ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກເມືອງຮ້ຽມ

Jan 17, 2025

ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກເມືອງຮ້ຽມ
ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກເມືອງຮ້ຽມ, ແຂວງຫົວພັນ ອັດລົງດ້ວຍຜົນສຳເລັດໃນຕອນເຊົ້າວັນທີ 17 ມັງກອນ 2025 ພາຍຫຼັງດໍາເນີນມາເປັນເວລາ 1 ວັນເຄິ່ງ ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງສອນ ພົມມະສອນ ເລຂາພັກເມືອງ, ເຈົ້າເມືອງໆຮ້ຽມ. ມີ ສະຫາຍ ຄຳແພງ ໄຊສົມແພງ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມທັງໝົດ 105 ສະຫາຍ, ຍິງ 26 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມໄດ້ລົງປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນ ຄື: ຮ່າງບົດລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ – ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກສະໄໝທີ x, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການ ນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍໃນ 5 ປີຜ່ານມາ.
ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງ, ແຜນການ 5 ປີ ນັບແຕ່ປີ 2024 ຮອດປີ 2029. ເຊິ່ງຮັບປະກັນໃຫ້ ເມືອງຮ້ຽມ ມີສະຖຽນລະ ພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮ້ອຍຢ່າງໜັກແໜ້ນເຮັດໃຫ້ວຽກ ງານປ້ອງກັນຊາດ – ປ້ອງກັນຄວາມສະ ຫງົບ ກາຍເປັນຂອງທົ່ວປວງຊົນຮອບດ້ານ; ຮັບປະກັນ ແລະ ສືບຕໍ່ພັດທະນາເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 5.5% ຕໍ່ປີ, ລວມຍອດຜະລິດຕະພັນ(GDP) ບັນລຸໃຫ້ໄດ້ 537 ຕື້ກີບ, ສະເລ່ຍແຕ່ລະປີເທົ່າກັບ 107 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 8,8 ລ້ານກີບຕໍ່ຄົນຕໍ່ປີ,ໂຄງປະກອບທາງດ້ານເສດຖະກິດໃຫ້ມີການຫັນປ່ຽນຄື: ຂະແໜງກະສິກຳ – ປ່າໄມ້ ໃຫ້ກວມເອົາ 395 ຕື້ກີບ ເທົ້າກັບ 73.6% ຂອງ (GDP), ຂະແໜງ ອຸດສາຫະກຳ ໃຫ້ກວມເອົາ 67 ຕື້ກີບ ເທົ້າກັບ 12.5% ຂອງ (GDP) ແລະ ຂະແໜງການບໍລິການໃຫ້ກວມເອົາ 74.46 ຕື້ກີບ ເທົ້າກັບ 13.88 % ຂອງ (GDP). ສືບຕໍ່ຫັນລົງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ລືບລ້າງຄວາມ ທຸກຍາກໃຫ້ແກ່ປະຊາຊົນ, ສ້າງບ້ານພັດທະນາໃຫ້ໄດ້ຕື່ມ 5 ບ້ານ, ອັດຕາບ້ານທຸກຍາກໃຫ້ຍັງເຫຼືອ 18 ບ້ານ, ອັດຕາຄົວເຮືອນທຸກຍາກໃຫ້ຍັງເຫຼືອ 33.49 % ຂອງຄົວເຮືອນທັງໝົດ, ຕັ້ງໜ້າພັດທະນາຊັບພະຍາກອນມະນຸດ ປັບປຸງ ແລະ ປະຕິບັດບັນດາແຜນງານ, ຄາດໝາຍສູ້ຊົນ ໃນຂົງເຂດວັດທະນະທຳ-ສັງຄົມ ເພື່ອບັນລຸຄາດໝາຍສະຫັດສະຫວັດຂອງການພັດທະນາແບບຍືນຍົງ ເດັກໃນເກນອາຍຸ 5 ປີ ໄດ້ເຂົ້າຮຽນໃຫ້ໄດ້ 98%, ຊັ້ນປະຖົມໃຫ້ບັນລຸ 100%, ມັດຖະຍົມໃຫ້ບັນລຸ 97%, ມັດທະຍົມປາຍໃຫ້ໄດ້ 62%, ສືບຕໍ່ປົກປັກຮັກສານາມມະຍົດບ້ານສາທາລະນະສຸກແບບຢ່າງ, ເມືອງຢຸດຕິການຖ່າຍຊະຊາຍ ແລະ ເມືອງຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມໃຫ້ຍືນຍົງ, ຍົກສູງອັດຕາການຊົມໃຊ້ນໍ້າສະອາດ ໃຫ້ໄດ້ຫຼາຍກ່ວາ 92% ຂຶ້ນໄປ ຂອງປະຊາກອນທັງໝົດ, ອັດຕາການໃຊ້ວິດຖ້າຍໃຫ້ໄດ້ຫຼາຍກ່ວາ 99 % ຂຶ້ນໄປຂອງຈໍານວນຄົວເຮືອນທັງໝົດ ອັດຕາການຕາຍຂອງແມ່ ແລະ ເດັກ ໃຫ້ຫຼຸດລົງ, ຍົກສູງອັດຕາຢອດຢາ ແລະ ສັກຢາກັນພະຍາດໃຫ້ກຸ່ມເປົ້າໝາຍ ແລະ ອື່ນໆ.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດຄໍາເຫັນ ຈາກຜູ່ຕາງໜ້າຫຼາຍພາກສ່ວນ ເຊິ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານ ຕໍ່ກອງປະຊຸມໃຫຍ່, ການລາຍງານ ແລະ ປະກອບຄຳເຫັນສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ເຂົ້າໃນຂົງເຂດກົມກອງ, ຂະແໜງການຂອງຕົນ ອັນໄດ້ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີເນື້ອໃນອຸດົມສົມບູນຂື້ນຕື່ມ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ແລະ ຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XI ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ, ປະທານ, ຮອງປະທານກວດກາ ແລະ ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາຄະນະພັກເມືອງ ໂດຍເລືອກເອົາ ສະຫາຍ ວຽງສອນ ພົມມາສອນ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ທອງຄໍາ ຫງຽນມະລົມ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ສະຫາຍ ນາງ ຊ່ຽນ ສີດາວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ.
ກອງປະຊຸມໃຫ່ຍ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າແຂວງຫົວພັນ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ນໍາພາ-ຊີ້ນໍາ ຂອງຄະນະພັກຊຸດເກົ່າ ນໍາພາ-ຊີ້ນໍາ ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນສະ ຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສຶບຕໍ່ປັບປຸງ, ແກ້ໄຂ ແລະ ສະຫາຍມີຄວາມເຊື້ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ ນໍາພາ-ຊີ້ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຂອງຄະນະພັກຄັ້ງທີ່ XI ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.
ຂ່າວ-ພາບ: ໄອແກ້ວ