ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ຄຳມ່ວນ ຄັ້ງທີ 11 ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ໄດ້ອັດລົງດ້ວຍຜົນສຳເລັດ ໃນຕອນບ່າຍວັນທີ 30 ກັນຍາ 2025, ທີ່ສະໂມສອນໃຫຍ່ຂອງແຂວງ , ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍ ຜູ້ແທນສົມບູນ 385 ສະຫາຍ, ຍິງ 51 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 23.464 ສະຫາຍ. ຍິງ 6.578 ສະຫາຍ.

ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງໄດ້ມີຄຳເຫັນອັດກອງປະຊຸມໃຫຍ່ວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນສົມບູນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຊຶ່ງຈະກາຍເປັນເອກະສານຊີ້ນຳໃຫ້ແກ່ການເຄື່ອນໄຫວນຳພາຕະຫຼອດໄລຍະ 5 ປີຕໍ່ໜ້າ ຂອງຄະນະບໍລິຫານງານພັກແຂວງ ແລະ ໄດ້ພ້ອມກັນຄົ້ນຄວ້າກຳແໜ້ນແນວທາງເພື່ອນຳໄປຜັນຂະຫຍາຍເປັນແຜນງານ, ໂຄງການ, ວຽກງານລະອຽດ ແລະ ການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ແລະ ໃຫ້ມີໝາກຜົນຕົວຈິງ.

ກອງປະຊຸມໃຫຍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ຊຶ່ງມີຜູ້ສະໝັກ 42 ສະຫາຍ, ຍິງ 7 ສະຫາຍ, ເລືອກເອົາ 37ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານພັກແຂວງຄຳມ່ວນໄດ້ເປັນເອກະພາບສູງ ເລືອກເອົາຄະນະປະຈໍາພັກແຂວງ11 ສະຫາຍ, ຍິງ 1 ສະຫາຍ ໂດຍເລືອກເອົາສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສົມໃຈ ພານີຈັນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ນາງ ບັງອອນ ໄຊຍະສິດ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ພິມພອນ ສຸລິວົງສາ, ສະຫາຍ ສີສຸກ ພິມມະສອນ ແລະສະຫາຍ ບຸນທະວີ ພິລາວັນ ເປັນຮອງປະທານຄະນະກວດກາພັກແຂວງ.
ກອງປະຊຸມໃຫຍ່ໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 28 ສະຫາຍ, ຍິງ 4 ສະຫາຍ ແລະ ສໍາຮອງ 5 ສະຫາຍ, ຍິງ 1 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ.

ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງຊຸດເກົ່າ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງແຂວງ, ບົນພື້ນຖານເສີມຂະຫຍາຍໝາກຜົນ ທີ່ຍາດມາໄດ້ໃນໄລຍະຜ່ານມາ,ຈົ່ງພ້ອມກັນສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ຮອບດ້ານ ແລະ ເລິກເຊິ່ງ ເປັນຮູບປະທຳຕົວຈິງ ແລະ ພ້ອມກັນຍຶດໝັ້ນຄໍາຂວັນທີ່ວ່າ “ຮັບປະກັນໃຫ້ທຸກຂັ້ນນຳພາ-ຄຸ້ມຄອງ ເຂັ້ມແຂງ, ໜັກແໜ້ນ, ນຳໃຊ້ທຸກທ່າແຮງບົ່ມຊ້ອນການພັດທະນາເສດຖະກິດກະສິກຳ-ອຸດສາຫະກຳປຸງແຕ່ງ, ການບໍລິການ ແລະ ການທ່ອງທ່ຽວເຂັ້ມແຂງ, ທັນສະໄໝ, ສີຂຽວ ແລະ ຍືນຍົງ; ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ທົ່ວເຖິງ ຢ່າງໜັກແໜ້ນ”.

ຂ່າວ: ອຳໄພວັນ ວົງອຳທອນ


