ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຫສນຍ ຄັ້ງທີ V

Sep 15, 2025

ກອງປະຊຸມໃຫຍ່ສະມາຊິກກໍາມະບານ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄັ້ງທີ V ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 11 ກັນຍາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍການເປັນປະທານ ຂອງສະຫາຍ ປອ. ເຂິງຄຳ ແກ້ວໜູຈັນ, ຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານ ຫສນຍ; ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ສະຫາຍ ພອນສານ ວິໄລເມັ້ງ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ; ຜູ້ຕາງໜ້າຄະນະບໍລິຫານງານສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ, ທະນາຄານ ແຫ່ງ ສປປ ລາວ, ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍສະມາຊິກກຳມະບານ ພາຍໃນ ຫສນຍ ຈຳນວນ 320 ສະຫາຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການນຳສະເໜີຮ່າງລາຍງານການເມືອງ, ຮ່າງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ສະໄໝທີ IV ໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ຕີລາຄາຜົນສຳເລັດ-ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງສະຫະພັນກຳມະບານ ຫສນຍ. ສຳລັບຜົນສຳເລັດອັນພົ້ນເດັ່ນ ເຫັນວ່າ ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ໄດ້ຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ, ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ຄັ້ງທີ VIII, ລວມເຖິງການປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ເຂົ້າສູ່ການ ເຄື່ອນໄຫວວຽກງານວິຊາສະເພາະ ແລະ ການດຳລົງຊີວິດຕົວຈິງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມຫຼາຍດ້ານ. ອັນສຳຄັນ, ພາຍໃຕ້ການນໍາພາຂອງອົງຄະນະພັກ ຫສນຍ, ສູນກາງສະຫະພັນກໍາມະບານລາວ ແລະ ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ໄດ້ເຮັດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນ ພາຍໃນການຈັດຕັ້ງ ຫສນຍ ມີແນວຄິດທຸນທ່ຽງ, ຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມເປັນເຈົ້າການສູງ ສາມາດຕອບສະໜອງໄດ້ ດ້ານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການຂອງການນຳພັກ-ລັດຖະບານ ດີສົມຄວນ.
                               May be an image of dais May be an image of 2 people, dais and text
ໃນໂອກາດດຽວກັນ, ສະຫາຍ ປອ. ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດ ທີ່ສະຫະພັນກໍາມະບານ ຫສນຍ ສ້າງມາໄດ້ ຕະຫຼອດໄລຍະຜ່ານມາ, ພ້ອມທັງ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນກໍາມະບານ ຫສນຍ ເອົາໃຈໃສ່ເຄື່ອນໄຫວວຽກງານຕົນເອງ ໃຫ້ຖືກ ຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງສະຫະພັນກໍາມະບານລາວ, ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມ, ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ຍົກສູງຄວາມສາມັກຄີ, ຄວາມຫ້າວຫັນ, ຄວາມກະຕືລືລົ້ນ ແລະ ຍົກລະດັບວິຊາສະເພາະຂອງຕົນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່. ພ້ອມທັງ ເນັ້ນໃຫ້ຜູ້ແທນກອງປະຊຸມ ເອົາໃຈໃສ່ປະຕິບັດຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ຄົ້ນຄວ້າເລືອກເຟັ້ນເອົາຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ຢ່າງຖືກຕ້ອງ, ພາວະວິໄສ, ກວ້າງຂວາງ ແລະ ມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງ ໂດຍພິຈາລະນາໃຫ້ລະອຽດຖີ່ຖ້ວນ ເພື່ອຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້, ຮັບປະກັນໂຄງປະກອບບຸກຄະລາກອນດ້ານເພດ, ເຜົ່າ ແລະ ຮັບປະກັນ 3 ຮຸ່ນ (ຮຸ່ນອາວຸດໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ) ທີ່ສາມາດຂັບເຄື່ອນວຽກງານໃນ 5 ປີຕໍ່ໜ້າ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ ຈຳນວນ 22 ສະຫາຍ ຍິງ 5 ສະຫາຍ, ເລືອກໄດ້ 15 ສະຫາຍ ຍິງ 2 ສະຫາຍ. ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ວິຣະພົງສ໌ ພົມດວງສີ ເປັນປະທານຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ, ສະຫາຍ ພອນໄຊ ວິໄລທອງ ແລະ ສະຫາຍ ນາງ ນິວະລັດ ສົມວົງ ເປັນຮອງປະທານ, ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ເລືອກເອົາສະຫາຍ ພອນໄຊ ວິໄລທອງ ເປັນປະທານກວດກາ ແລະ ສະຫາຍ ວິໄລທອງ ເທບວົງສາ ເປັນຮອງປະທານກວດກາ.
