ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດການເຄື່ອນໄຫວວຽກງານຂອງກອງກວດກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ 58

Dec 27, 2024

ຜົນສໍາເລັດການເຄື່ອນໄຫວວຽກງານຂອງກອງກວດກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ 58
ກອງກວດກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ 58 ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2013 ເປັນຕົ້ນມາ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຮອບດ້ານຂອງກົມໃຫຍ່ເສນາ ທິການກອງທັບ, ດ້ານວຽກງານວິຊາສະເພາະ, ວິຊາການ ແມ່ນພາຍໃຕ້ການຊີ້ນໍາ ແລະ ຮັບຜິດຊອບຂອງກົມຊ່າງແສງ ທັງເປັນເສນາທິການ ໂດຍກົງໃຫ້ແກ່ກະຊວງປ້ອງກັນປະເທດ ໂດຍສະເພາະ ແມ່ນກົມໃຫຍ່ເສນາທິການກອງທັບ ໃນການຈັດຕັ້ງປະຕິ ບັດວຽກງານການສໍາຫລວດ, ກວດກູ້ ແລະ ທໍາລາຍ ບໍ່ທັນແຕກທີ່ຍັງຕົກຄ້າງ ຕາມການມອບໝາຍຂອງຂັ້ນເທິງ, ຄຽງຄູ່ກັນນີ້ ຍັງເຮັດໜ້າທີ່ເປັນກົມກອງຮັບປະກັນໃຫ້ແກ່ ກະຊວງປ້ອງກັນປະເທດ ກໍຄື ລັດຖະບານ ກ່ຽວກັບວຽກງານການສໍາຫລວດ, ກວດກູ້ ແລະ ທໍາລາຍລະເບີດ ບໍ່ທັນແຕກທີ່ຍັງຕົກຄ້າງ ສະໄໝສົງຄາມ ຢູ່ຜືນແຜ່ນດິນ ຂອງ ສປປ ລາວ ເພື່ອສະໜັບສະໜູນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຫລຸດຜ່ອນຈຳນວນອຸບັດເຫດ ຈາກລະເບີດບໍ່ທັນແຕກ.
ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າການທະຫານ ກອງກວດກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ 58 ໃຫ້ສຳພາດວ່າ: ປະເທດລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກລູກລະເບີດບໍ່ທັນແຕກ ເປັນຈຳນວນຫລວງຫລາຍ. ດັ່ງນັ້ນ, ໃນຕະຫລອດໄລຍະຜ່ານມາ ກົມກອງຈິ່ງໄດ້ສຸມໃສ່ເຮັດໜ້າທີ່ການສໍາຫລວດ, ກວດກູ້ ແລະ ທໍາລາຍ ລະເບີດບໍ່ທັນແຕກທີ່ຍັງຕົກ ຄ້າງ ໃຫ້ບັນດາໂຄງການກໍ່ສ້າງຂອງລັດຖະບານ ກໍຄື ແຜນພັດທະ ນາເສດຖະກິດສັງຄົມຂອງຊາດ ຕາມການຕົກລົງຂອງຂັ້ນເທິງ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຊິວິດ, ຊັບສິນຂອງໂຄງ ການ ແລະ ປະຊາຊົນລາວບັນດາເຜົ່າ. ນອກນັ້ນ, ຍັງໄດ້ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ ແລະ ເອກະ ຊົນ, ກ່ຽວກັບການສໍາຫລວດ, ກວດກູ້ ແລະ ທໍາລາຍ ບໍ່ທັນແຕກທີ່ຍັງຕົກຄ້າງ ອອກຈາກພື້ນທີ່ຕ່າງໆ ທີ່ຈະມີການກໍ່ສ້າງ ແລະ ພັດທະນາ, ຕາມຈຸດສຸມພັດທະນາຂອງລັດຖະບານ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍສະເພາະແມ່ນການພົວພັນຮ່ວມມືກັບ ກອງທັບສະຫະພັນຣັດເຊຍ.
