ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງດ້ວຍຜົນສໍາເລັດໃນຕອນເຊົ້າວັນທີ 2 ກໍລະກົດ 2024 ພາຍຫລັງໄດ້ດຳເນີນເລີ່ມແຕ່ ວັນທີ 10 ມິຖຸນາ 2024 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມພິທີປິດກອງປະຊຸມຄັ້ງນີ້ ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນໍາຂັ້ນສູງ, ອາດີດການນໍາຂັ້ນສູງ ຂອງພັກ-ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງ.
ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດອັດກອງປະຊຸມຢ່າງເປັນທາງການ ເຊິ່ງຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຫລາຍວຽກງານສໍາຄັນຂອງຊາດ ເຊັ່ນ:
1). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນການຈັດຕັ້ງປະ ຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024. ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມມີຄວາມເປັນຫວ່ງ ເປັນຕົ້ນ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນບັນດາເຜົ່າ; ເພີ່ມທະວີການສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ການຜະລິດເປັນກຸ່ມຕາມທ່າແຮງ ແລະ ຕາມແລວເສດຖະກິດ ແລະ ອື່ນໆ.
2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກໍານົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030. ກອງປະຊຸມສະເໜີໃຫ້ລັດຖະບານ ມີມາດຕະການຈັດຕັ້ງປະຕິບັດຕົວຈິງໃຫ້ຈະແຈ້ງ, ມີການຄຸ້ມຄອງ, ຕິດຕາມກວດກາໂຄງການລົງທຶນດ້ານແຮ່ທາດຢ່າງເຄັ່ງຄັດ, ເດັດຂາດ ຮັບປະກັນໃຫ້ລັດມີຜົນປະໂຫຍດສູງສຸດ, ມີການພັດທະນາທ້ອງຖິ່ນ ໃຫ້ດີຂຶ້ນກວ່າເກົ່າ; ສະ
ເໜີໃຫ້ຮີບຮ້ອນກວດກາ, ປະເມີນຄືນໂຄງການລົງທຶນແຮ່ທາດ ໃນຮູບແບບປົກກະຕິ ແລະ ຮູບແບບທົດລອງໃຫ້ສອດຄ່ອງກັບກົດໝາຍ ແລະ ຮີບຮ້ອນແກ້ໄຂໂຄງການ ທີ່ບໍ່ມີປະສິດທິພາບ, ແລະ ອື່ນໆ.
3). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022. ກອງປະຊຸມໄດ້ຕີລາຄາສູງ ຕໍ່ລັດຖະບານ ທີ່ໄດ້ຕັ້ງໜ້ານໍາພາ-ຊີ້ນໍາການຈັດ ຕັ້ງປະຕິບັດບັນດາຄາດໝາຍ ດັ່ງກ່າວ ເປັນຕົ້ນ 6 ຄາດໝາຍທີ່ໄດ້ລື່ນແຜນການ, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການແກ້ໄຂຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ກອງປະຊຸມສະເໜີໃຫ້ມີການແບ່ງຄວາມຮັບຜິດຊອບ, ການຕິດຕາມກວດກາ, ການປະເມີນຜົນ, ປັບປຸງກົນໄກການປະສານງານ, ການແລກປ່ຽນຂໍ້ມູນ-ຂ່າວສານຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ລະຫວ່າງກະຊວງ-ອົງການ ແລະ ລະຫວ່າງ ສູນກາງກັບທ້ອງຖິ່ນ, ການຄົ້ນຄວ້າຈັດສັນງົບປະມານ ເຂົ້າໃສ່ວຽກງານດັ່ງກ່າວໃຫ້ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ສາມາດບັນລຸບັນດາຄາດໝາຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນເທື່ອລະກ້າວ.