May be an image of 3 people, dais and text
ໃນຕອນທ້າຍ, ກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພອນສານ ວິໄລເມັ້ງ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງສະຫະພັນກໍາມະບານ ຫສນຍ ທີ່ບຸກບືນສູ້ຊົນຍາດໄດ້ຜົນສໍາເລັດຢ່າງຕັ້ງໜ້າ ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງ ໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ ກໍ່ຄືພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ, ໃຫ້ສາມາດກຳແໜ້ນ ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ທີ່ພັກ-ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງວາງອອກ ໃນແຕ່ລະໄລຍະ, ພ້ອມທັງ ຢຶດໝັ້ນອຸດົມການສັງຄົມນິຍົມ, ມີທັດສະນະຊົົນຊັ້ນກຳມະກອນ ຢ່າງຖືກຕ້ອງ; ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມ, ເພີ່ມຄວາມຮູ້ຄວາມສາມາດຂອງຕົນເອງ ຢ່າງຮອບດ້ານ ໂດຍສະເພາະ ຄວາມຮູ້ທາງດ້ານທິດສະດີ, ພາສາຕ່າງປະເທດ ແລະ ອື່ນໆ ເພື່ອສ້າງສະມາຊິກກຳມະບານ ໃຫ້ມີຄວາມຮູ້ຄວາມສາມາດ, ກ້າເຮັດ-ກ້າຮັບຜິດຊອບ ແລະ ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຕົນ ບົນຫຼັກການລວມສູນປະຊາທິປະໄຕ ແລະ ເປັນເອກະພາບ ພາຍໃນໝູ່ຄະນະ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານ ເຂົ້າສູ່ຂົງເຂດວຽກງານຕ່າງໆ ໃຫ້ເກີດດອກອອກຜົນຕົວຈິງ; ປະເມີນຜົນງານການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນແຕ່ລະປີ ໃຫ້ພ້ອມກັນເຮັດຢ່າງເລິກເຊິ່ງ, ຈິງຈັງ, ຫຼີກລ່ຽງການປະເມີນແບບລວມໆ ຫຼື ສະເລ່ຍ; ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນະໂຍບາຍຕ່າງໆ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງສະມາຊິກກຳມະບານ ກໍ່ຄືຊົນຊັ້ນກຳມະກອນ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກຳມະບານ ໄດ້ຮັບການປັບປຸງດີຂຶ້ນ, ທັງໃຫ້ຄົ້ນຄວ້າສ້າງກອງທຶນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມຄວາມເໝາະສົມ; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ; ໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ຫສນຍ ຊຸດໃໝ່ ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ຢ່າງລະອຽດຈະແຈ້ງ, ພ້ອມກັນປະຕິບັດໜ້າທີ່ ທີ່ປະເທດຊາດ ແລະ ການຈັດຕັ້ງມອບໝາຍໃຫ້ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ເປັນຢ່າງດີ; ສືບຕໍ່ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ເປັນຂະບວນການຟົດຟື້ນ ເພື່ອຍູ້ໜູນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດ ຢ່າງສະຫງ່າງາມ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.