງທຶນຂອງລັດ ເຂົ້າໃສ່ການພັດທະນາຂົງເຂດວັດ ທະນະທໍາ-ສັງຄົມ ເພື່ອຍົກສູງຄຸນນະພາບໃນການເຄື່ອນໄຫວໃນຂົງເຂດດັ່ງກ່າວ ດ້ວຍການສົ່ງເສີມການພັດທະ ນາສີມືແຮງງານ ໃຫ້ມີຄຸນນະພາບ; ປັບ ປຸງການບໍລິການປິ່ນປົວ ແລະ ກອງທຶນປະກັນສຸຂະພາບ ໃຫ້ສາ ມາດດຶງດູດສະມາຊິກປະກັນສຸຂະພາບ ໃຫ້ເພີ່ມຂຶ້ນ; ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານຂົງເຂດວຽກງານທ່ອງທ່ຽວ, ເພີ່ມທະວີການຄຸ້ມຄອງວຽກງານທ່ອງທ່ຽວ ເປັນຕົ້ນ ຄວາມປອດໄພໃນການທ່ອງທ່ຽວ ເພື່ອດຶງດູດ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວລາວ ໃຫ້ນັບມື້ນັບຫຼາຍ, ປະກອບສ່ວນສ້າງລາຍ ຮັບໃຫ້ແກ່ຜູ້ປະກອບການ, ສ້າງງານໃຫ້ແກ່ສັງຄົມນັບມື້ນັບເພີ່ມຂຶ້ນ;
ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານໃນການຈັດ ຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ ການຜະລິດເປັນສິນຄ້າ ເພື່ອທົດແທນການ ນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ມີບາດກ້າວທີ່ດີຂຶ້ນ; ການສ້າງ ແລະ ການປັບປຸງລະບົບຊົນລະປະທານ ໄດ້ມີການເອົາໃຈໃສ່ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການຜະລິດ ກະສິກຳ ເພື່ອຮັບປະ ກັນການຜະລິດສະບຽບອາຫານ ໃນຕໍ່ໜ້າໃຫ້ດີຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂຢ່າງເດັດຂາດ ຕໍ່ການລັກລອບນໍາ ເຂົ້າສິນຄ້າທີ່ບໍ່ຖືກຕ້ອງຕາມກົດໝາຍ; ຄົ້ນຄວ້າປະເພດສິນຄ້າທີ່ເປັນທ່າແຮງ ເພື່ອສຸມທຶນຮອນ, ເຕັກນິກວິຊາ ການ, ແນວພັນ ເຮັດໃຫ້ຜົນຜະລິດກະ ສິກຳສະອາດນັບມື້ນັບມີປະສິດທິຜົນສູງ; ເອົາໃຈໃສ່ຄຸ້ມຄອງການອະນຸ ຍາດໃຫ້ໂຄງການລົງທຶນດ້ານບໍ່ແຮ່, ການຂຸດຄົ້ນແຮ່ທາດ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ, ແກ້ໄຂຢ່າງຂາດຕົວບັນດາໂຄງການທີ່ບໍ່ມີຄຸນນະພາບ ແລະ ບໍ່ເປັນມືອາຊີບ, ສູ່ຊົນການເກັບລາຍຮັບຈາກການດໍາເນີນທຸລະ ກິດແຮ່ທາດ ຊຶ່ງເປັນລາຍຮັບທີ່ມີມູນຄ່າສູງ ໃຫ້ໄດ້ຢ່າງຄົບຖ້ວນ, ຖືກຕາມຕົວຈິງ ແລະ ຕາມກົດໝາຍກຳນົດ ແລະ ເກັບກູ້ໜີ້ຕ້ອງຮັບຂອງລັດ ໃຫ້ໄດ້ຢ່າງຄົບຖ້ວນ.
2) ກອງປະຊຸມໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ຊຶ່ງເຫັນວ່າລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມສະພາແຫ່ງຊາດ ເຂົ້າໃນ ວຽກງານຕົວຈິງ ແລະ ມີຜົນສໍາເລັດໃນຫຼາຍດ້ານ; ກຳລັງປ້ອງກັນຄວາມສະຫງົບ ໄດ້ດໍາເນີນການປາບປາມຂະ ບວນການຄ້າຂາຍຢາເສບຕິດປະເພດຕ່າງໆຢ່າງເດັດດ່ຽວ, ສາມາດປົກປ້ອງສັງຄົມ, ພໍ່ແມ່ປະຊາຊົນ, ຊັ້ນຄົນ ຕ່າງໆ ຈາກໄພຂອງຢາເສບຕິດໄດ້ໃນລະດັບທີ່ແນ່ນອນ;
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ສືບຕໍ່ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ ຫຼາຍຂຶ້ນຕື່ມ ແລະ ປຸກ ລະດົມໃຫ້ສັງຄົມມີສ່ວນຮ່ວມໃນການແກ້ໄຂບັນຫາຢາເສບຕິດ ໃຫ້ຫຼາຍຂຶ້ນກວ່າເກົ່າ; ຄົ້ນຄວ້າອອກນິຕິກໍາ ຄວບຄຸມ ແລະ ລົງ ໂທດຕໍ່ຜູ້ກະທຳຜິດໃນການນໍາໃຊ້ຜະ ລິດຕະພັນຢາເສບຕິດແບບໃໝ່ ໃຫ້ທັນເວລາ; ຫັບກຳ, ຮີບໂຮມຂອງກາງຄະດີຢາເສບຕິດ ໃຫ້ໄດ້ຢ່າງຄົບຖ້ວນ ຕາມດຳລັດ 280/ລບ ເພື່ອ ແກ້ໄຂຢ່າງທັນການ, ບໍ່ປະປ່ອຍໃຫ້ຜູ້ກະທໍາຜິດນໍາໄປຊຸກເຊື່ອງ, ຖ່າຍໂອນ; ສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ ກົງຈັກທີ່ຮັບຜິດຊອບແກ້ໄຂບັນຫາຢາເສບຕິດ ດ້ວຍການຝຶກອົບຮົມດ້ານວິຊາສະເພາະ ແລະ ການປະກອບ ເຄື່ອງມືທີ່ທັນສະໄໝເປັນກ້າວໆ ເພື່ອຍົກສູງຄຸນນະ ພາບໃນການປະຕິບັດໜ້າທີ່.
3) ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະ ຕິບັດວຽກງານສາມສ້າງ ຕາມມະຕິສະພາ ແຫ່ງຊາດ ສະບັບເລກ ທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄົ້ນ ຄວ້າ ສ້າງ, ປັບປຸງນິຕິກຳ, ແຜນການເຄື່ອນໄຫວວຽກງານ 3 ສ້າງໃຫ້ເປັນລະບົບຄົບຊຸດ ລວມທັງການຈັດຕັ້ງ ໂຄສະນາເຜີຍແຜ່ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າ ຮ່ວມການຈັດຕັ້ງປະຕິບັດ; ຄົ້ນຄວ້າ ແລະ ປັບປຸງການແບ່ງຂັ້ນຄຸ້ມຄອງວຽກງານ 3 ສ້າງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງຂະແໜງການ ດ້ານວຽກງານໂຄງການ, ດ້ານງົບປະມານ, ດ້ານບຸກຄະລາກອນ ແລະ ເຕັກນິກວິຊາການ ໃຫ້ສອດຄ່ອງ ເພື່ອພ້ອມກັນຈັດຕັ້ງປະ ຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.
4) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບ ການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການຂາດແຄນຄູ ແລະ ບັນຫາການປະລະ ການຮຽນ; ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ລູກຫຼານ ຫັນມາຮຽນວິຊາຊີບ ຊຶ່ງເປັນຫຼັກສູດການຮຽນໄລ ຍະສັ້ນ, ຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງ ພໍ່ແມ່, ຜູ້ປົກຄອງ, ເມື່ອຮຽນຈົບແລ້ວ ກໍສາມາດຊອກວຽກເຮັດ ງານທໍາເອງ ຢູ່ໂຮງຈັກໂຮງານ, ບໍລິສັດຕ່າງໆຢູ່ພາຍໃນປະເທດເຮົາໄດ້ເລີຍ, ມີເງິນເດືອນ, ມີລາຍໄດ້ໃຫ້ແກ່ ການດໍາລົງ ຊີວິດ; ສະເໜີໃຫ້ທຸກພາກສ່ວນໃນສັງຄົມ ກໍຄື ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການ ຈັດຕັ້ງມະຫາຊົນ ພ້ອມກັນໂຄສະນາ, ປຸກລະດົມ ພໍ່ແມ່ຜູ້ປົກຄອງ, ນັກຮຽນ, ນັກ ສຶກສາໃຫ້ເຫັນໄດ້ຄວາມ ສໍາຄັນຂອງວຽກງານການສຶກສາ ແລະ ມີສ່ວນ ຮ່ວມງານວຽກງານດັ່ງກ່າວ. ພ້ອມກັນນັ້ນ, ກໍສະເໜີໃຫ້ຄົ້ນຄວ້າ ການສະໜອງງົບປະມານ ເຂົ້າໃນຂົງເຂດການສຶກສາ ໃຫ້ມີຄວາມສອດຄ່ອງກັບວຽກງານຕົວຈິງຕື່ມ.
5) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດ ວັດທະນະທໍາ-ສັງຄົມ 4 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີ ທາດເຫຼົ້າ, ກົດໝາຍວ່າດ້ວຍແຮງ ງານ ແລະ ກົດໝາຍວ່າດ້ວຍປ້າຍ. ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ກໍສາມາດຊອກເຫັນໄດ້ດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍ ໃນ ໄລຍະຜ່ານມາ.
ກອງປະຊຸມມອບໃຫ້ລັດຖະບານຊີ້ນຳທັງ 4 ກະຊວງ ຄົ້ນຄວ້າ ແລະ ກ້າວໄປເຖິງການປັບປຸງກົດໝາຍ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ເພື່ອກຳນົດມາດຕະການແກ້ໄຂບັນຫາທີ່ຄົງຄ້າງໃນ ໄລຍະຜ່ານມາ ລວມທັງປັບປຸງ ແລະ ຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານຂອງຕົນ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍຍິ່ງໆຂຶ້ນ.
6) ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ແຜນຍຸດທະສາດການ ຄຸ້ມຄອງ ແລະ ພັດ ທະນາທີ່ດິນກະສິກຳ ຮອດປີ 2030. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ ເອົາໃຈໃສ່ຊີ້ນໍາກະຊວງທີ່ກ່ຽວຂ້ອງສ້າງວິໄສທັດ ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຊຶ່ງ ເປັນການຜັນຂະຫຍາຍ ແນວທາງ ນະໂຍບາຍຂອງພັກ ໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທີ່ເປັນ ທ່າແຮງທາງດ້ານເສດຖະກິດຂອງປະເທດເຮົາ.
ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການຈັດແບ່ງເຂດການຜະລິດໃຫ້ຈະແຈ້ງ, ເພີ່ມທະວີການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກຳ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ, ກຳນົດມາດຕະການຢ່າງເຂັ້ມງວດ ຕໍ່ ການແກ້ໄຂບັນຫາການຫັນປ່ຽນທີ່ດິນກະສິກຳ ເປັນທີ່ດິນປະເພດອື່ນ ແລະ ການບຸກລຸກທີ່ດິນປ່າໄມ້; ການ ອອກໃບຕາດິນກະສິກຳ ຕ້ອງມີຄວາມຊັດເຈນ, ຖືກຕ້ອງ ແລະ ຮັດກຸມ ແນໃສ່ການນໍາໃຊ້ທີ່ດິນກະສິກຳ ໃຫ້ ເກີດປະໂຫຍດສູງສຸດ; ເອົາໃຈໃສ່ສ້າງ ແລະ ບຳລຸງຍົກລະດັບພະນັກງານ, ວິຊາການໃຫ້ມີຄວາມຊຳນານງານ ກ່ຽວກັບການຄົ້ນຄວ້າວິໄຈດິນ, ພັນພືດ-ພັນສັດ ປະກອບສ່ວນໃຫ້ແກ່ການພັດທະນາທ້ອງຖິ່ນ ກໍຄື ການພັດ ທະນາເສດຖະກິດ-ສັງຄົມຂອງຊາດ.