4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈໍາປີ 2022. ກອງປະຊຸມຊົມເຊີຍ ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບເປັນຈໍານວນຫຼວງຫຼາຍ, ແຕ່ການເກັບກູ້ຕົວຈິງຍັງເຮັດໄດ້ໜ້ອຍຫຼາຍ, ຊັກຊ້າ ແລະ ແກ່ຍາວເວລາ ເຮັດໃຫ້ສັງຄົມ ມີຄວາມເປັນຫ່ວງ, ຂາດຄວາມເຊື່ອໝັ້ນຕໍ່ການບໍລິ ຫານລັດຂອງພວກເຮົາ. ກອງປະຊຸມສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກວດສອບ ປະ ສານສົມທົບກັບອົງການກວດສອບແຫ່ງລັດ ວິເຄາະ-ວິໄຈ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ການຈ່າຍລ່ວງໜ້າຄັງເງິນແຫ່ງຊາດ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ອັນໃດທີ່ບໍ່ສາມາດເກັບກູ້ຄືນໄດ້ ຫຼື ບໍ່ມີຕົວຕົນແລ້ວ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາ.
5). ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ ໃນການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ພ້ອມນີ້ ໄດ້ເນັ້ນໜັກຕື່ມຕໍ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃນແຕ່ລະໄລຍະ, ຍົກສູງຄຸນນະພາບໃນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັບລັດຖະບານ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ ຢ່າງທັນການ ແລະ ນໍາເອົາຜົນສຳເລັດ ຂອງກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ສ້າງສະຕິເຄົາລົບລັດຖະທໍາມະນູນ ແລະ ກົດໝາຍໃຫ້ປະກົດຜົນເປັນຈິງ.
6). ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມ ປັບປຸງບາງເນື້ອໃນລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິແຕ່ງຕັ້ງຄະນະກໍາມະການລະດັບຊາດ ການປັບປຸງລັດຖະທໍາມະນູນ ປີ 2015, ມີການສ້າງແຜນ ການເຄື່ອນໄຫວ, ແຜນດໍາເນີນງານ, ແຜນງານ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະ; ວຽກຈຸດສຸມຂອງການປັບປຸງລັດຖະທໍາມະນູນ ເພື່ອສາມາດນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕາມຄາດໝາຍ.
7). ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະ ບັບ ໃນນີ້, ມີກົດໝາຍ ສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ; ຮ່າງກົດ ໝາຍວ່າດ້ວຍ ສະຫະກອນ; ກົດໝາຍປັບປຸງ 11 ສະບັບຄື: ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ; ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ; ກົດໝາຍວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ; ກົດໝາຍວ່າດ້ວຍ ການທ່ອງທ່ຽວ; ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ; ກົດ ໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ; ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍ ສະພາແຫ່ງຊາດ; ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເຊິ່ງບັນດາທ່ານສະມາຊິກສະພາແຫ່ງຊາດໄດ້ມີການຮັບຮອງດ້ວຍຄະແນນສູງ ເຊິ່ງຈະກາຍເປັນເຄື່ອງມືໃນການຄຸ້ມຄອງລັດ, ສັງຄົມດ້ວຍກົດໝາຍໃນໄລຍະໃໝ່.
9). ກອງປະຊຸມຍັງໄດ້ຮັບຟັງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ລາຍງານຜົນການພິຈາລະນາແລະ ຕົກລົງຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການພິຈາລະນາ ການຍົກຍ້າຍທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພະບາງ ຕາມຄຳສະເໜີຂອງທ່ານ ນາຍົກລັດຖະມົນຕີ; ການປັບປຸງບຸກຄະລະກອນພາຍໃນສະພາແຫ່ງຊາດ ຄື: (1) ທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ບໍ່ຄວບເປັນປະທານກໍາມາທິການກົດໝາຍ, (2) ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ເປັນປະທານກໍາມາທິການກົດ ໝາຍ ສະພາແຫ່ງຊາດ, (3) ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການວັດທະນະທຳ-ສັງຄົມ ເປັນປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ.
ນອກຈາກນີິ້, ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເອົາ ທ່ານ ບຸນຕາ ເທບພະວົງ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບເປັນກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ການແຕ່ງຕັ້ງເປັນປະທານກຳມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ.





