
ພາຍຫຼັງໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ມາແຕ່ວັນທີ 28 ສິງຫາ 2025 ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຽງຂວາງ ຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 38 ສະຫາຍ, ເລືອກໄດ້ 33 ສະຫາຍ; ຍິງ 05 ສະຫາຍ. ມາຮອດຕອນເຊົ້າວັນທີ 29 ສິງຫາ 2025 ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ໃຫ້ຮູ້ວ່າ: ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX ໄດ້ປ່ອນບັດເລືອກຕັ້ງຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 09 ສະຫາຍ, ຍິງ 01 ສະຫາຍ ຄື: ສະຫາຍ ບຸນຈັນ ສີວົງພັນ, ສະຫາຍ ບົວເງິນ ຫຸມໄຊຍະພົມ, ສະຫາຍ ບຸນເຮືອງ ສຸລິໄຊ, ສະຫາຍ ນາງ ຈັນທະສອນ ພູນສຸກ, ສະຫາຍ ຄຳພາ ພິລາວົງ, ສະຫາຍ ເພັດສະໝອນ ດາວົງສອນ, ສະຫາຍ ຫົງຄຳ ພິມມະສານ, ສະຫາຍ ພົຈວ ວັນທອງ ພົງສະຫວັນ ແລະ ສະຫາຍ ພົຈວ ສີວັນທາ ເພຍສະຂາ; ກອງປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ບົວເງິນ ຫຸມໄຊຍະພົມ ແລະ ສະຫາຍ ບຸນເຮືອງ ສຸລິໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາສະຫາຍ ຄຳພາ ພິລາວົງ ເປັນປະທານຄະນະກວດກາພັກແຂວງ; ເລືອກເອົາ ສະຫາຍ ຄຳເພັດ ເພັງມະແສງ, ສະຫາຍ ນາງ ວັນໄຊ ສິງດາລາ ແລະ ສະຫາຍ ພອນສັກ ແສງມີລະທີ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 30 ສະຫາຍ, ຍິງ 05 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 05 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດທີ VIII ຜ່ານມາທີ່ໄດ້ນຳພາ-ຊີ້ນຳ ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນຳເອົາທິດນຳ ທີ່ເປັນເອກະພາບໃນກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ ເປັນຕົ້ນ ຄະນະບໍລິຫານງານພັກແຂວງຊຸດໃໝ່ ຕ້ອງໄດ້ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ, ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍ ໃນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກ ລະອຽດ, ຈະແຈ້ງ ປະຕິບັດກົນໄກປະສານງານຂັ້ນເທິງ-ຂັ້ນລຸ່ມ, ສາຍຕັ້ງ-ສາຍຂວາງ, ພ້ອມທັງ ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເອົາໃຈໃສ່ແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ; ສືບຕໍ່ປະຕິບັດແຜນນະໂຍບາຍ ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ກໍ່ສ້າງພັກທັງ 4 ດ້ານ ຄື: ສ້າງພັກທາງດ້ານການເມືອງ, ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາ; ເພີ່ມທະວີການນໍາພາປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນທີ່ແຂງແຮງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫຼຸດລົງຢ່າງຈະແຈ້ງ; ກຳແໜ້ນເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ; ສືບຕໍ່ປະຕິບັດຍຸດທະສາດ ແລະ ປະຕິບັດບັນດາຄາດໝາຍທາງດ້ານການສຶກສາ, ສາທາ ລະນະສຸກ ໃຫ້ບັນລຸຕາມແຜນທີ່ວາງໄວ້; ເສີມຂະຫຍາຍສົ່ງເສີມຄຸນຄ່າ ທາງດ້ານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ຍືນຍົງ; ແກ້ໄຂບັນຫາຂາດແຄນແຮງງານ ແລະ ຍົກລະດັບການຕອບສະໜອງແຮງງານ ໃຫ້ແກ່ການພັດທະນາໃນໄລຍະໃໝ່; ຍົກສູງບົດບາດ ຂອງອົງການອຳນາດລັດໃຫ້ເຂັ້ມແຂງ; ກະກຽມຄວາມພ້ອມໃນການສ້າງຕັ້ງຕາແສງ ແລະ ສືບຕໍ່ປັບປຸງການຈັດຕັ້ງລະບົບການເມືອງຢູ່ຂັ້ນຕາແສງ, ບ້ານ ໃຫ້ຖືກທິດ ແລະ ເຂົ້າສູ່ລວງເລິກ, ເສີມຂະຫຍາຍບົດບາດອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີຄວາມສາມັກຄີບັນດາເຜົ່າ, ສາສະໜາ ທຸກຊັ້ນຄົນໃນສັງຄົມ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ; ຕັັ້ງໜ້າຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງມີຈຸດສຸມ ແລະ ເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອເຮັດໃຫ້ທຸກຂົງເຂດວຽກງານ ຮັບປະກັນມີການນຳພາ-ຊີ້ນຳ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແຂວງຊຽງຂວາງວິລະຊົນ, ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ບຸກບືນສູ້ຊົນ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ນີ້ ໃຫ້ປະກົດຜົນເປັນຈິງ.
![May be an image of 1 person, dais and text that says 'สาทาละมะลัด ปะยุา ทำปะเต හිවා ปะอาลุมลาว พังะกาลุม ปะติวัดลาว ที่มีงรถสะชาว่า ซมิ้ม ขมิ้มยึม! กรงปะลุมใชาย่ผู้แทม ៗ ถะมะพัก ទេ]ឲ21) ถี้งทิ IX อัมห้า 28-29 มายาก อัมทิ28-29าง2025 2025 3 ลัดทีมาร-เลมิบ ยมับยิม. セんや ر ህ משחירחת תימוסחיר'](https://scontent.fvte4-1.fna.fbcdn.net/v/t39.30808-6/540837814_1372298164905996_6849072801812986917_n.jpg?_nc_cat=109&ccb=1-7&_nc_sid=833d8c&_nc_ohc=kCI_pvSwkS0Q7kNvwHF3pxx&_nc_oc=AdlUsAjIRLwKq6-mgIDlFWIrkPee9SVBuDy01H1t5oaA2ndPOL7v4xBDI1ZdH7l2dCM&_nc_zt=23&_nc_ht=scontent.fvte4-1.fna&_nc_gid=H96vAfvKhvAXbu_smzzjUg&oh=00_AfU9xiNSRHattKv1vZ_6v0LteN8h5Gig-urU-HFz593gCw&oe=68B7030E)
ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ


