ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຮ່ວມກັບ ທ່ານ ບັກໂຮເດັຍ ເບີຄະນ໋ອຟ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຖະແຫຼງຂ່າວຜົນສຳເລັດກອງປະຊຸມໂຕະມົນ ປະຈຳປີ 2024 ໃນວັນທີ 14 ພະຈິກ ນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໂຕະມົນ ປະຈໍາປີ 2024 ໄດ້ເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສໍາລັບປີ 2025 ຕິດພັນກັບ ສອງວາລະແຫ່ງຊາດ ໃຫ້ສໍາເລັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມຄວາມເອົາໃຈໃສ່ໃນການຊຸກຍູ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສຳລັບປີ 2025 ພ້ອມທັງໃຫ້ຄວາມໝາຍໝັ້ນເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ສືບຕໍ່ເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ສູ້ຊົນ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະຍາກອນມະນຸດທີ່ຮັບປະກັນຄຸນນະພາບ, ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອຫຼຸດຜ່ອນຄວາມແຕກໂຕນ ຂອງການພັດທະນາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ເພື່ອແກ້ໄຂຄວາມທຸກຍາກ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນ ດ້ວຍການສ້າງສະພາບແວດລ້ອມການດໍາເນີນທຸລະກິດທີ່ເອື້ອອໍານວຍໃຫ້ດີຂຶ້ນ, ຍົກລະດັບການກະກຽມຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທໍາມະຊາດ, ພາຍໃຕ້ການຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ, ການປັບປຸງລະບົບການເຕືອນໄພລ່ວງໜ້າ, ການແລກປ່ຽນຂໍ້ມູນ-ຂ່າວສານການເຕືອນໄພ ແລະ ຮັບມືຮ່ວມກັນລະຫວ່າງປະເທດເພື່ອນມິດທີ່ມີຊາຍແດນຕິດຈອດກັນ, ການສຶກສາຄວາມສ່ຽງ ແລະ ການສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອແກ່ຊຸມຊົນທີ່ມີຄວາມສ່ຽງສູງ, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຜົນການທົບທວນແຜນດຳເນີນງານຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ, ສືບຕໍ່ເອົາໃຈໃສ່ ພ້ອມກະກຽມຄວາມພ້ອມໃນການຈັດກອງປະຊຸມໂຕະມົນ ລະດັບສູງ ໃນປີ 2025 ທີ່ຈະມາເຖິງນີ້ ໃຫ້ເປັນເວທີລະດັບສູງໃນການປືກສາຫາລື ແລະ ໃຫ້ການຢັ້ງຢືນຮັບຮອງຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນ ແລະ ທົ່ວສັງຄົມ ໃນການສະໜັບສະໜູນທຶນຮອນ ທາງດ້ານການເງິນ ແລະ ວິຊາການ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.
ສັງລວມແລ້ວ ໃນປີ 2025 ພວກເຮົາຈະມີແຜນວຽກຫຼາຍຢ່າງ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ, ໃນນີ້ ການກະກຽມຄວາມພ້ອມໃນການຈັດກອງປະຊຸມໂຕະມົນ ລະດັບສູງ ໃນປີ 2025 ແລະ ກອງປະຊຸມປິ່ນອ້ອມ ວຽກງານຕ່າງໆທີ່ເປັນພັນທະຕໍ່ເພື່ອນມິດສາກົນໃນລະດັບ ສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງໜ້າວຽກດັ່ງກ່າວນັ້ນບໍ່ສາມາດຈັດຕັ້ງປະຕິບັດໄດ້ໂດຍ ສປປ ລາວ ເອງຝ່າຍດຽວເທົ່ານັ້ນ ແຕ່ຕ້ອງໄດ້ມີການເຂົ້າຮ່ວມຢ່າງເອົາຈິງເອົາຈັງຂອງທຸກພາກສ່ວນ, ໂດຍສະເພາະການເຂົ້າຮ່ວມຢ່າງສະເໝີຕົ້ນສະເໝີປາຍ ຂອງປະເທດເພື່ອນມິດສາກົນ, ຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ກໍຄື ທົ່ວສັງຄົມ.
ທ່ານກ່າວຕື່ມວ່າ: ຜົນສໍາເລັດຂອງກອງປະຊຸມໂຕະມົນ 2024 ໃນຄັ້ງນີ້, ກະຊວງແຜນການ ແລະ ການລົງທຶນ ໃນນາມຜູ້ປະຈໍາການຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ ຈະສົມທົບກັບພາກ ສ່ວນກ່ຽວຂ້ອງສັງລວມ ແລະ ລາຍງານ ລັດຖະບານ ເພື່ອມີທິດຊີ້ນໍາ ແລະ ເປັນບ່ອນອີງໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ພ້ອມທັງເພີ່ມທະວີການປະສານສົມທົບຊຶ່ງກັນ ແລະ ກັນ ຢ່າງກົມກຽວ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ, ທັງນີ້ ກໍເພື່ອສືບຕໍ່ປະກອບສ່ວນຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2025 ຕິດພັນກັບສອງວາລະແຫ່ງຊາດ, ວາລະການພັດທະນາ 2030 ແລະພັນທະສາກົນຕ່າງໆທີ່ ສປປ ລາວ ເປັນພາຄີ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.



