ວັນທີ 21 ພະຈິກ 2024 ຢູ່ຫໍປະຊຸມເເຫ່ງຊາດນະຄອນຫລວງວຽງຈັນ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນປະເທດຕາງຫນ້າໃຫ້ພັກ- ລັດຖະບານ ຖະແຫຼງຜົນສໍາເລັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ລາວໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ19ຫາ22 ພະຈິກນີ້ ຢູ່ນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມລັດຸະມົນຕີກະຊວງປ້ອງກັນປະເທດອາຊຽນຄັ້ງທີ18 ຫລື ADMM 18 ໄດ້ດໍາເນີນໂດຍການເປັນເຈົ້າພາບ ແລະ ເປັນປະທານຂອງກະຊວງປ້ອງກັນປະເທດຂອງລາວ ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມ ແຂງຂອງອາຊຽນ”; ໃນນີ້, ກອງປະຊຸມ ຄັ້ງນີ້ ໄດ້ປຶກສາຫາລືຫຼາຍວາລະທີ່ສໍາຄັນ, ລວມທັງການລາຍງານຫຍໍ້ກ່ຽວກັບຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ້ປ້ອງກັນປະເທດອາຊຽນ, ການຮັບ ຮອງເອົາລະບຽບຫຼັກການເພີ່ມເຕີມວ່າດ້ວຍການສັງເກດການຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ລັດະມົນຕີປ້ອງກັນປະເທດ ບວກ ຫລື ADMM-ບວກ, ເອກະສານຍຸດທະ ສາດວ່າດ້ວຍຄວາມພ້ອມຂອງກອງປະຊຸມ ADMM ໃນອະນາຄົດ, ບົດແນວຄວາມຄິດວ່າດ້ວຍກອງປະຊຸມການຮ່ວມມື ແລະ ການເຊື່ອມຈອດທາງທະເລ, ການສະເໜີເອົາມາດຕະຖານການປະຕິບັດງານຂອງກອງກໍາລັງກຽມພ້ອມທະຫານອາຊຽນເພື່ອການຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດອາຊຽນ ແລະ ເອກະສານຊ້ອນທ້າຍຂອງບົດແນວຄວາມຄິດວ່າດ້ວຍການສ້າງຄວາມກົມ ກຽວກິດຈະກໍາການຮ່ວມມືຂອງກອງປະຊຸມ ADMM ແລະ ADMM-ບວກ; ກອງປະຊຸມ ADMM ຍັງໄດ້ຮັບຮອງເອົາການປະເມີນຜົນກ່ຽວກັບການເຂົ້າຮ່ວມສັງເກດການຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ADMM-ບວກ ໃນຮອບວຽນປີ 2021-2023 ແລະ ການສະໝັກເຂົ້າຮ່ວມສັງເກດການຂອງໜ່ວຍງານດັ່ງກ່າວ ແລະ ໃນຮອບວຽນປີ 2024-2027.
ສິ່ງສໍາຄັນທີ່ສຸດ, ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີຢ່າງເປັນເອກະສັນ ແລະ ຮັບຮອງເອົາ ຖະແຫຼງການຮ່ວມຂອງກອງປະຊຸມ ADMM ຄັ້ງທີ 18, ເຊິ່ງເອີ້ນວ່າ: “ຖະແຫຼງການຮ່ວມວຽງຈັນຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍ ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ”. ຖະແຫຼງການດັ່ງກ່າວ ໄດ້ເນັ້ນໜັກບາງເນື້ອໃນ ທີ່ສໍາຄັນ ຄື:ການເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອເປັນພະລັງຂັບເຄື່ອນໃຫ້ແກ່ການພົວພັນຮ່ວມມືກັບພາຍນອກ,ການສະແດງຄວາມໝາຍໝັ້ນຂອງອາຊຽນ ໃນການສືບຕໍ່ການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະຄວາມໝັ້ນຄົງ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ-ບວກ ເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ,ການເນັ້ນ ໜັກຄວາມສໍາຄັນຕໍ່ການປົກປັກຮັກສາ ແລະ ການສືບຕໍ່ສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງທາງທະເລ ແລະ ການຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ ໂດຍສັນຕິວິທີ; ການຢໍ້າຄືນຄວາມພະຍາຍາມຂອງອາ ຊຽນ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງທີ່ເປັນເອກະສັນຂອງຜູ້ນໍາອາຊຽນ;ການຮັບຮອງເອົາເອກະສານທີ່ສໍາຄັນໃນຂອບການ ຮ່ວມມືຂອງກອງປະຊຸມ ADMM ແລະ ADMM- ບວກ;ການ ສະແດງຄວາມປິຕິຍິນດີຕໍ່ຖະແຫລງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍຜົນສໍາເລັດຂອງກອງປະຊຸມ ADMM ໃນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນປີ 2025, “ຖະແຫຼງຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ວ່າດ້ວຍການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທາງທໍາມະຊາດ, ລວມທັງການແລກປ່ຽນບົດຮຽນທີ່ດີ ແລະ ການສ້າງຂີດຄວາມສາມາດ”, ລວມທັງການສືບຕໍ່ເປັນປະທານອາຊຽນຂອງມາເລເຊຍ ໃນປີ 2025, ແຜນງານ 3 ປີຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ADMM-ບວກ ໃນຮອບວຽນປີ 2024-2027 ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ພ້ອມດຽວກັນນີ້, ການຮັບຮອງຖະແຫຼງການດັ່ງກ່າວ ສະແດງເຖິງຜົນສໍາເລັດອັນໜື່ງທີ່ມີຄວາມໝາຍຄວາມສໍາຄັນຂອງກອງປະຊຸມ ADMM ຄັ້ງທີ 18 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໂດຍການເປັນປະທານຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024. ຜົນສໍາເລັດດັ່ງກ່າວ ບໍ່ພຽງແຕ່ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເປັນປະທານອາຊຽນໃນປີນີ້ເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນເຂົ້າໃນການເສີມສ້າງການຮ່ວມມືດ້ານວຽກງານປ້ອງກັນຊາດຂອງອາຊຽນ ແລະ ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ໂດຍລວມ.
