ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງວຽງພູຄາ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງວຽງພູຄາ ຄັ້ງທີ X ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 16 ມັງກອນ 2025 ພາຍຫລັງດໍາເນີນມາເປັນເວລາ 2 ວັນ ທີ່ສະໂມສອນຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ.
ກອງປະຊຸມ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງຂອງ ຄະນະບໍລິຫານງານພັກເມືອງສະໄໝທີ IX ທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ X ໂດຍໄດ້ສະແດງຄວາມເຫັນດີເຫັນພ້ອມກັບການສະຫຼຸບຕີລາຄາຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງວຽງພູຄາ ສາມາດຍາດໃນແຕ່ລະດ້ານ, ລວມເຖີງຈຸດອ່ອນຂໍ້ຄົງຄ້າງ, ບົດຂຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນ 5 ປີ ຕໍ່ໜ້າ.
ກອງປະຊຸມກໍ່ໄດ້ຜ່ານບັນດາມາດຖານ ແລະ ເງື່ອນໄຂຜູ້ທີ່ຮັບສະໝັກເປັນຄະນະບໍລິຫານງານພັກເມືອງວຽງພູຄາ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 27 ສະຫາຍ, ຍິງ 3 ສະຫາຍ, ກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ 23 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງ ສະໄໝທີ X ໄດ້ເປັນເອກະພາບເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນຊົງ ວາໄຊຢີ ເປັນເລຂາຄະນະບໍລິຫານງານພັກເມືອງວຽງພູຄາ ອີກສະໄໝໜຶ່ງ, ເລືອກເອົາສະຫາຍ
ພູມອນ ຄຸນສີລິເຮືອງ ແລະ ສະຫາຍ ນາງ ເຮື່ອຍ ສົມຫວັງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ເລືອກເອົາສະຫາຍ ສອນເພັດ ກິ່ງມາລາ ເປັນປະທານຄະນະກວດກາພັກ-ລັດເມືອງ; ສະຫາຍ ຕຽງຄໍາ ຊຽນປັນຍາ ແລະ ສະຫາຍ ວຽງຖະໜອມ ໄຊວັນທາ ເປັນຮອງປະທານຄະນະກວດກາພັກ-ລັດເມືອງ.
ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງຫຼວງນໍ້າທາ ຄັ້ງທີ IX ຈຳນວນ 24 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນການພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມ
ເຊີຍ ມາຍັງຄະນະພັກທຸກຂັ້ນ,ສະມາຊິກພັກທຸກສະຫາຍ ທີ່ໄດ້ສາມັກຄີເປັນຈິດໜື່ງໃຈດຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນປະກອບສ່ວນຢ່າງຕັ້ງໜ້າໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາເມືອງວຽງພູຄາ ໃນໄລຍະຜ່ານມາພ້ອມທັງ ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງ ຊຸດໃໝ່ ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ, ນຳພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ພ້ອມກັນສືບ ຕໍ່ຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຕັດ ສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ນຳໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີປະສິດທິຜົນ ເພື່ອພ້ອມກັນພັດທະນາເມືອງວຽງພູຄາໃຫ້ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.
ຂ່າວ: ແກ້ວ ກ໋ວາງບັນແຄັດ






