ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

Oct 25, 2025

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຈັດຂຶ້ນລະຫວ່າງ 21-24 ຕຸລາ 2025 ດ້ວຍຜົນສໍາເລັດອັນຈົບງາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ມີບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ ແລະ ອົງການຈຳນວນໜຶ່ງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນປະຕິວັດ ແລະ ດ້ວຍຄວາມຮັບຜິດຊອບສູງ, ​​ກ້າ​ເບິ່ງ​ບັນຫາ​ຢ່າງ​ກົງ​ໄປກົງ​ມາ, ມີປະຊາທິປະໄຕ, ເຮັດໃຫ້ບັນຫາຕ່າງໆ ທີ່ຍົກຂຶ້ນໃນກອງປະຊຸມ ໄດ້ຮັບການອະພິປາຍ ແລະ ມີ​ຄວາມ​ເປັນ​ເອ​ກະ​ພາບ​​ສູງ ດ້ານທັດສະນະ ແລະ ການຊີ້ນຳຈັດຕັ້ງປະຕິບັດຕົວຈິງ. ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາຢ່າງສັງລວມວ່າ ປີ 2025 ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ, ສົ່ງຜົນກະທົບ ແລະ ເກີດມີສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ, ແຕ່​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ນຳ​ພາ-ຊີ້​ນຳ​ ຂອງ​ສູນ​ກາງ​ພັກ ແລະ ລັດ​ຖະ​ບານ ກໍ​ຄື​ຄວາມ​ເປັນ​ເຈົ້າ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ບັນ​ດາ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ຕະຫຼອດ​ຮອດ​ພະ​ນັກ​ງານ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄດ້​ມີ​ຄວາມ​ຕັດ​ສິນ​ໃຈ ເພື່ອສູ້ຊົນ, ​ຜ່ານ​ຜ່າ ໄດ້ເຮັດໃຫ້ປະເທດເຮົາຮັບປະກັນໄດ້ຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ​ສັງຄົມມີຄວາມສະຫງົບປອດໄພ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂໃຫ້ຕົກໄປເປັນກ້າວໆ, ເສດ​ຖະ​ກິດມະຫາພາກຄ່ອຍໆມີສະຖຽນລະພາບດີຂຶ້ນ.
May be an image of one or more people
ບົນພື້ນຖານສະພາບການຕ່າງໆ ແລະ ຄວາມເລັ່ງທວງ ໃນສະເພາະໜ້າ ແລະ ຍາວນານ, ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ການນໍາທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາ-ບັນຊາ-ຊີ້ນໍາ ແກ້ໄຂບັນຫາຢ່າງມີແຜນການ ແລະ ມີຈຸດສຸມ ເປັນຕົ້ນ: ການສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆ ໃຫ້ແຂງແຮງ, ສ້າງການຫັນປ່ຽນໃໝ່ໃຫ້ເລິກເຊິ່ງ, ມີປະສິດທິຜົນ ເພື່ອມ້ວນທ້າຍການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມສົມບູນຍິ່ງຂຶ້ນ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ພ້ອມທັງກະກຽມບັນດາວຽກງານ ເພື່ອຮອງຮັບໃຫ້ແກ່ການຜັນຂະຫຍາຍແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່​, ປະທານປະເທດ ໄດ້ຊີ້ນໍາວຽກງານຈຳນວນໜຶ່ງ ເພື່ອໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ບັນດາສະຫາຍເລຂາຄະນະພັກກະຊວງ, ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ແນໃສ່ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ: ບັນຫາເສດຖະກິດ-ການເງິນ, ລາຄາສິນຄ້າ, ຄ່າຄອງຊີບ; ການຟື້ນຟູຜົນກະທົບຈາກໄພນຳ້ຖ້ວມ ທີ່ເກີດຂຶ້ນໃນລະດູຝົນຜ່ານມາ, ປັບປຸງ-ສ້ອມແປງ ເສັ້ນທາງຫຼວງ​ແຫ່ງ​ຊາດ ແລະ ເສັ້ນ​ທາງເຊື່ອມຕໍ່ຕ່າງໆ, ເນື້ອທີ່ທໍາການຜະລິດ, ຊົນລະປະທານ, ເໝືອງ-ຝາຍ, ແນວພັນເຂົ້າ, ແນວພັນພືດ ສະໜອງໃຫ້ປະຊາຊົນ ຢູ່​ແຕ່ລະທ້ອງຖິ່ນ; ຊີ້ນໍາ, ຕິດຕາມ, ຊຸກຍູ້ ແລະ ໃຫ້ເປັນເຈົ້າການແກ້ໄຂ ບັນຫາດ້ານເຕັກນິກ-ວິຊາການ ເພື່ອເກັບກູ້, ມ້ຽນມັດຜົນຜະລິດລະດູຝົນ ແລະ ກະກຽມໃຫ້ແກ່ຂະບວນການຜະລິດລະດູແລ້ງ; ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງ ແລະ ຟື້ນຟູ-ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ຜູ້ມີລາຍຮັບຕ່ໍາ, ຜູ້ທຸກຍາກ-ດ້ອຍໂອກາດ.
