ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຂອງ ສປປ ລາວ

Oct 22, 2024

ຜົນສຳເລັດການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຂອງ ສປປ ລາວ
ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະທານໄອປາ ຄັ້ງທີ 45 ໄດ້ຖະແຫລງກ່ຽວກັບຜົນສຳເລັດຂອງການເປັນເຈົ້າພາບຈັດກອງປະຊຸມສະ ມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນໃນວັນທີ 21 ຕຸລາ 2024 ນີ້ ທ່ານໃຫ້ຮູ້ວ່າ: ກອງປະຊຸມໄອປາ-45 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 17-23 ຕຸລາ 2024, ພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການ ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນ’’ ໂດຍການເປັນປະທານຂອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ກອງປະຊຸມໄດ້ ຮັບກຽດຢ່າງສູງທີ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວສູນທອນພົດ ຕໍ່ພິທີເປີດກອງປະຊຸມ.
ກອງປະຊຸມຄັ້ງນີ້ ໄດ້ມີຄະນະຜູ້ແທນນຳໂດຍ ບັນດາປະທານຈາກ ລັດຖະສະພາສະມາຊິກໄອປາ 8 ປະເທດ ອິນໂດເນເຊຍບໍ່ໄດ້ສົ່ງຄະນະຜູ້ແທນເຂົ້າ ເນື່ອງຈາກມີການກະກຽມເລືອກຕັ້ງພາຍໃນ, ສ່ວນປະເທດມຽນມາ ແມ່ນຍັງບໍ່ທັນມີສະພາແຫ່ງຊາດ ຈຶ່ງໄດ້ສົ່ງແຕ່ຜູ້ຕາງໜ້າເຂົ້້າຮ່ວມ, ລັດຖະສະພາສັງເກດການ 15 ປະເທດເຂົ້າຮ່ວມ, ແຂກເຈົ້າພາບ 3 ປະເທດເຂົ້້າຮ່ວມ, ຄູ່ຮ່ວມພັດທະນາໄອປາ 8 ພາກສ່ວນ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ, ທຸຕານຸທູດ ປະຈຳ ສປປ ລາວ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບ ລວມທັງໝົດ ປະມານ 600 ທ່ານ ເຂົ້າ ຮ່ວມ.
ໃນວາລະດຳເນີນກອງປະຊຸມສະມັດຊາໃຫຍ່ ໄອປາ-45 ໃນຄັ້ງນີ້ ໄດ້ມີກອງປະຊຸມຕ່າງໆ ທັງໝົດ 11 ກອງປະຊຸມ ດັ່ງລາຍລະ ອຽດດັ່ງນີ້:
– ກອງປະຊຸມຄະນະບໍລິຫານງານໄອປາ;
– ກອງປະຊຸມກຳມາທິການການເມືອງ;
– ກອງປະຊຸມກຳມາທິການເສດຖະກິດ;
– ກອງປະຊຸມກຳມາທິການວຽກງານສັງຄົມ;
– ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ;
– ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ;
– ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ;
– ກອງປະຊຸມກຳມາທິການຖະແຫຼງການຮ່ວມ;
– ກອງປະຊຸມພົບປະ ລະຫວ່າງ ກອງເລຂາໄອປາ ແລະ ກອງເລຂາອາຊຽນ;
– ກອງປະຊຸມພົບປະກັບລັດຖະສະພາສັງເກດການ;
– ກອງປະຊຸມເວທີຜູ້ນຳການເມືອງເພດຍິງ;
ໃນກອງປະຊຸມສະມັດຊາໃຫຍ່ ໄອປາ-45, ບັນດາທ່ານປະທານລັດຖະສະພາ ແລະ ຫົວໜ້າຄະນະຜູ້ແທນແຕ່ລະປະເທດ ໄດ້ກ່າວປາໄສ ພາຍໃຕ້ກອບຫົວຂໍ້ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ພາກພື້ນ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ພ້ອມກັນນີ້ ກໍໄດ້ຢໍ້າຄືນຄວາມໝາຍໝັ້ນຂອງຜູ້ນຳລັດຖະສະພາສະມາຊິກໄອປາທີ່ຈະຕ້ອງເພີ່ມທະວີບົດບາດລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນ.
ນອກຈາກນີ້, ໃນກອງປະຊຸມກຳມາທິການປະຈຳຕ່າງໆ ຂອງໄອປາ ກໍໄດ້ລົງເລີກຄົ້ນຄວ້າປຶກສາຫາລື,ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ ທັງໝົດ 37 ສະບັບ. ໃນນີ້ ຂົງເຂດວຽກງານການເມືອງ ມີ 4 ສະບັບ, ຂົງເຂດວຽກງານເສດຖະກິດ ມີ 8 ສະບັບ, ຂົງເຂດວຽກງານສັງຄົມ ມີ 5 ສະບັບ, ວຽກງານເພດຍິງ ມີ 2 ສະບັບ, ວຽກງານຊາວໜຸ່ມ ມີ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນໄອປາ ມີ 15 ສະບັບ ແລະ ໃນຕອນທ້າຍຂອງກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາໄອປາ ໄດ້ລົງນາມໃສ່ຖະແຫຼງການຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ-45.
ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງນີ້ ຍັງໄດ້ພິຈາລະນາຮັບ ຮອງເອົາປະເທດມາເລເຊຍ ເປັນເຈົ້້າພາບຈັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງຕໍ່ໄປ ໃນປີ 2025.