ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີVI ຂອງອົງຄະນະພັກກອງບັນຊາການທະຫານ ແຂວງຈໍາປາສັກ

Nov 13, 2024

ກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ VI ຂອງອົງຄະນະພັກທະຫານແຂວງແຂວງຈໍາປາສັກ ໄດ້ໄຂຂື້ນໃນວັນທີ 12-13 ພະຈິກ 2024 ທີ່ສະໂມສອນຂອງກົມກອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ຈຳປາສັກ ປະທານ ປກຊ- ປກສ ແຂວງຈໍາປາສັກ.
ໃນກອງປະຊຸມ, ສະຫາຍ ພົວ ວິລະຕູ່ ວໍລະຈິດ ຮັກສາການເລຂາອົງຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ມີຄຳເຫັນກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ເຊີ່ງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ໃນໄລຍະຊຸມປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ – ນັກຮົບ,ຈັດຕັ້ງເຊື່ອມຊືມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ,ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ ເຂົ້າໃນວຽກງານຕົວຈິງຢ່າງເປັນຂະບວນຟົດຟື້ນ-ຕໍ່ ເນື່ອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ ຕໍ່ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ.
ນອກນີ້ ຄະນະພັກໄດ້ຖືສຳຄັນໃນການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ໂດຍຍຶດໝັ້ນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ແນໃສ່ເຮັດໃຫ້ການຈັດຕັ້ງພັກຂະຫຍາຍຕົວດ້ວຍຄວາມເຂັ້ມແຂງ,ໜັກແໜ້ນ ຂື້ນເປັນກ້າວໆ.
ໃນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ຄົ້ນຄວ້າເຊື່ອມຊືມຕໍ່ບົດລາຍງານການເມືອງທັງສອງພາກຢ່າງກົງໄປກົງມາ ແລະ ສ້າງສັນ.
ກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກອງບັນຊາການທະຫານແຂວງຈໍາປາສັກ ຊຸດໃໝ່ເລືອກໄດ ຈໍານວນ 11 ສ/ຫ, ດັ່ງນີ້ :
1. ສະຫາຍ ພົ.ວ ວິລະຕູ ວໍລະຈິດ.
2. ສະຫາຍ ພັອ ສິດປະເສີດ ນວນມະນີວົງ.
3. ສະຫາຍ ພັອ ພູເວີນ ສູນນີວົງ.
4. ສະຫາຍ ພັອ ຄໍາເຂົ້າ ວົງພົມ.
5. ສະຫາຍ ພັທ ໄຊມຸງຄຸນ ນາຄໍາ.
6. ສະຫາຍ ພັທ ຖາວອນ ສິນທະປະເສີດ,
7. ສະຫາຍ ພັທ ພູເພັດ ວົງພົມ.
8. ສະຫາຍ ພັທ ວິໄລ ສັນທະວີ.
9. ສະຫາຍ ພັທ ກອງແກ້ວ ວຽງໄຊຍະສອນ.
10. ສະຫາຍ ພັທ ຄາລົມ ຈັນທະວົງສາ.
11. ສະຫາຍ ພັທ ສົມເພັງ ອ້ວນວິໄລ.
ກອງປະຊຸມຄັ້ງປະຖົມມະລຶກ ຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານ ແຂວງຈຳປາສັກ ສະໄໝທີ VI ໄດ້ເອກະສັນປ່ອນບັດເລືອກຕັ້ງເອົາຄະນະປະຈຳພັກກອງບັນຊາ ການທະຫານແຂວງຈໍາປາສັກ 3 ສະຫາຍ ແລະ ປະຊາມະຕິຮັບຮອງເອົາ
ສະຫາຍ ພົ.ວ ວິລະຕູ ວໍລະຈິດ, ເປັນເລຂາຄະນະບໍລິານງານພັກ.ສະຫາຍ ພັອ ສິດປະເສີດ ນວນມະນີວົງ ເປັນຮອງເລຂາຄະນະບໍລິຫານງານພັກ. ສະຫາຍ ພັອ ພູເວີນ ສູນນີວົງ ປະທານກວດກາພັກ
ກອງປະຊຸມ ໄດ້ຮັບຟັງຄຳໂອ້ລົມ ຂອງ ສະຫາຍ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ປະທານ ປກຊ-ປກສ ແຂວງ ຈໍາປາສັກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ-ສະມາຊິກພັກ-ນັກຮົບທຸກຄົນ ໃນທົ່ວກົມກອງຈົ່ງເຊີດຊູນໍາໃຈຮັກຊາດ, ຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ້ມຄວາມສາມັກຄີເປັນເອກະພາບພາຍໃນກົມ ກອງ ແລະ ສາມັກຄີປະຊາຊົນບັນດາເຜົ່າ ເປັນປຶກແຜນແໜ້ນໜາຢູ່ອ້ອມຂ້າງພັກ ສືບຕໍ່ເສີມ ຂະຫຍາຍມູນເຊື້ອປະຕິບັດອັນດີງານ ຂອງກອງທັບຢ່າງບໍ່ຢຸດຢັ້ງ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