ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກຳມາທິການຮ່ວມ ຝ່າຍກຳປູເຈຍ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ໃນລະຫວ່າງວັນທີ 26-28 ພະຈິກ 2025.

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ພະຈິກ 2025, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ແລະ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍ ວ່າດ້ວຍ ການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ, ໂດຍມີບັນດາຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ຄັ້ງທີ 14 ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໃນປີ 2022 ຜ່ານມາ, ໂດຍໄດ້ຕີລາຄາສູງ ແລະ ມີຄວາມຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆໃນຫຼາຍຂົງເຂດ, ອັນພົ້ນເດັ່ນແມ່ນ ດ້ານການເມືອງ-ຄວາມໝັ້ນຄົງ, ວັດທະນະທຳ-ສັງຄົມ, ເສດຖະກິດ-ການຄ້າ ແລະ ອື່ນໆ, ໂດຍສະເພາະ ແມ່ນພາຍຫຼັງການຍົກລະດັບສາຍພົວພັນທາງການທູດ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ໃນປີ 2019 (Comprehensive and Long-lasting Strategic Partnership) ຊຶ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນທີ່ສຳຄັນຂອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໄປຄຽງຄູ່ກັນນັ້ນ, ສອງປະເທດຍັງໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ໃນຂອບອາຊຽນ, ອົງການສະຫະປະຊາຊາດ ແລະ ຂອບການຮ່ວມມືອື່ນໆ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນຂອງສອງປະເທດ ທີ່ພວມຈະເລີນງອກງາມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.

ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນ ການພົວພັນຮ່ວມມືທາງດ້ານການເມືອງ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການສະກັດກັ້ນ ແລະ ປາບປາມຢາເສບຕິດ, ກະສິກຳ, ປ່າໄມ້, ການປະມົງ ແລະ ສິ່ງແວດລ້ອມ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ຄົມມະນາຄົມຂົນສົ່ງ, ພະລັງງານ, ການສືກສາ, ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ, ໄປສະນີ, ການສື່ສານ, ເຕັກໂນໂລຊີ, ແຮງງານ, ວິທະຍາສາດ, ນະວັດຕະກໍາ, ວຽກງານກວດກາລັດ, ສາທາລະນະສຸກ ແລະ ດ້ານອື່ນໆ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມ ແລະ ພົບປະ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ຢ່າງເປັນປະຈຳ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ-ກຳປູເຈຍ ລວມທັງການສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ແຜນປະຕິບັດງານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ (Action Plan) ສົກປີ 2023-2027 ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ຄັ້ງທີ 15 ຊຶ່ງກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ນ້ອຍ ເພື່ອເປັນບ່ອນອີງໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ແລະ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ.