ດ້ານວຽກງານວິຊາສະເພາະ ໃນ 1 ປີຜ່ານມາ ອັນພົ້ນເດັ່ນ ແມ່ນໄດ້ເອົາໃຈໃສ່ໂຄສະນາ ແລະ ສໍາຫລວດ ບໍ່ແມ່ນແບບວິຊາ ການ (EORE + NTS) ຢູ່ແຂວງວຽງ ຈັນ ແລະ ບໍລິຄໍາໄຊ ຈຳນວນ 6 ເມືອງ, 99 ບ້ານ, 48 ໂຮງຮຽນ; ວຽກງານການສໍາຫລວດແບບວິຊາການ (TS) ຢູ່ແຂວງວຽງຈັນ, ບໍລິຄໍາໄຊ ສໍາຫລວດໄດ້ 62 ສະໜາມ, 15 ສະໜາມທີ່ມີຄວາມສ່ຽງຈາກລະເບີດບໍ່ທັນແຕກ ໃນເນື້ອທີ່ 2.969.000 ຕາແມັດ ກວດພົບລະເບີດບົມໃຫຍ່ 1 ໜ່ວຍ, ບົມບີ 132 ໜ່ວຍ, ບົມຊະນິດ ອື່ນໆ 33 ໜ່ວຍ; ວຽກງານກວດກູ້ ແລະ ທໍາລາຍ ລະເບີດບໍ່ທັນແຕກ (AC) ຢູ່ແຂວງວຽງຈັນ, ບໍລິຄໍາໄຊ, ນະຄອນຫລວງວຽງ ຈັນ ໃນຈຳນວນ 11 ບ້ານ, ກວດກູ້ໄດ້ 20 ສະໜາມ ລວມເນື້ອທີ່ທັງໝົດ 896.527 ຕາແມັດ, ກວດພົບລະເບີດບົ່ມບີ 428 ໜ່ວຍ, ລະເບີດ ອື່ນໆ 201 ລວມທັງໝົດ 629 ໜ່ວຍ. ໃນນັ້ນ, ຍັງໄດ້ທຳລາຍເຄື່ອນທີ່ RT ຢູ່ແຂວງວຽງຈັນ, ບໍລິຄໍາໄຊ, ນະຄອນຫລວງວຽງຈັນ, 6 ເມືອງ, 28 ບ້ານ, ທຳລາຍລະເບີດບົມໃຫຍ່ 1 ໜ່ວຍ, ມິນ 2 ໜ່ວຍ, ລະເບີດ ຊະນິດອື່ນໆ 82 ໜ່ວຍ, ລວມທັງໝົດ 245 ໜ່ວຍ.
ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ຍັງໃຫ້ຮູ້ຕື່ມວ່າ: ນອກ ຈາກນີ້, ຍັງໄດ້ປະ ສານງານ ແລະ ພົວພັນຮ່ວມມືກັບຄະນະຫ້ອງ ການຄະນະກຳມະການຄູ້ມຄອງແຫ່ງ ຊາດ ເພື່ອແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ວິຊາການໃນຂະແໜງການແກ້ໄຂລະເບີດບໍ່ທັນແຕກ ຕາມແຜນການ, ພົວພັນຮ່ວມມືກັບກອງທັບ ແຫ່ງ ສ ຣັດເຊຍ ໃນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ຢູ່ເມືອງກາສີ ແຂວງວຽງຈັນ, ສາມາດກວດກູ້ໄດ້ເນື້ອທີທັງໝົດ 23,42 ເຮັກຕາ, ທໍາລາຍ ລະເບີດບໍ່ທັນແຕກ ໄດ້ຈໍານວນ 1.231 ໜ່ວຍ, ໃນນີ້ ບົມບີ 9 ໜ່ວຍ ແລະ ສໍາພາວຸດອື່ນໆ 1.222 ລູກ.