ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດໃນການແກ້ໄຂຄວາມທຸກຍາກຂອງລັດຖະບານໃນປີ 2024

Feb 23, 2025

ອີງຕາມຂໍ້ມູນຈາກບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງກົມພັດທະນາຊົນນະບົດ ປະຈຳປີ 2024 ແລະທິດທາງແຜນການ ປີ 2025 ໃຫ້ຮູ້ວ່າ: ປີ 2024 ຜ່ານມາ, ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຕິດຕາມ, ຊຸກຍູ້ ແລະ ສັງລວມລາຍງານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດາຄາດໝາຍສູ້ຊົນ ແລະ ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມທ່າແຮງເງື່ອນໄຂ ຂອງແຕ່ລະທ້ອງຖິ່ນ.
ຜ່ານການສັງລວມການລາຍງານ ຂອງບັນດາແຂວງ ແລະ ນະ ຄອນຫຼວງວຽງຈັນ ໃນປີ 2024 ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກໍານົດໄວ້ (ຄາດໝາຍສູ້ຊົນ 35,000 ຄອບ ຄົວ); ສ້າງບ້ານພົ້ນທຸກໄດ້ 271 ບ້ານ ກວມ 54.20% ຂອງຄາດໝາຍທີ່ກໍານົດໄວ້ (ຄາດ ໝາຍສູ້ຊົນ 500 ບ້ານ).
ສ້າງເມືອງພົ້ນທຸກໄດ້ 08 ເມືອງ ຄື: ແຂວງຫຼວງນໍ້າທາ 1 ເມືອງ (ເມືອງວຽງພູຄາ); ແຂວງຄໍາມ່ວນ 1 ເມືອງ (ເມືອງມະຫາ ໄຊ); ແຂວງສະຫວັນນະເຂດ 3 ເມືອງ (ເມືອງຊົນນະບູລີ, ເມືອງທ່າປາງທອງ ແລະ ເມືອງອາດສະພອນ); ແຂວງສາລະວັນ 2 ເມືອງ (ເມືອງຕຸ້ມລານ ແລະ ເມືອງຕະໂອ້ຍ); ແຂວງອັດຕະປື 1 ເມືອງ (ເມືອງສະ ໜາມໄຊ) ກວມ 53.33% ຂອງຄາດໝາຍທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 15 ເມືອງ).
ນອກຈາກນີ້, ສາມາດຂະຫຍາຍກອງທຶນພັດທະນາຂັ້ນບ້ານ (ກອງທຶນ 500 ລ້ານກີບຕໍ່ເມືອງທຸກຍາກ) ໄດ້ 6 ບ້ານ ຄື: (1) ແຂວງອຸດົມໄຊ 1 ບ້ານ (ບ້ານມາງ, ເມືອງແບ່ງ); (2) ແຂວງຫົວ ພັນ 1 ບ້ານ (ບ້ານພັນລໍ, ເມືອງຮ້ຽມ); (3) ແຂວງຊຽງຂວາງ 2 ບ້ານ (ບ້ານມົ້ວ, ບ້ານນາສີ, ເມືອງຄູນ) ແລະ (4) ແຂວງບໍລິຄໍາໄຊ 2 ບ້ານ (ບ້ານນໍ້າອ້ອນ ແລະ ບ້ານໂພນຄໍາ, ເມືອງໄຊຈໍາພອນ) ເທົ່າກັບ 42.86% ຂອງຄາດ ໝາຍສູ້ຊົນທີ່ກໍານົດໄວ້ (ຄາດ ໝາຍສູ້ຊົນ 14 ບ້ານ).
ມາຮອດປັດຈຸບັນກອງທຶນດັ່ງກ່າວໄດ້ກວມ 17 ແຂວງ (ຍົກ ເວັ້ນແຂວງວຽງ ຈັນ), ມີ 57 ເມືອງ, ມີ 599 ບ້ານ, ມີ 599 ກອງທຶນ, ມີສະມາຊິກ 23,808 ຄອບຄົວ, ມີທຶນໝູນວຽນທັງໝົດ 44.9 ຕື້ກວ່າກີບ.
May be an image of 2 people, table, dais and text