7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023; ບົດລາຍ ງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານຜົນການ ກວດກາ ຕາມຜົນການກວດສອບ ປີ 2022.
ກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເອົາໃຈໃສ່ສົມທົບກັບ ພາກສ່ວນທີ່ກ່ຽວ ຂ້ອງສືບຕໍ່ແກ້ ໄຂ ຜົນການກວດສອບ ແລະ ກວດກາ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ເພື່ອ ເຮັດໃຫ້ ການນໍາໃຊ້ຊັບສິນຂອງລັດ, ງົບປະມານຂອງລັດ ມີປະສິດທິຜົນ ເພື່ອເປັນກຳລັງແຮງໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມ, ເຮັດໃຫ້ການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເປັນຮູບປະທໍາ ຫຼາຍຂຶ້ນ, ບໍ່ປ່ອຍປະໃຫ້ມີຜູ້ກະທຳຜິດກົດໝາຍບໍ່ຖືກລົງໂທດ ແລະ ສ້າງຄວາມເສຍຫາຍຕໍ່ເສດຖະກິດ-ການເງິນ ຂອງປະເທດຊາດ ເພີ່ມທະວີໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການສວຍໃຊ້ໜ້າທີ່ຕຳແໜ່ງໃນ ທຸກຮູບແບບ ເພື່ອສ້າງຄວາມເຊື່ອໝັ້ນ, ຄວາມສັດທາຂອງປະຊາຊົນ ຕໍ່ການຄຸ້ມຄອງບໍລິຫານລັດຂອງພວກເຮົາ.
😎 ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການ ໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025. ກອງປະຊຸມຕີລາຄາສູງຕໍ່ສອງອົງການ ທີ່ໄດ້ມີຄວາມພະຍາຍາມປະຕິ ບັດພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນ ນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ ແລະ ມີຄວາມຖືກ ຕ້ອງຕາມກົດໝາຍ ນັບມື້ດີຂຶ້ນ, ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນປັບປຸງຂະບວນການ ຍຸຕິທໍາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນຄວາມຍຸຕິທໍາ ຕາມກົດ ໝາຍ, ຖືກຕ້ອງຕາມຄວາມຈິງ.
ກອງປະຊຸມສະພາແຫ່ງຊາດ ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຄົ້ນຄວ້າປັບປຸງບັນດາກົດໝາຍທີ່ກ່ຽວຂ້ອງກັບ ການດໍາເນີນຄະດີ ດ້ວຍການຄົ້ນຄວ້າແບ່ງຂອບເຂດສິດ ແລະ ໜ້າທີ່ໃຫ້ຈະແຈ້ງ, ແກ້ໄຂບັນຫາການຊໍ້າຊ້ອນໜ້າທົ່ວຽກງານ; ເອົາໃຈໃສ່ສຶກອົບຮົມບຸກຄະລາກອນຂອງຕົນ ໃຫ້ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ -ແນວຄິດ, ມີຈັນຍາບັນ, ຈັນຍາທໍາ ໃນການປະຕິບັດໜ້າທີ່ວຽກ ງານ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການດໍາເນີນຄະດີຕາມຂະບວນການຍຸຕິທໍາ; ສະເໜີໃຫ້ສອງ ອົງການ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການຮັບໃຊ້ປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ເຂົ້າຮ່ວມ ໃນການດໍາເນີນຄະດີ, ນໍາສະເໜີຂໍ້ມູນຫຼັກຖານ ຕາມກົດໝາຍກຳນົດ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ເຂົ້າ ເຖິງຂະບວນຍຸຕິທໍາຢ່າງທົ່ວເຖິງ ໂດຍສະເພາະ ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ.
ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາ ການສະເໜີແຕ່ງ ຕັ້ງສະມາຊິກສະພາຜູ້ພິພາກສາຂອງສານ ປະຊາຊົນສູງສຸດ ຕາມການສະເໜີຂອງທ່ານປະທານສານປະຊາຊົນສູງສຸດ ຈໍານວນ 2 ທ່ານ ເພື່ອຮັບປະກັນ ການປະຕິບັດໜ້າທີ່ວຽກງານ ໃຫ້ມີຄຸນນະ ພາບນັບມື້ສູງຂຶ້ນ.
9) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ຍັງໄດ້ ຮັບຟັງບົດຄໍາເຫັນຂອງທ່ານ ຮອງປະທານສະພາແຫ່ງຊາດ ກ່ຽວກັບການຫວນຄືນ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024) ຊຶ່ງເຫັນໄດ້ວ່າ ຕະຫຼອດໄລຍະເວລາທີ່ຜ່ານມາ ສະພາ ແຫ່ງຊາດ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດ ໝາຍ ແລະ ມີຜົນສໍາເລັດຫຼາຍດ້ານ. ກອງປະຊຸມ ໄດ້ຮັບຟັງການປະກອບຄໍາເຫັນຂອງ ຜູ້ຕາງໜ້າສູນ ກາງແນວລາວສ້າງຊາດ ຊຶ່ງຕາງໜ້າໃຫ້ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນຕະຫຼອດປີ 2024;
ກອງປະຊຸມໄດ້ສະເໜີໃຫ້ເອົາໃຈໃສ່ ຕໍ່ບາງວຽກງານ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນ ລະບົບ, ມີຄວາມສອດ ຄ່ອງຊຶ່ງກັນ ແລະ ກັນ, ສູ້ຊົນໃຫ້ການຕົກລົງບັນຫາສໍາຄັນພື້ນຖານ ຂອງຊາດ ສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ຜົນປະໂຫຍດລວມຂອງຊາດ ກໍຄື ສິດ ແລະ ຜົນ ປະໂຫຍດຂອງປະຊາຊົນບັນດາເຜົ່າ; ເອົາໃຈໃສ່ການຕິດຕາມກວດກາ ແລະ ແກ້ໄຂຜົນການຕິດຕາມກວດກາ ບັນຫາ ເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ບັນຫາຜົນກະທົບຕໍ່ ສິ່ງ ແວດລ້ອມທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນ ຄ້າ, ຄ່າຄອງຊີບສູງ, ບັນຫາຢາເສບຕິດ ແລະ ອື່ນໆ; ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງ ຄວາມຄິດຄວາມເຫັນ, ຄວາມຂັດຂ້ອງໜອງໃຈຂອງປະຊາຊົນ ແລະ ນໍາມາຄົ້ນຄວ້າຮ່ວມກັບບັນດາອົງການອຳນາດ ລັດພິຈາລະນາແກ້ໄຂ.
10) ກອງປະຊຸມໄດ້ຮັບຟັງ ການລາຍງານຂອງຄະນະກຳມະ ການລະດັບຊາດ ກ່ຽວກັບຄວາມຄືບໜ້າໃນ ການປັບປຸງລັດຖະ ທຳມະນູນ ສະບັບປີ 2015 ຊຶ່ງເຫັນວ່າ ການປັບປຸງລັດຖະທຳມະ ນູນເທື່ອນີ້ ເນື້ອແທ້ ແມ່ນ ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ ໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງລັດຖະທໍາມະນູນ ຊຶ່ງເປັນກົດ ໝາຍສໍາຄັນພື້ນຖານຂອງຊາດ; ຄະນະກຳມະການລະ ດັບຊາດ ໄດ້ນໍາພາອະນຸກຳມະການແຕ່ລະຂົງເຂດ ຄົ້ນຄວ້າປັບປຸງ, ຈັດຕັ້ງການທາບທາມ, ຮຽບຮຽງເປັນຮ່າງລັດຖະທຳມະນູນ ສະບັບປັບປຸງເບື້ອງຕົ້ນ. ກອງປະຊຸມມອບ ໃຫ້ຄະນະກຳມະການລະດັບຊາດ ສືບຕໍ່ນໍາເອົາການປະກອບຄໍາເຫັນຂອງ ກອງປະຊຸມສະພາແຫ່ງຊາດ ໄປຄົ້ນ ຄວ້າປັບປຸງ ເຂົ້າໃສ່ເນື້ອໃນຂອງລັດຖະ ທຳມະນູນ ສະບັບປັບປຸງໃຫ້ມີຄວາມຄົບຖ້ວນ, ສົມບູນ ເພື່ອນໍາອອກ ທາບທາມຄວາມເຫັນ ແລະ ນໍາສະເໜີຕໍ່ ກອງປະຊຸມສະ ໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະ ນາຮັບຮອງເອົາ ໃນຕົ້ນປີ 2025.
11) ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 9 ສະບັບ; ໃນນີ້, ມີ ກົດໝາຍ ສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍທີ່ຢູ່ອາໄສ, ກົດໝາຍວ່າດ້ວຍພັດທະນາສີມືແຮງງານ; ກົດໝາຍ ສະບັບປັບປຸງ 7 ສະບັບຄື: ກົດໝາຍວ່າດ້ວຍການກວດສອບອິດສະລະ, ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ; ກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ; ກົດໝາຍວ່າດ້ວຍອົງການໄອຍະການ ປະຊາຊົນ; ກົດໝາຍວ່າດ້ວຍສະຫະພັນ ແມ່ ຍິງລາວ; ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ດ້ວຍ ຄະແນນສຽງແຕ່ 90% ຂຶ້ນໄປ.
ນອກຈາກນັ້ນ, ກອງປະຊຸມ ໄດ້ພິຈາລະນາຮັບຮອງກົດໝາຍວ່າດ້ວຍການປັບປຸງມາດຕາ 18 ຂອງກົດ ໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງປີ 2015 ດ້ວຍຄະແນນສຽງສວນຫຼາຍ, ທັງນັ້ນ ກໍເພື່ອເພີ່ມ ຄວາມຮັບຜິດຊອບໃນການພິ ຈາລະນາຮັບຮອງງົບປະມານລົງທຶນຂອງລັດໃຫ້ແຂວງ ແລະ ນະຄອນຫຼວງໃນ ຕົວເລກຄາດໝາຍທີ່ສູງຂຶ້ນຕື່ມ.
12) ກອງປະຊຸມໄດ້ຮັບຟັງການຊື້ແຈງ ຕໍ່ຄໍາຊັກຖາມ ຂອງທ່ານນາຍົກລັດຖະມົນຕີ, ບັນດານທ່ານໃນ ຄະນະລັດຖະບານ ທັງໝົດ 10 ກວ່າທ່ານ ຊຶ່ງສະພາແຫ່ງຊາດ ໄດ້ກັບກຳ, ສັງລວມເອົາບັນຫາເຄັ່ງ ຮ້ອນຂອງສັງຄົມ ຄວາມຄິດຄວາມເຫັນຂອງ ພໍ່ແມ່ປະຊາຊົນ ມາສະເໜີໃຫ້ກະຊວງ, ອົງການ ທີ່ກ່ຽວຂ້ອງ ຊີ້ແຈງ, ອະທິບາຍ ໂດຍ ໄດ້ຖ່າຍທອດສົດທາງວິທະຍຸ, ໂທລະພາບ ຢ່າງປົກກະຕິ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ຕິດຕາມການປະຕິບັດໜ້າ ທີ່ຂອງ ສະພາແຫ່ງຊາດ ກໍຄື ຄະນະລັດຖະບານ, ອົງການກວດກາ ແລະ ກວດສອບ, ສານ ແລະ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມຂອງຊາດ, ສ້າງຄວາມເຂັ້ມແຂງໃຫ້ລະບົບນິຕິທຳຂອງພວກເຮົາຕື່ມອີກ;
ກອງປະຊຸມ ໄດ້ຮັບຟັງການລາຍງານຂອງທ່ານ ຮອງປະທານສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງ ຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຈໍານວນ 4 ທ່ານ ຕາມການສະເໜີຂອງທ່ານ ນາຍົກ ລັດຖະມົນຕີ.