ງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ (ລາວ- ຫວຽດ-ຈີນ) ຄັ້ງທີ VIII ທີ່ແຂວງຜົ້ງສະລີໄດ້ຮັບກຽດເປັນເຈົ້າ ພາບ ຈັດຂຶ້ນລະຫວ່າງວັນທີ 12 ຫາ 13 ທັນວາ 2024. ໂດຍມີພິທີອັດການແຂ່ງຂັນທີ່ເດີ່ນສະໝາມໄຊ ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງ ສາລີ, ພ້ອມດ້ວຍແຂກຮັບເຊີນທັງພາຍໃນແລະ ຕ່າງປະເທດ ແລະ ນັກກິລາຈາກ 3 ປະເທດ.
ໃນໂອກາດນີ້ ທ່ານ ຄໍາຜອຍ ວັນນະສານ ມີຄໍາເຫັນກ່າວອັດງານຄັ້ງນີ້ວ່າ: ຕະ ຫລອດການຈັດງານສາມາດຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດງານມະຫາກໍໍາກິລາໂຍນໝາກຄອນໃນຄັ້ງນີ້ ແມ່ນມີຄວາມໝາຍເລິກເຊິ່ງຕໍ່ການພົວພັນຮ່ວມມືຂອງ 3 ປະ ເທດ ລາວ-ຫວຽດ-ຈີນ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືລະ ຫວ່າງແຂວງຜົ້ງສາລີ, ແຂວງດຽນບ່ຽນຂອງຫວຽດ ນາມແລະ ນະຄອນພູເອີຂອງຈີນໃຫ້ເຂົ້າສູ່ລວງເລິກຕື່ມອີກ ແລະ ເພີ່ມພູນຄູນສ້າງ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະ
ຫ່ວາງປະຊາຊົນທີ່ດໍາລົງຊີວິດຢູ່ 3 ປະເທດລາວ-ຫວຽດ-ຈີນໃຫ້ນັບມື້ນັບກ້ວາງ ເປັນຕົ້ນ: ການເສີມຂະຫຍາຍດ້ານວັດທະນະທໍາອັນດີງາມຂອງບັນດາເຜົ່າ, ການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນໃຫ້ເພີ່ມຂຶ້ນຢ່າງບໍ່ຍຸດຢັ້ງ.
ງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ (ລາວ- ຫວຽດນາມ-ຈີນ ຄັ້ງທີ VIII) ມີການແຂ່ງຂັນທັງໝົດ 4 ປະ ເພດກິລາ ຄື: ກິລາໝາກຄອນ, ກິລາໜ້າເກັກ, ກິລາໝາກຄ່າງ ແລະ ກະຕໍ້ ພ້ອມທັງມີການສະແດງສີລະປະວັນນະຄະດີຮ່ວມກັນຈາກ 3 ປະເທດທັງໝົດ 16 ລາຍການ. ໃນນີ້ ແຂວງຜົ້ງສາລີຂອງລາວເຂົ້າຮ່ວມ 7 ລາຍ ການ, ເມືອງຈຽງເຊິນຂອງຈີນ 5 ລາຍການ ແລະ ເມືອງແຍ້ຫວຽດນາມ 4 ລາຍການ.
ຜ່ານການແຂ່ງຂັນສາມາດສະຫຼຸບຫລຽນອັນດັບ 1 ແມ່ນເມືອງຈຽງເຊິນຂອງຈີນ ໄດ້ທັງໝົດ 9 ຫຼຽນ, ໃນນີ້ ມີ: 6 ຫຼຽນຄໍາ, 1 ຫຼຽນເງິນ ແລະ 2 ຫຼຽນທອງ, ພ້ອມດ້ວຍເງິນສົດ; ອັນດັບ 2 ແຂວງຜົ້ງສາລີ ໄດ້ 9 ຫຼຽນ, ໃນນີ້ ມີ 2 ຫຼຽນຄໍາ ແລະ 7 ຫຼຽນເງິນ ແລະ ອັນດັບ 3 ເມືອງແຍ້ ແຂວງດຽນບ່ຽນຂອງຫວຽດນາມ ໄດ້ 8 ຫຼຽນ. ໃນນີ້ ມີ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ.
ຈາກນັ້ນ ໄດ້ມີພິທີມອບຫລຽນລາງວັນໃຫ້ແກ່ນັກກິລາທັງ 3 ປະເທດ ພ້ອມທັງຈູດບັ້ງໄຟດອກເປັນອັນວ່າປິດຢ່າງເປັນທາງ ການ. ສ່ວນງານແຂ່ງຂັນກິລາໂຍນໝາກຄອນ 3 ແຈປະເທດ ຄັ້ງທີ ຄັ້ງຕໍ່ໄປ ຄື: ຄັ້ງທີ IX ແມ່ນເມືອງແຍ້, ແຂວງດຽນບຽນຂອງຫວຽດນາມ ຈະເປັນເຈົ້າພາບ.
ຂ່າວ: ບຸນຍັງພຸດສະຫວັດ






