ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ 12

Sep 30, 2025

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ12 ພາຍຫຼັງດໍາເນີນມາ 1 ວັນເຄິ່ງໄດ້ອັດລົງຢ່າງເປັນທາງການໃນຕອນເຊົ້າວັນທີ 30 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 309 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 14.241 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ 12 ໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງໂດຍໄດ້ເປັນເອກະພາບສູງຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຜົ້ງສາລີຄັ້ງທີ 11 ໃນ 5 ປີຜ່ານມາ( 2021-2025), ຕີລາຄາການນໍາພາ-ຊີ້ນໍາ ລວມຂອງຄະນະບໍລິຫານງານພັກແຂວງໄລຍະຜ່ານມາຢ່າງພາວະວິໄສ ໄຈ້ແຍກໃຫ້ເຫັນເຖິງຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ເປັນພື້ນຖານ ສາມາດຖອດຖອນບົດຮຽນພຶດຕິກໍາແຫ່ງການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງໃນ 5 ປີ ຜ່ານມາ ເພື່ອສືບຕໍ່ນໍາພາ-ຊີ້ນໍາໃນຊຸມປີຕໍ່ໜ້າ. ກອງປະຊຸມໃຫຍ່ ໄດ້ເປັນເອກະສັນຮັບຮອງເອົາຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ (2026-2030) ໂດຍຈະສຸມໃສ່ປະຕິບັດຕາມຄໍາຂັວນ: ເສີມຂະຫຍາຍມູນເຊື້ອປະຕິວັດ, ຍົກສູງຄວາມສາມາດນໍາພາຂອງອົງຄະນະພັກ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາພາແຂວງຜົ້ງສາລີ ຫຼຸດພົ້ນຈາກຄວາມດ້ອຍພັດທະນາ.
May be an image of 4 people, dais and text May be an image of 10 people, dais and text
ກອງປະຊຸມໃຫຍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງສະໄໝທີ 12 ຊຶ່ງມີຜູ້ສະໝັກ 40 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ 35 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງສະໄໝທີ12ໄດ້ເປັນເອກະພາບສູງ ເລືອກເອົາຄະນະປະຈໍາພັກແຂວງຈໍານວນ 11 ສະຫາຍ, ໂດຍເລືອກເອົາສະຫາຍ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສັນຕິ ແກ້ວຍະສານ ແລະ ສະຫາຍ ບຸນທະວີ ສໍສຸກັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ວັນໄຊ ສຸກສັນ ເປັນປະທານກວດກາພັກແຂວງ, ສະຫາຍ ໂລ ອາຢີງ, ສະຫາຍ ຄໍາແດງ ອິນດາວົງ ແລະ ສະຫາຍ ບຸນນໍາ ພົມມະເກດ ເປັນຮອງປະທານກວດກາພັກແຂວງ.
ກອງປະຊຸມໃຫຍ່ໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 22 ສະຫາຍ ແລະ ສໍາຮອງ 4 ສະຫາຍ, ຍິງ 2 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກຕື່ມອີກ.
May be an image of speaker and text
ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງຊຸດເກົ່າ ເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂ,ຈຸດອ່ອນ, ຂໍ້ຄົງຄ້າງແຕ່ລະດ້ານໃຫ້ໝົດໄປ,ຮຽກຮ້ອງໃຫ້ສືບຕໍ່ນໍາພາ-ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ 12 ໃຫ້ມີຜົນສໍາເລັດຢ່າງເປັນຮູບປະທໍາ.
ພາບ-ຂ່າວ: ອ່ອນຄໍາ ວົງໄຊ