ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດຂອງກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 25

Sep 21, 2024

ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 25 ຈັດຂຶ້ນໃນລະຫວ່າງວັນທີ 15-16 ກັນຍາ 2024, ທີ່ ຈັງຫວັດ ສະກົນນະຄອນ, ຣາຊະອານາຈັກໄທ, ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ວິໂຣດ ສູນດາຣາ,ຫົວໜ້າ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍໄທ ນຳໂດຍ ທ່ານ ວັດທະນະວິດ ຄົດຊະເສນີ, ອະທິບໍດີກົມຄວາມຮ່ວມມືລະ ຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໂດຍມີບັນດາຜູ້ແທນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງປະເທດ ລາວ-ໄທ ເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນຜົນຂອງການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະ ຊຸມຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 24 ທີ່ ແຂວງຫຼວງພະບາງ ກໍ່ຄືຜົນຂອງການຈັດຕັ້ງປະຕິ ບັດບັນດາແຜນງານ ແລະ ໂຄງການຮ່ວມມືເພື່ອການພັດທະນາ ລາວ-ໄທ 3 ປີ (2023-2025) ໄລຍະ 2 ຈໍານວນ 35 ໂຄງການ ກວມເອົາ 7 ຂົງເຂດ ປະກອບດ້ວຍ ຂົງເຂດກະສິກໍາ ແລະ ປ່າໄມ້; ການສຶກສາ ແລະ ກິລາ; ສາທາລະນະສຸກ; ອຸດສາຫະກໍາການຄ້າ ແລະ ການທ່ອງທ່ຽວ; ສິ່ງແວດລ້ອມ; ພັດທະນາສັງຄົມ ແລະ ການບໍລິຫານລັດ ແລະ ການພັດທະນາຊັບພະຍາກອນມະ ນຸດ, ຊຶ່ງບັນດາໂຄງການຮ່ວມມືດັ່ງກ່າວ ໄດ້ຮ່ວມກັນຈັດຕັ້ງປະຕິບັດສໍາເລັດແລ້ວ ຈໍານວນ 2 ໂຄງການ, ຈະສໍາເລັດໃນທ້າຍປີ 2024 ຈໍານວນ 8 ໂຄງການ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຮອດທ້າຍປີ 2025 ຈໍານວນ 25 ໂຄງການ. ນອກຈາກນີ້, ຍັງມີທຶນການສຶກສາລະດັບປະລິນຍາໂທ ຈໍານວນ 30 ທຶນຕໍ່ປີ ຊຶ່ງປະຈຸບັນມີນັກສຶກ ສາລາວກໍາລັງສຶກສາຮໍ່າຮຽນໃນບັນດາສະຖາບັນການສຶກສາ ແລະ ມະຫາວິທະຍາໄລຕ່າງໆຂອງໄທ ລະດັບປະລິນຍາໂທ ໃນສາຂາວິຊາຕ່າງໆ ຈໍານວນ 42 ຄົນ ແລະ ທຶນຝຶກອົບຮົມໄລຍະສັ້ນ ຈໍານວນ 20 ຫົວຂໍ້ຕໍ່ປີ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ຄົນຕໍ່ປີ.
ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາທິດທາງແຜນງານການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນແຜນງານໂຄງການ 3 ປີ ໃນໄລຍະທ້າຍ ຈໍານວນ 25 ໂຄງການ ໃຫ້ສໍາເລັດພາຍໃນປີ 2025 ພ້ອມດຽວກັນນີ້ ຍັງໄດ້ກໍານົດໃຫ້ມີການປືກສາຫາລືການກໍານົດແຜນ 3 ປີ ໄລຍະ 3 (2026-2028) ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນປີ 2026, ຊຶ່ງເປັນປີທໍາອິດຂອງໄລຍະ 3 ຂອງແຜນ 3 ປີດັ່ງກ່າວ.
ໃນໂອກາດດັ່ງກ່າວ, ທ່ານ ວິໂຣດ ສູນດາຣາ, ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ເລຂາທິການຄະນະ ກຳມາທິການຮ່ວມມື ລາວ-ໄທ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ຕໍ່ການສະໜັບສະໜູນການຮ່ວມມືເພື່ອການພັດທະນາດ້ານຕ່າງໆ ຕະຫຼອດໄລຍະ 30 ກວ່າປີທີ່ຜ່ານມາ, ຊຶ່ງການຮ່ວມມືດ້ານວິຊາ ການ ລາວ-ໄທ ເປັນກົນໄກໜຶ່ງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະ ຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະ ຫວ່າງສອງປະເທດ ລາວ-ໄທ ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊຶ່ງບັນດາໂຄງການຮ່ວມມື ລາວ-ໄທ ແມ່ນໄດ້ຮ່ວມກັນຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ແລະ ຕອບສະໜອງຕໍ່ແຜນພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ເປັນ ຕົ້ນແມ່ນການພັດທະນາຊັບ ພະຍາກອນມະນຸດ ແລະ ຮູບຂອງໂຄງການໃນບັນດາຂະແໜງການຕ່າງໆ ເຊິ່ງລ້ວນແຕ່ເປັນຂະແໜງການບູລິມະສິດໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະມາໂດຍຕະຫຼອດ, ຊຶ່ງຈະເປັນການປະກອບສ່ວນສ້າງຄວາມ ເຂັ້ມ ແຂງໃຫ້ແກ່ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນປີ 2026 ກໍ່ຄືສະໜັບ ສະໜູນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) 2030.
ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕິຈິດມິດ ຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ ເປັນຢ່າງດີ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ໄທ, ເຊິ່ງ ກອງປະຊຸມ ການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 26 ຈະໄດ້ຈັດຂຶ້ນທີ່ ສປປ ລາວ ໃນປີ 2026.