ນອກຈາກ ກອງປະຊຸມ ADMM ແລ້ວໃນວັນທີ 21 ພະຈິກ 2024, ກະຊວງປ້ອງປ້ອງກັນປະເທດພວກເຮົາ ຍັງໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດ-ບວກ ຄັ້ງທີ 11 ເຂົ້າຮ່ວມກອງປະຊຸມດັ່ງກ່າວ ລວມມີລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດສະມາຊິກອາຊຽນ-ບວກ ທັງໝົດ 18 ປະເທດ, ເຊິ່ງໃນນັ້ນ ປະກອບມີ 10 ປະເທດສະມາຊິກອາຊຽນ ແລະ ອີກ 8 ປະເທດບວກ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫລີ, ນິວຊີແລນ, ຣັດເຊຍ ແລະ ອາເມລິກາ. ນອກນັ້ນ, ຍັງມີ ຕີມໍ-ແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ ກໍໄດ້ເຂົ້າຮ່ວມ.
ສໍາລັບກອງປະຊຸມ ADMM-ບວກ ຄັ້ງນີ້ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ້ປ້ອງກັນປະເທດອາຊຽນ-ບວກ ແລະ ການລາຍງານຂອງກອງເລຂາອາຊຽນ ກ່ຽວກັບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງອາຊຽນ; ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຍັງໄດ້ແລກປ່ຽນສະພາບການເມືອງ-ຄວາມໝັ້ນຄົງທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ແລະ ແລກປ່ຽນທັດສະນະກ່ຽວກັບການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ໃນປະຈຸບັນ ແລະ ອະນາຄົດ ແລະ ວາລະທີ່ສໍາຄັນທີ່ສຸດໃນກອງປະຊຸມດັ່ງກ່າວນີ້ ແມ່ນການຮັບຮອງເອົາ “ຖະແຫຼງຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ວ່າດ້ວຍການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທາງທໍາມະຊາດ, ລວມທັງການແລກປ່ຽນບົດຮຽນທີ່ດີ ແລະ ການສ້າງຂີດຄວາມສາມາດ”. ການຮັບຮອງເອົາຖະແຫຼງການດັ່ງກ່າວ ສະແດງເຖິງຜົນສໍາເລັດອັນໜື່ງທີ່ມີຄວາມໝາຍຄວາມສໍາຄັນໃນການເປັນປະທານກອງປະຊຸມ ADMM-ບວກ ຄັ້ງທີ 11 ທີ່ ສປປ ລາວ, ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ໃນການສ້າງຂີດຄວາມສາມາດ ເພື່ອຮັບມືກັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການປ່ຽນແປງສະພາບດິນຟ້າອາກາດ; ຄຽງຄູ່ດຽວກັນ,
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ມອບໂອນການເປັນປະທານກອງປະຊຸມ ADMM ຄັ້ງທີ 19 ແລະ ກອງປະຊຸມ ADMM-ບວກ ຄັ້ງທີ 12 ໃຫ້ແກ່ກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ ສືບຕໍ່ເປັນເຈົ້າພາບ ໃນປີ 2025;ໃນໄລຍະກອງປະຊຸມ, ພວກເຮົາ ຍັງໄດ້ຈັດກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ສປ ຈີນ ແລະ ອາຊຽນ-ສ.ອາເມລິກາ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານວຽກງານປ້ອງກັນຊາດ ລະຫວ່າງ ອາຊຽນ ກັບສອງປະເທດດັ່ງກ່າວ;ນອກນັ້ນ, ພວກເຮົາ ຍັງໄດ້ຈັດພິທີສະເຫຼີມສະຫຼອງການພົວພັນຮ່ວມມື ລະຫວ່າງ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ແລະ ອາຊຽນ-ສ.ເກົາຫລີ ຄົບຮອບ 35 ປີ, ເຊິ່ງເປັນກິດຈະກໍາອັນໜື່ງທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບການເປັນປະທານອາຊຽນຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີນີ້; ໂດຍລວມແລ້ວ, ການເປັນເຈົ້າພາບ ແລະ ປະທານກອງປະຊຸມ ADMM ຄັ້ງທີ 18, ກອງປະຊຸມ ADMM-ບວກ ຄັ້ງທີ 11 ແລະ ກິດຈະກໍາປິ່ນອ້ອມອື່ນໆ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນຄົບຖ້ວນ. ບັນດາປະເທດສະມາຊິກອາຊຽນ ແລະ ອາ ຊຽນ-ບວກ ໄດ້ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນກອງປະຊຸມຄັ້ງນີ້ ດ້ວຍຜົນສໍາເລັດຢ່າງຈົບງາມ.
ຂ່າວ: ເດດອາລຸນ ແກ້ວວິໄລ