May be an image of dais
ຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງ, ບັນດາແຂວງ ແລະ ກະຊວງ, ອົງການ ທີ່ສໍາເລັດແລ້ວ, ທຸກວຽກງານຕ້ອງໄດ້ຮັບການສືບຕໍ່ດໍາເນີນ ຫຼື ເຄັ່ງຮ້ອນປັບປຸງໃຫ້ເຂົ້າສູ່ການປະຕິບັດໃຫ້ວ່ອງໄວຕໍ່ເນື່ອງ ບໍ່ໃຫ້ມີຮອຍຕໍ່, ຊ່ອງວ່າງໃດໆໃນການຊີ້ນຳ ແລະ ການບໍລິຫານວຽກງານ; ໃຫ້ເອົາໃຈໃສ່ຕື່ມ ໂດຍສະເພາະຂັ້ນແຂວງ, ຂັ້ນເມືອງກ່ຽວກັບການປັບປຸງກົນໄກ, ລະບອບການນໍາພາຊີ້ນໍາ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກ, ຄະນະປະຈຳພັກ ກັບ ອົງການປົກຄອງ ເພື່ອຮັບປະກັນຄວາມຖືກຕ້ອງ, ຄ່ອງຕົວ, ໂລ່ງລ່ຽນ, ແກ້ໄຂບັນຫາໃຫ້ທັນການ, ບໍ່ຊັກຊ້າ, ບໍ່ໜິ້ງກັນ. ມອບໃຫ້ຄະນະຈັດຕັ້ງສູນກາງພັກ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຕື່ມ, ຖ້າຈໍາເປັນຄວນອອກນິຕິກໍາ ເພື່ອຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບກັນໃນທົ່ວປະເທດ ແລະ ໃຫ້ເປັນເອກະພາບໄປລວງດຽວກັນ. ຊີ້ນໍາ, ກວດ​ຄືນ​ຜົນ​ການ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ພາຍຫຼັງ​ຍຸບ, ໂຮມ​ເຂົ້າ​ກັນ​ ທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ, ອັນ​ໃດ​ຍັງບໍ່​ທັນ​ຖືກ​ທິດ, ​ເກະ​ກະ, ສ້າງ​ບັນ​ຫາ ແມ່ນ​ເດັດ​ດ່ຽວ​ແກ້​ໄຂ​ໃຫ້​ຕົກ, ຮັບ​ປະ​ກັນ​ກົງ​ຈັກ​ກະ​ທັດ​ຮັດ, ມີ​ຄຸນນະພາບ ແລະ ມີປະ​ສິດ​ທິ​ພາບ ໃນການ​ຂັບ​ເຄື່ອນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງຂອງແຕ່ລະການຈັດຕັ້ງ. ຊີ້ນໍາການກະກຽມຮອບດ້ານໃຫ້ແກ່ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ, ບັນດາອະນຸກໍາມະການໃຫ້ຂຸ້ນຂ້ຽວສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນ ເປັນຕົ້ນ: ປັບປຸງບັນດາເນື້ອໃນເອກະສານ, ການກະກຽມດ້ານໂຄງປະກອບບຸກຄະລາກອນ, ເປົ້າໝາຍຜູ້ເຂົ້າຮ່ວມກອງປະຊຸມ, ການກະກຽມບ່ອນປະຊຸມ, ການປະດັບປະດາ, ງົບປະມານ, ການປ້ອງກັນ ແລະອື່ນໆ ໃຫ້ຮັບປະກັນຄວາມປອດໄພ ແລະ ມີຜົນສໍາເລັດຢ່າງຈົບງາມ. ຊີ້ນໍາໃຫ້ກະກຽມກອງ​ປະ​ຊຸ​ມ​ຄົບ​ຄະ​ນະວິ​ສາ​ມັນ ຂອງ​ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະໄໝທີ XI ເພື່ອດຳ​ເນີນ​ຊີ​ວິດ​ການ​ເມືອງໝົດ​ສະ​ໄໝ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກໍ​ຄື​ ບຸກ​ຄົນທີ່ເປັນ​ກຳ​ມະ​ການ​ສູນ​ກາງ​ພັກ ສະ​ໄໝ​ທີ XI ທີ່​ຍັງ​ປະ​ຈຳ​ການ. ສືບຕໍ່ຊີ້ນໍາການກະກຽມດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ສືບ​ຕໍ່ຊີ້ນໍາການສະເຫຼີມສະຫຼອງວັນສໍາຄັນ ຂອງພັກ, ຂອງຊາດ ເປັນຕົ້ນ: ວັນ​ສະ​ຖາ​ປະ​ນາ ສ​ປ​ປ ລາວ ຄົບ​ຮອບ 50 ປີ, ວັນ​ເກີດ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ, ​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XII ແລະອື່ນໆ ໃຫ້​ເປັນ​ຂະ​ບວນ​ການກວ້າງຂວາງ, ມີເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ປະ​ຢັດ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ, ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງໃຫ້ບັນດາສະຫາຍກຳມະການສູນກາງພັກ, ບັນດາສະຫາຍເລຂາຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າການ ​ແລະ​ ຄວາມ​ເປັນ​ແບບຢ່າງ​ນຳໜ້າ ໃຫ້​ສູງ​ຂຶ້ນ ​ເພື່ອ​ສືບ​ຕໍ່​ນຳພາ​ຊີ້​ນຳ ເຮັດໃຫ້ບັນດາຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ​ສ້າງ​ຂະ​ບວນ​ການ​ກ້າວ​ເຂົ້າ​ສູ່ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ.