ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

May 23, 2025

ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 19-23 ພຶດສະພາ 2025 ທີ່ສຳນັກງານສູນກາງພັກ (ຫສພ), ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະໃຫ້ທິດຊີ້ນໍາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາໃນ 6 ເດືອນຕົ້ນປີ 2025; ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ-ນະຄອນ, ບັນດາຮາກຖານພັກອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ; ພິເສດໄດ້ປຶກສາຫາລື ແລະ ມີຄວາມເຫັນຊີ້ນໍາຕໍ່ບັນດາຮ່າງເອກະສານທີ່ຈະນໍາລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເປັນລະບົບ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຄະນະບໍລິຫານງານສູນກາງພັກ, ສະແດງເຖິງຄວາມມີຊີວິດຊີວາຂອງການເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາລວມໝູ່ຢູ່ພາຍໃນພັກໃນການບູລະນະແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃຫ້ຖືກຕ້ອງ, ແທດເໝາະ, ສອດຄ່ອງ, ຮັດກຸມ ແລະ ສົມບູນຂຶ້ນຢ່າງຕໍ່ເນື່ອງ.
ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ມີຄວາມພະຍະຍາມສູງໃນການຈັດຕັ້ງປະຕິບັດແຜນພັດທະນາ-ເສດຖະກິດສັງຄົມ, ການຍູ້ຂະບວນການດ້ານຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາເຄັ່ງຮ້ອນໄດ້ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ຮັກສາໄດ້ຈັ່ງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຜະລິດສິນຄ້າ, ການຈັດເກັບ ແລະ ຄຸ້ມຄອງງົບປະມານປະຕິບັດໄດ້ຕາມຄາດໝາຍ ຊຶ່ງໃນໄຕມາດທີ 1 ປີ 2025 ເສດຖະກິດຂະຫຍາຍຕົວ ໃນລະດັບ 4.5%; ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ມາຮອດປັດຈຸບັນສຳເລັດ 143 ອົງຄະນະພັກ ເທົ່າກັບ 96.62% ແລະ ຈະສໍາເລັດທັງໝົດພາຍໃນເດືອນມິຖຸນາ 2025, ເປັນພື້ນຖານ ແລະ ບົດຮຽນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຢູ່ຂັ້ນແຂວງ ແລະ ກະຊວງ, ອົງການໃຫ້ໄດ້ຮັບຜົນດີ, ຍູ້ແຮງຂະບວນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາການ, ການສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ, ກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ເປັນຂະບວນຟົດຟື້ນ.
ຄະນະບໍລິຫານງານສູນກາງພັກ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ສະພາບຄວາມເຄັ່ງຮ້ອນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ການເໜັງຕີງຂອງອັດຕາແລກປ່ຽນ, ຄ່າຄອງຊີບ-ລາຄາສິນຄ້າ, ບັນຫາຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ… ໂດຍສະເໜີໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ສຸມໃສ່ແກ້ໄຂ ໃຫ້ຕົກໄປເປັນກ້າວໆ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນເນັ້ນໜັກບັນດາວຽກງານຈຸດສຸມຈຳນວນໜຶ່ງຄື:
1). ເອົາໃຈໃສ່ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມແຜນພັດທະນາຂອງເມືອງ ແລະ ຂອງຕາແສງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ຄະນະພັກທຸກຂັ້ນ ຕ້ອງຖືເອົາວຽກງານນີ້ ເປັນຄວາມຮັບຜິດຊອບໂດຍກົງຂອງຕົນ, ສຸມໃສ່ເຂດພູດອຍຫ່າງໄກສອກຫຼີກ ແລະ ຈຸດຫຼໍ່ແຫຼມຕ່າງໆ, ຈັດສັນງົບປະມານ ເພື່ອສ້າງ ແລະ ປັບປຸງໂຄງລ່າງພື້ນຖານ, ເສີມກໍາລັງ ແລະ ປັບປຸງສອງກໍາລັງ ໃຫ້ເຂັ້ມແຂງ, ໜັກແໜ້ນ ຊຶ່ງເປັນວຽກທີ່ຕ້ອງເຮັດເປັນປະຈໍາ ແລະ ຕໍ່ເນື່ອງ.
2). ສືບຕໍ່ຊີ້ນໍາ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບບັນຫາຫຍໍ້ທໍ້ ໃນສັງຄົມໃຫ້ໄວ, ໃຫ້ທ່ວງທັນກັບສະພາບການ ໂດຍສະເພາະການແກ້ໄຂບັນຫາປາກທ້ອງຂອງປະຊາຊົນ, ການຂະຫຍາຍການຜະລິດເປັນສິນຄ້າ,… ມອບໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການວາງມາດຕະການ ຕ້ານແລ້ງ-ຕ້ານຖ້ວມ, ການລະບາດ ຂອງພະຍາດ ກໍຄື ການຮັບມືກັບໄພພິບັດຕ່າງໆ, ລວມເຖິງບັນຫາອັກຄີໄພ ທີ່ເຫັນວ່າ ເກີດຂຶ້ນຢ່າງຕໍ່ເນື່ອງ.
3). ສືບຕໍ່ນໍາພາຊີ້ນໍາ ການປັບປຸງກົງຈັກການຈັດຕັ້ງຂອງກະຊວງ, ອົງການ ແລະ ຂະແໜງການສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ມີຜົນສໍາເລັດ ແລະ ທັນຕາມກໍານົດເວລາທີ່ວາງໄວ້. ພ້ອມກັນນັ້ນ, ກໍຮີບຮ້ອນສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດຕັ້ງຕາແສງ ໃນຂອບເຂດທົ່ວປະເທດ ໂດຍໃຫ້ມີແຜນກໍານົດສ້າງຕັ້ງ ຕິດພັນກັບແຜນຄົນ, ແຜນວຽກ (ຂະແໜງການ) ແລະ ແຜນງົບປະມານ.
4). ສືບຕໍ່ຊີ້ນຳການຍູ້ຂະບວນການ ກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເປັນຂະບວນການກວ້າງຂວາງ; ນໍາເອົາບັນດາເອກະສານ ກອງປະຊຸມໃຫຍ່ ໄປຈັດຕັ້ງສຳມະນາ, ຄົ້ນຄວ້າ ບັນຫາທີ່ຍັງບໍ່ທັນແຈ້ງ, ສືບຕໍ່ທາບທາມຄໍາເຫັນ ໃຫ້ກວ້າງຂວາງ ແລະ ເຂົ້າລວງເລິກຕື່ມ.
5). ກະກຽມການດໍາເນີນຊີວິດການເມືອງ ທ້າຍສະໄໝ ຂອງຄະນະບໍລິຫານງານພັກກະຊວງ, ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕິດພັນກັບການກະກຽມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕາມຫຼັກການ, ຂັ້ນຕອນ ແລະ ລະບຽບການ ຢ່າງຮັດກຸມ ແລະ ເຂັ້ມງວດ.
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງໃຫ້ສະຫາຍການນຳແຕ່ລະຂັ້ນຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເຊີດຊູຄວາມເປັນເຈົ້າການ ແລະ ຄວາມເປັນແບບຢ່າງນຳໜ້າໃຫ້ສູງຂຶ້ນເພື່ອສືບຕໍ່ນຳພາ-ຊີ້ນຳ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຮົາວາງອອກໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.
ຂ່າວ: ຫສພ, ພາບ: ສຸກສະຫວັນ