ພາຍຫຼັງພິທີອັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024. ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສໍາເລັດກອງປະຊຸມດັ່ງກ່າວ.
ທ່ານ ໃຫ້ຮູ້ວ່າ: ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ພວກເຮົາ ໄດ້ປຶກສາຫາລືຫົວຂໍ້ຕ່າງໆ ດັ່ງນີ້:
– ພວກເຮົາ ໄດ້ທົບທວນຄືນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການສ້າງວິໄສທັດປະຊາຄົມອາຊຽນ 2045 ແລະ ການຮັດແໜ້ນການຮ່ວມມືກັບພາຍນອກ.
– ບັນດາຜູ້ນໍາອາຊຽນ ມີຄວາມຍິນດີຕໍ່ຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີິ່ສຸມໃສ່ການເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ ໃນຂົງເຂດເສດຖະກິດ, ສ້າງອະ ນາຄົດແບບທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນສູ່ຍຸກດີຈີຕອນ; ການສ້າງແຜນຍຸດ ທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ກໍຄື ແຜນຍຸດທະສາດ 3 ເສົາຄ້ຳ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຍຸດ ທະສາດວ່າດ້ວຍການເຊື່ອມຈອດ, ການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ, ສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ, ການສົ່ງເສີມດ້ານວັດທະນະທໍາ ແລະ ສິລະປະ, ສົ່ງເສີມບົດບາດແມ່ຍິງ ແລະ ເດັກ, ແລະ ການສົ່ງເສີມຄວາມເຂັ້ມແຂງດ້ານສາທາລະນະສຸກ.
– ພວກເຮົາ ເຫັນດີ ເລັ່ງດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດ ແຜນແມ່ບົດເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າເສດຖະກິດ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມ ກໍຄື ການເຊື່ອມຈອດ ແລະ ເຊື່ອມໂຍງອາຊຽນ ເພື່ອຖອດ ຖອນບົດຮຽນ ແລະ ນໍາໃຊ້ເປັນພື້ນຖານໃຫ້ແກ່ການສ້າງບັນດາແຜນຍຸດທະສາດຂອງອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ຊື່ງຈະຮັບຮອງເອົາໃນປີ 2025 ແນໃສ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງ ແຄ້ວ ແລະ ມີປະຊາຊົນເປັນແກນກາງ.
– ພວກເຮົາ ມີຄວາມຍິນດີ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດໍາເນີນງານສໍາລັບການເປັນສະມາຊິກສົມບູນອາຊຽນ ຂອງ ຕີມໍແລັດສະເຕ.
– ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນ ໃນການສືບຕໍ່ຮັດແຫນ້ນການພົວພັນກັບພາຍນອກ ກໍຄື ເສີມຂະຫຍາຍຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນທີ່ພວມຜັນແປ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ. ພວກເຮົາ ຍິນດີຕໍ່ການສະໜັບສະໜູນຂອງຄູ່ຮ່ວມພາຍນອກ ໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ກໍຄືບູລິມະສິດສຳລັບປະທານອາຊຽນຂອງ ສປປ ລາວ.
– ພວກເຮົາໄດ້ທົບທວນຄືນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວ ກັບມຽນມາ, ແລະ ເຫັນດີໃຫ້ສືບຕໍ່ຍຶດໝັ້ນ ໃນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍເຫຼືອມຽນມາ ຊອກວິທີການແກ້ໄຂດ້ານການເມືອງ ໂດຍສັນຕິວິທີ, ຍີືນຍົງ, ມຽນມາ-ເປັນເຈົ້າການ ແລະ ມຽນມາ-ເປັນຜູ້ນຳພາ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ຮັບຮອງ ແລະ ຮັບຊາບເອກະ ສານຈໍານວນ 56 ສະບັບ, ຊຶ່ງເອກະສານສໍາຄັນມີດັ່ງນີ້:
– ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິ ບັດວິໄສທັດປະຊາຄົມອາຊຽນ 2045.
– ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີ ຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນໃຈກາງ ແລະ ມີຄວາມກຽມພ້ອມສໍາລັບອະນາຄົດ.
– ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ,
– ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍການສົ່ງເສີມກະສິກໍາແບບຍືນຍົງ,
– ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍການຮັດແໜ້ນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໃນພາກພື້ນ,
– ຖະແຫຼງການວັງວຽງວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ.
– ເອກະສານການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາປີ 2024 ເພືື່ອສືບຕໍ່ເປັນເອກະສານອ້າງອີງສຳຄັນສຳລັບການແກ້ໄຂບັນຫາພາຍໃນຂອງມຽນມາໃນຕໍ່ຫນ້າ.
ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ສຳລັບກອງປະຊຸມສຸດຍອດອາຊຽນກັບພາຍນອກ, ບັນດາຜູ້ນໍາອາຊຽນໄດ້ມີກອງປະຊຸມສຸດຍອດກັບແຕ່ລະຄູ່ເຈລະຈາ ແລະ ຄູ່ຮ່ວມມື ເຊັ່ນ: ສປ ຈີນ, ສ. ເກົາຫລີ, ຍີ່ປຸ່ນ, ອິນເດຍ, ອົດສະຕຣາລີ, ສະຫະລັດ ອາເມ ລິກາ, ການາດາ ແລະ ອົງການ ສະຫະປະຊາຊາດ (ສປຊ), ຊຶ່ງຜູ້ນໍາອາຊຽນ ແລະ ຄູ່ເຈລະຈາ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ຕ່າງກໍເຫັນດີສືບຕໍ່ຮັດແຫນ້ນການຮ່ວມມືໃນທຸກຂົງເຂດໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ໄດ້ມີກອງປະຊຸມສຸດຍອດອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ເນື້ອໃນສໍາຄັນສໍາລັບກອງປະຊຸມສຸດຍອດອາຊຽນ ກັບພາຍນອກ ມີດັ່ງນີ້:
– ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27: ຜູ້ນໍາອາຊຽນ-ຈີນ ໄດ້ປະກາດການສຳ ເລັດການເຈລະຈາເພື່ອຍົກລະດັບສັນຍາເຂດການຄ້າເສລີອາຊຽນ-ຈີນ 3.0 ທີ່ເປັນເອກະສານພື້ນຖານທີ່ສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດ ຖະກິດອາຊຽນ-ຈີນ ແລະ ໄດ້ຮັບຮອງເອົາ 5 ເອກະສານຜົນກອງປະຊຸມ ຄື:
1). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຕ້ານການສໍ້ໂກງດ້ານເຄືອຂ່າຍໂທລະຄົມ ແລະ ການພະນັນອອນລາຍ; 2). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ; 3). ຖະ ແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການສົ່ງເສີມການພັດທະນາກະສິກໍາທັນສະ ໄໝ; 4). ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືເພື່ອອໍານວຍຄວາມສະດວກ ໃນການສ້າງລະບົບນິເວດດິຈີຕອນ ທີ່ກວມລວມ ແລະ ຍືນຍົງ; 5). ຖະແຫຼງການຮ່ວມ ວ່າດ້ວຍ ການສະຫຼຸບເນື້ອໃນສໍາຄັນຂອງການເຈລະຈາ ຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.0.
– ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 25: ພວກເຮົາໄດ້ຮ່ວມກັນສະ ເຫຼີມສະຫຼອງ ຄົບຮອບ 35 ປີ ການພົວພັນຮ່ວມມືອາຊຽນ-ສ. ເກົາຫລີ ແລະ ໄດ້ຍົກລະ ດັບການພົວພັນອາຊຽນ-ສ. ເກົາຫລີ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍການຮັບຮອງເອົາຖະແຫຼງການຮ່ວມ ຂອງຜູ້ນໍາອາຊຽນ-ສ. ເກົາຫຼີ ວ່າດ້ວຍການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ເກົາຫຼີ.
– ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ລິເລີ່ມ ແລະ ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ເພື່ອຮັດແໜ້ນການພົວພັນ ອາຊຽນ-ຍີ່ປຸ່ນ ທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2023.
– ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນເພື່ອຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ ແລະ ສືບຕໍ່ຈັດຕັ້ງປະຕິບັດ 2 ເອກະສານຜົນຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ທີ່ ເມວເບີນ, ອົດສະຕຣາລີ ໃນເດືອນ ມີນາ ປີ 2024 ແລະ ບັນດາແຜນວຽກ ໃຫ້ມີປະສິດທິຜົນ.
– ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21: ພວກເຮົາ ໄດ້ຮັບຮອງເອົາ 2 ເອກະສານ ຄື: 1). ຖະແຫຼງການຮ່ວມ ວ່າດ້ວຍການຮັດແໜ້ນການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີ ຟິກ ໂດຍການສະໜັບສະໜູນຂອງ ນະໂຍບາຍຫັນສູ່ຕາເວັນອອກຂອງ ອິນເດຍ ແລະ 2).ຖະແຫຼງການຮ່ວມ ວ່າດ້ວຍການພັດທະນາການຫັນປ່ຽນທາງດີຈີຕອນ. ພວກເຮົາ ໄດ້ຍິນດີຕໍ່ການກໍານົດເອົາປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ.
– ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 12: ຜູ້ນໍາອາຊຽນ-ສະຫະ ລັດ ໄດ້ຮັບຮອງເອົາຖະແຫຼງການຮ່ວມຜູ້ນໍາອາຊຽນ-ສະຫະລັດ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.
– ກອງປະຊຸມສຸດຍອດອາຊຽນ-ສປຊ ຄັ້ງທີ 14: ພວກເຮົາໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນຫຼັກການຮ່ວມມືຫຼາຍຝ່າຍ ລວມທັງ ຄວາມໝາຍໝັ້ນໃນການຈັດ ຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມມືຮອບດ້ານອາຊຽນ-ສປຊ. ພວກເຮົາ ເຫັນວ່າ ອາຊຽນ ແລະ ສປຊ ຄວນສືບຕໍ່ຊຸກຍູ້ຄວາມພະຍາຍາມ ແນໃສ່ສົ່ງເສີມການເຊື່ອມສານ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ກໍ່ຄືວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ.
– ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ: ຜູ້ນໍາອາຊຽນ-ການາດາ ໄດ້ຮັບຮອງເອົາຖະແຫຼງການຮ່ວມຜູ້ນໍາອາຊຽນ- ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເພື່ອສືບຕໍ່ຮັດແໜ້ນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ.
– ກອງປະຊຸມຍຸດຍອດອາຊຽນບວກສາມ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນຂອງກົນໄກອາຊຽນບວກສາມໃນການສົ່ງເສີມການຮ່ວມມືພາກພື້ນອາຊີຕາເວັນອອກ ແລະ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ກິດຈະກໍາການຮ່ວມມືໃຫ້ມີປະສິດທິຜົນ. ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍ ການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງພາກພື້ນ.
– ກອງປະຊຸຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 19: ກອງປະຊຸມໄດ້
ຢໍ້າຄືນຄວາມສຳຄັນຂອງ ອີເອເອສ ໃນການເປັນເວທີທີ່ສໍາຄັນຂອງຜູ້ນໍາ ເພື່ອປຶກ ສາຫາລື ແລະ ສົ່ງເສີມການຮ່ວມມືທີ່ສ້າງສັນ ໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ການປຶກສາຫາລືບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ ແລະ ໄດ້ຢໍ້າຄືນຄວາມຫມາຍຫມັ້ນໃນການເສີມຂະຫຍາຍກົນໄກການຮ່ວມມື ອີເອເອສ ໃຫ້ເຂັ້ມແຂງ.
ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ຕື່ມວ່າ: ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້, ພວກເຮົາໄດ້ຮັບຮອງ ແລະ ຮັບຊາບເອກະສານຫລາຍກວ່າ 90 ສະບັບ, ພວກເຮົາ ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ, ກົງໄປກົງມາ ແລະ ສ້າງສັນ ກ່ຽວກັບ ສະພາບ ການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
ສະຫລຸບລວມແລ້ວ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ.
ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ແມ່ນຍ້ອນພວກເຮົາ ໄດ້ຮັບການສະຫນັບສະຫນູນອັນລໍ້າຄ່າ ແລະ ການຮ່ວມມືຢ່າງໃກ້ຊິດ ຈາກບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄື ບັນດາຄູ່ຮ່ວມມືພາຍນອກ ແລະ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາ ກົນ ແລະ ກອງເລຂາອາຊຽນ.
ພ້ອມນີ້ ທ່ານໄດ້ ຕາງຫນ້າໃຫ້ລັດຖະບານ, ເຈົ້າຫນ້າທີ່ກ່ຽວຂ້ອງໃນການຮັບຜິດ ຊອບຈັດກອງປະຊຸມສຸດຍອດຄັ້ງນີ້ ກໍຄື ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ສໍາລັບ ການຮ່ວມມື ແລະ ສະຫນັບສະຫນູນດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບ ການຮ່ວມມື ແລະ ການຊ່ວຍ ເຫລືອດັ່ງກ່າວຈົນສຳເລັດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໃນຊຸມປີຂ້າງຫນ້າ.
ນອກຈການີ້, ຍັງສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພະນັກ ງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວລາວບັນດາເຜົ່າທຸກຖ້ວນຫນ້າທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ຕາມພາລະຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເປັນເຈົ້າພາບທີ່ດີ ອັນໄດ້ເຮັດໃຫ້ບັນດາກອງປະຊຸມສຸດຍອດໃນຄັ້ງນີ້ ປະສົບຜົນສໍາເລັດອັນຈົບງາມ.
ສໍາລັບສປປ ລາວ ຈະສືບຕໍ່ເປັນປະທານອາຊຽນຈົນຮອດວັນທີ 31 ທັນວາ 2024. ໃນພິທີປິດ ທີ່ຫາກໍສໍາເລັດໄປ, ສປປ ລາວ ໄດ້ມອບປະທານອາຊຽນ 2025 ໃຫ້ແກ່ ມາເລເຊຍ, ຊຶ່ງຈະເລີ່ມແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ.



