ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຊະນະສົມບູນ ຄັ້ງທີ IX

Mar 27, 2025

ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງຊະນະສົມບູນ ແຂວງຈຳປາສັກ ອັດລົງດ້ວຍຜົນສໍາເລັດໃນວັນທີ 27 ມີນານີ້ ພາຍຫລັງດໍາເນີນມາເປັນເວລາ 2 ວັນ ທີ່ຫ້ອງປະຊຸມຂອງເມືອງໂດຍມີຜູ້ແທນສົມບູນ ເຂົ້າຮ່ວມ 171 ສະຫາຍ, ຍິງ 18 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມ, ໄດ້ຜ່ານຮ່າງລາຍງານການເມືອງທັງ 2 ພາກ ໂດຍຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາ ປີ 2029; ຜ່ານຮ່າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ VIII (2020 – 2024) ແລະ ຜ່ານທິດທາງແຜນພັດທະນາເສດຖະກິດ – ສັງຄົມ 5 ປີຄັ້ງທີ IXແຕ່ນີ້ ຫາ ປີ 2029.
ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ 5 ປີຜ່ານມາ. ຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຄື ສະໄໝທີ IX ໂດຍເລືອກໄດ້ 27 ສະຫາຍ, ຍິງ 4 ສະຫາຍ ຄື:
ກອງປະຊຸມຄັ້ງປະຖົມມະລຶກໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະປະຈຳພັກເມືອງ 9 ສະຫາຍ, ຍິງ 2 ສະຫາຍ. ເລືອກເອົາ ສະຫາຍ ນາງ ພູໄພທອງ ພິມມະວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງ. ສະຫາຍ ຄໍາສີ ຫຼີນສະຫວາດ ແລະ ສະຫາຍ ສໍາລານ ອ່ອນໄຊວຽງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກຕັ້ງເອົາ ປະທານ ແລະ ຮອງປະທານຄະນະກວດກາພັກເມືອງ ຄື: ສະຫາຍ ສໍາລານ ອ່ອນໄຊວຽງ ເປັນປະທານຄະນະກວດກາພັກເມືອງ, ສະຫາຍປະລິນຍາ ບຸດດາລາ ແລະ ສະຫາຍ ສຸກວິໃສ ທອງສາວົງ ເປັນຮອງປະທານຄະນະກວດກາພັກເມືອງ.
ຂ່າວ-ພາບ: ທູນທອງໃຈ