ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025.

Apr 26, 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ອັດລົງໃນຕອນເຊົ້າວັນທີ 25 ເມສາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍຫລັງດຳເນີນມາເປັນເວລາ 1 ວັນເຄີ່ງ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນ ຫຼວງ ວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2025.
ພາຍຫລັງສໍາເລັດກອງປະຊຸມທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາບັນດາຫົວຂໍ້ສໍາຄັນຄື:
– ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງແຜນການປະຈຳເດືອນພຶດສະພາ 2025 ກອງປະຊຸມໄດ້ຕີລາຄາວ່າ: ເຖິງແມ່ນວ່າສະພາບການສາກົນ ແລະພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກຳນົດໄວ້ຢ່າງມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານສາມາດປະຕິບັດໄດ້ 24,325 ຕື້ກີບ, ເທົ່າກັບ71.16% ຂອງແຜນ 6 ເດືອນຕົ້ນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 46.52%; ລາຍຈ່າຍທັງໝົດປະຕິບັດໄດ້ 13,520ຕື້ກີບ ເທົ່າກັບ 37.16% ຂອງແຜນ 6ເດືອນຕົ້ນປີ; ສາມາດຄວບຄຸມອັດຕາແລກປ່ຽນບໍ່ໃຫ້ເໜັງຕີງແຮງເຮັດໃຫ້ເງິນກີບແຂງຄ່າຂຶ້ນເລັກນ້ອຍ;ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດຢ່າງຕໍ່ເນື່ອງກຸ້ມການນຳເຂົ້າໄດ້ຫຼາຍກວ່າ 5 ເດືອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ແລະ ສາມາດເກັບຄືນໜີ້ສິນຈາກບັນດາບໍລິສັດໄດ້ຈໍານວນໜຶ່ງພ້ອມທັງສ້າງແຜນການເກັບກູ້ໜີ້ສິນຄືນໃໝ່; ນອກນັ້ນໄດ້ສຸມໃສ່ການເກັບກູ້ຜົນຜະລິດລະດູແລ້ງ ໂດຍສະເພາະເຂົ້ານາແຊງໃຫ້ໄດ້ຕາມແຜນ ແລະ ກະກຽມການຜະລິດລະດູຝົນ, ການໂຄສະນາການທ່ອງທ່ຽວຕິດພັນກັບການປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ; ການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ການຂຶ້ນທະບຽນອອກໃບຕາດິນ, ການແກ້ໄຂບັນຫາຂາດແຄນຄູ, ການປະຕິບັດຄຳຕັດສິນຂອງສານ, ການຈັດຕັ້ງຜັນຂະຫຍາຍວຽກງານການຕ່າງປະເທດ,ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ,ການນໍາເຂົ້ານໍ້າມັນເຊື້ອໄຟ, ປັບປຸງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ, ຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດແລະມີຄວາມຄືບໜ້າດີຂຶ້ນເປັນກ້າວໆ. ພ້ອມກັນນີ້ ໄດ້ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີ 9 ໂດຍສະເພາະການປັບປຸງລັດຖະທຳມະນູນ, ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ການປັບປຸງກົງຈັກຂອງລັດຖະບານ ແລະ ອື່ນໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເຊິ່ງໄດ້ເລີ່ມດຳເນີນການປັບປຸງກົງຈັກການຈັດຕັ້ງ ໂດຍການໂຮມເອົາກະຊວງຈຳນວນໜຶ່ງເຂົ້າກັນ, ໃນນີ້ໄດ້ສຸມໃສ່ການກຳນົດພາລະບົດບາດ, ຊັບຊ້ອນບັນດາກົມ ລວມທັງເກັບກໍາບັນຊີຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ກົງຈັກທີ່ໄດ້ຮັບການປັບປຸງໃໝ່ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
– ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ຖອດຖອນບົດຮຽນຈາກການສະເຫຼີມສະຫຼອງປີໃໝ່ລາວ ພສ 2568 ໃນປີນີ້, ພ້ອມທັງສືບຕໍ່ໂຄສະນາການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ເອົາໃຈໃສ່ສຶກສາອົບຮົມປູກຈິດສຳນຶກຄ່ານິຍົມໃຫ້ໄວໜຸ່ມ ຮັກວັດທະນະທຳປະເພນີອັນດີງາມຂອງຊາດ, ຫຼີກລ່ຽງສັງຄົມຫຼິ້ນກິນຟູມເຟືອຍ, ສ້າງພາບພົດອັນບໍ່ດີ ອັນຈະພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ທັງນີ້ ກໍ່ເພື່ອເຮັດໃຫ້ງານບຸນປີໃໝ່ລາວ ໄດ້ຮັບການສະເຫຼີມສະຫຼອງຢ່າງມີຄວາມເບີກບານມ່ວນຊື່ນ, ປອດໄພ, ປະທັບໃຈ ແລະ ເປັນຂະບວນການຟົດຟື້ນ.
ສໍາລັບແຜນການຈັດຕັ້ງປະຕິບັດວຽກງານ 3 ສ້າງໃນໄລຍະປີ 2025-2030 ໃຫ້ຂະແໜງການ ແລະ ທ້ອງຖິ່ນ ປະເມີນຕີລາຄາສະຫຼຸບຖອດຖອນບົດຮຽນການຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການກຳນົດ ແລະ ຈັດຕັ້ງປະຕິບັດແຜນໃນຕໍ່ໜ້າຖືກຕ້ອງສອດຄ່ອງ, ແທດຕົວຈິງ ແລະ ຈັດຕັ້ງປະຕິບັດໄດ້ເປັນຮູບປະທໍາ ຢ່າງເປັນເອກະພາບ. ພ້ອມກັນນີ້ ໃຫ້ຮີບຮ້ອນແຕ່ງຕັ້ງຄະນະລະດັບຊາດ ແລະ ຂັ້ນທ້ອງຖິ່ນ ສຳລັບ ວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ຕໍ່ວຽກງານດັ່ງກ່າວເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຮ່າງນິຕິກໍາ ຄື: (1) ຮ່າງດໍາລັດວ່າດ້ວຍ ກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ; (2) ຮ່າງກົດໝາຍວ່າດ້ວຍການປູກຝັງ; (3) ຮ່າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NPA);(4) ຮ່າງວິໄສທັດຮອດປີ 2040 ແລະ ຮ່າງແຜນການຄຸ້ມຄອງນໍາໃຊ້ທີ່ດິນບໍລິເວນນໍ້າ ປີ 2025-2030.
ສຳລັບແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນພຶດສະພາ 2025, ລັດຖະບານ ຈະໄດ້ສືບຕໍ່ບຸກບືນປະຕິບັດບັນດາໜ້າວຽກ ທີ່ໄດ້ກຳນົດໄວ້ໃນ ດຳລັດ ເລກທີ 702/ນຍ, ລົງວັນທີ 25 ທັນວາ 2024ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ກໍຄືແຜນວຽກຈຸດສຸມລວມໝົດປີ 2025 ຕົ້ນຕໍແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ,ໃນນັ້ນ ໄດ້ກຳນົດວຽກງານຈຸດສຸມຈຳນວນໜຶ່ງດັ່ງນີ້:
1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ໃນນັ້ນ: ສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ; ການລັກລອບຂຸດຄົ້ນຄຳຕົກຂ້ອນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ.
2) ສຸມໃສ່ກະກຽມບັນດາເນື້ອໃນ ທີ່ຈະນຳເຂົ້າຮ່ວມລາຍງານ ຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ກະກຽມເນື້ອໃນບົດລາຍງານ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXໃຫ້ສໍາເລັດ ເພື່ອນໍາມາຜ່ານກອງປະຊຸມລັດຖະບານໃນເດືອນພຶດສະພາ ກ່ອນນຳເຂົ້ານຳເຂົ້າລາຍງານໃນກອງປະຊຸມສະພາແຫ່ງຊາດ.
3) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ, ເຊິ່ງແຕ່ລະຂະແໜງການ ລວມທັງທ້ອງຖິ່ນ ກໍໄດ້ກຳນົດເຂົ້າໃນວຽກຈຸດສຸມຂອງຕົນແລ້ວ, ໃນນີ້ ຄຽງຄູ່ກັບມາດຕະການອື່ນ ແມ່ນໃຫ້ສຸມໃສ່ມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກໃຫ້ແຂງແຮງ, ຊຶ່ງໃນໄລຍະນີ້ ແມ່ນໄລຍະການເກັບກູ້ຜົນຜະລິດລະດູແລ້ງ ຂະແໜງການກ່ຽວຂ້ອງກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມວຽກດັ່ງກ່າວໃຫ້ໄປຄຽງຄູ່ກັບການຜະລິດເປັນສິນຄ້າ ສຳຄັນແມ່ນຊຸກຍູ້ບັນດາໂຮງຈັກໂຮງງານແປຮູບຕ່າງໆ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ສຳລັບການຜະລິດລະດູຝົນ ກໍໃຫ້ກະກຽມຄວາມພ້ອມດ້ານເນື້ອທີດິນຝຸ່ນປຸ໋ຍ, ແນວພັນພືດຕ່າງໆ ທີ່ເໝາະສົມແກ່ການປູກລະດູຝົນ, ທັງເຝົ້າລະວັງພະຍາດລະບາດຕາມລະດູການ, ຢາປາບສັດຕູພືດ.
4) ໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນເກັບກຳຂໍ້ມູນການນຳເຂົ້າ-ສົ່ງອອກໃຫ້ຊັດເຈນພ້ອມທັງຄົ້ນຄວ້າບັນດາມາດຕະການຮັບມື,ວິທີການປ້ອງກັນ,ແກ້ໄຂຜົນກະທົບຈາກນະໂຍບາຍຂຶ້ນອັດຕາພາສີນໍາເຂົ້າສິນຄ້າຂອງສະຫະລັດອາເມລິກາແລະກະກຽມເນື້ອໃນປຶກສາຫາລືໃຫ້ຮັດກຸມລະອຽດຊັດເຈນ.
5) ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມສຸດຍອດອາຊຽນ ກໍຄືການຜັນຂະຫຍາຍການຈັດຕັ້ງປະຕິບັດ9 ຂົງເຂດບູລິມະສິດ ເຂົ້າໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ10 (2026-2030), ຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ແລະ ຜັນຂະຫຍາຍ ຜົນການໄປຢ້ຽມຢາມຢ່າງເປັນທາງການແລະ ການເຂົ້າຮ່ວມກອງປະຊຸມ ຢູ່ຕ່າງປະເທດຕ່າງໆ ຂອງ ນາຍົກລັດຖະມົນຕີ ໃນປີ 2024 ແລະ ຕົ້ນປີ 2025 ຜ່ານມາ; ກະກຽມເຂົ້າຮ່ວມພິທີສວນສະໜາມວັນໄຊຊະນະສົງຄາມປ້ອງກັນປິຕຸພຸມຄົບຮອບ80ປີ ຢູ່ ສ ຣັດເຊຍ ແລະ ການເຂົ້າຮ່ວມກອງປະຊຸມ ນິກເກອິ ທີ່ປະເທດ ຍີ່ປຸ່ນ ຂອງສະຫາຍ ເລຂາທິການໃຫ່ຍ,ປະທານປະເທດແຫ່ງ ສປປ ລາວ.
ໃນຕອນທ້າຍ,ກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານຈົ່ງນໍາເອົາແຜນວຽກຈຸດສຸມເດືອນເມສາໄປປັບປຸງເຂົ້າໃນແຜນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນໃຫ້ລະອຽດ,ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ,ມີຄາດໝາຍເວລາສໍາເລັດຊັດເຈນແລະສອດຄ່ອງກັບສະພາບຄວາມເປັນຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