ກອງປະຊຸມສະໄໝສາມັນເທື່ອທີ 8ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IIໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນພຸດວັນທີ 22 ມັງກອນ 2025ທີ່ຫ້ອງປະຊຸມສະໂມສອນໃຫຍ່ ເມືອງອະນຸວົງ ແລະ ໄດ້ດຳເນີນມາເຖິງເຊົ້າ ຂອງມື້ວັນສຸກວັນທີ 24 ມັງກອນ2025 ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ທ່ານ ຢີຊົ່ງ ຕົ່ງເລັ່ງ ຮອງເລຂາທິການສະພາປະຊາຊົນ ແຂວງໄຊສົມບູນ ຖະແຫລງວ່າ: ກອງປະຊຸມໄດ້ຮັບຟັງການລາຍງານ, ພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນຈໍານວນໜຶ່ງຂອງອົງການປົກຄອງແຂວງ ແລະ ບາງໜ້າວຽກທີ່ສໍາຄັນຂອງແຂວງໄຊສົມບູນດັ່ງນີ້:
1. ກອງປະຊຸມໄດ້ມີມະຕິຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນຈໍານວນໜຶ່ງຂອງອົງການປົກຄອງແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງໆໄຊສົມບູນ ສະບັບເລກທີ 0059/ຈຂ.ຊບ, ລົງວັນທີ 15 ມັງກອນ 2025ຈໍານວນ 02 ທ່ານຊຶ່ງມີລາຍຊື່ດັ່ງນີ້:
1) ຮັບຮອງເອົາການແຕ່ງຕັ້ງທ່ານ ພັອ. ວົງພັນ ດາບຸດດີ ເປັນຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊສົມບູນ;
2) ຮັບຮອງເອົາການແຕ່ງຕັ້ງທ່ານ ພັອ. ອຸໄດ ອິນສຸວັນ ເປັນຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ.
2. ກອງປະຊຸມໄດ້ມີມະຕິຮັບຮອງເອົາບາງວຽກງານທີ່ສໍາຄັນຂອງອົງການປົກຄອງແຂວງໄຊສົມບູນ ມີດັ່ງນີ້:
1) ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025;
2) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດປະຈໍາປີ 2024 ແລະ ແຜນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດປະຈໍາປີ 2025;
3) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຕິດພັນກັບແຜນຈັດສັນງົບປະມານແຫ່ງລັດໃຫ້ພະ ແນກການ, ອົງການການອ້ອມຂ້າງແຂວງ ແລະ ບັນດາເມືອງປະຈໍາປີ 2025;ມະຕິຮັບຮອງເອົາ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາລັດ ປະຈຳປີ 2023ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2024ຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງໄຊສົມບູນ;
4) ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຜົນການປະເມີນຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານການພົ້ນທຸກ ແລະ ມາດຕະຖານການພັດທະນາທົ່ວແຂວງໄຊສົມບູນ ປະຈໍາປີ 2023-2024 ແລະ ການແກ້ໄຂຄວາມທຸກຍາກ ປະຈໍາປີ 2025;
5) ມະຕິວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2024 ແລະ ທິດທາແຜນການປະຈໍາປີ 2025 ຂອງແຂວງ.
3. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກກາງ1 ແລະ ອົງການກວດກາລັດ ແຂວງໄຊສົມບູນ ມີດັ່ງນີ້:
1) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກກາງ 1 ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ2025;ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2023;
2) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດການລັດແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ2024ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ2025;
4. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການຕຸລາການແຂວງໄຊສົມບູນມີດັ່ງນີ້:
1) ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງອົງການໄອ ຍະການປະຊາຊົນແຂວງປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025;
2) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາ ຊົນແຂວງ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025.
5. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງໄຊສົມບູນ ມີດັ່ງນີ້:
1) ມະຕິວ່າດ້ວຍ ການຮັບຮອງບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານປະຈໍາປີ2024ແລະ ທິດທາງແຜນການ ປະຈຳປີ 2025.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ຂອງອົງການປົກຄອງແຂວງໄຊສົມບູນ ຕໍ່ບັນຫາຄຳສະເໜີຂອງປະຊາຊົນທີ່ເປັນບັນຫາພົ້ນເດັ່ນຂອງສັງຄົມຈໍານວນໜຶ່ງ.



