ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ຄັ້ງທີ VIII ໄດ້ອັດລົງໃນຕອນບ່າຍຂອງວັນທີ່ 25 ມີນາ 2025 ພາຍຫຼັງດຳເນີນມາເປັນເວລາ 02 ວັນເຕັມ, ເຊິ່ງໄດ້ເຫັນດີເອກະພາບຮັບຮອງເອົາເນື້ອໃນບົດລາຍງານການເມືອງ ແລະແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2020-2025 ແລະແຕ່ນີ້ຮອດປີ 2029, ຮັບຮອງເອົາບົດສຳຫຼວດການນຳພາລວມຄະນະບໍລິຫານພັກນະຄອນ ສະໄໝທີ VII ຍົກໃຫ້ເຫັນ ດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະບົດຮຽນທີ່ຖອດ ຖອນໄດ້ ການນໍາພາ-ຊີ້ນຳ ໃນໄລຍະ 5 ປີຜ່ານມາ, ທັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງລວມ, ທິດທາງແຜນການຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ແຕ່ປີ 2025-2029 ໂດຍຈະສຸມໃສ່ ຍົກສູງຄວາມມາດ, ຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ຂອງຄະນະພັກໃນແຕ່ລະຂັ້ນ , ສືບຕໍ່ນໍາພາເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ໃຫ້ບັນລຸ 8.5% ລວມຍອດລາຍຮັບສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 52 ລ້ານກວ່າກີບ ຫຼື ເທົ່າກັບ 2,520 ໂດລາຕໍ່ຄົນຕໍ່ປີ,.
ກອງປະຊຸມ ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກນະຄອນ ຫຼວງພະບາງ ຊຸດທີ່ VIII ຈໍານວນ 27 ສະຫາຍ, ຍີງ 5 ສະຫາຍ ແລະປ່ອນບັດເລືອກເອົາ ຜູ້ແທນສົມບູນ-ສຳຮອງ ໄປຮ່ວມກອງປະ ຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຊຸດທີ່ IX. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາຄະນະປະຈໍາພັກ ຈຳນວນ 9 ສະຫາຍ, ຍີງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ສຳນານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກນະຄອນ, ສະຫາຍ ວິໄລທອງ ມະນີວອນ ແລະສະຫາຍ ສະເຫວີຍ ສີລາວັນ ເປັນຮອງເລຂາຄະນະບໍລິຫານງານພັກນະຄອນ, ສະຫາຍ ວີເຮີ ເຊ່ຍໄມ ເປັນປະທານຄະນະກວດກາພັກນະຄອນ.
ກອງປະຊຸມໃຫຍ່ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ໄດ້ມີຄຳເຫັນເປັນທິດຊີ້ນຳທີ່ໜັກແໜ້ນ ໃຫ້ແກ່ຄະນະບໍລິຫານງານພັກນະຄອນ ຊຸດໃໝ່ ແລະຜູ້ແທນກອງປະຊຸມ ໃນການຈັດຕັ້ງປະຕິບັດ ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VIII ຂອງອົງຄະນະພັກນະຄອນ ໃຫ້ປະກົດຜົນເປັນຈິງ ແລະປະສິດທິພາບ, ມີປະສິດທິຜົນສູງ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນອິດທິພົນ






