ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກຄັ້ງທີ VI ອົງຄະນະພັກກົມໃຫຍ່ການເມືອງກອງທັບ

Feb 21, 2025

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຈັດຂຶ້ນໃນວັນທີ 20 ກຸມພາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ໃນໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ,
ໄດ້ຕີລາຄາຄືນຢ່າງພາວະວິໄສ ຕໍ່ໝາກຜົນແຫ່ງການເຄື່ອນ ໄຫວນຳພາ-ຊີ້ນຳວຽກງານຮອບ ດ້ານຂອງຄະນະພັກ ໃນໄລຍະ 5 ປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບໃນຊຸມປີຜ່ານມາ ເຮັດໃຫ້ທົ່ວກົມໃຫຍ່ການເມືອງມີຄວາມສະຫງົບໜັກແໜ້ນ, ສາມາດເປັນເສນາ ທິການດ້ານ ວຽກງານພັກ-ວຽກງານການເມືອງໃຫ້ແກ່ກະຊວງປ້ອງກັນປະເທດ.
ຄະນະພັກຍາມໃດກໍໄດ້ເປັນ ຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ແບບແຜນການນໍາພາ, ວິທີເຮັດວຽກຕາມຫລັກການລວມສູນປະຊາທິປະໄຕຂອງພັກ, ນໍາພາ-ຊີ້ນໍາໃນການຄົ້ນຄວ້ານິຕິກຳວຽກງານພັກ-ວຽກ ງານການເມືອງໃນກອງທັບ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາ ຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກອງທັບ ໂດຍສະເພາະແມ່ນພາຍໃນກົມໃຫຍ່ການເມືອງກອງທັບ ດ້ວຍຮູບການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ຕິດພັນກັບການຈັດຕັ້ງດຳເນີນຊີວິດການ ເມືອງພາຍໃນພັກເປັນປົກກະຕິ, ຊີ້ນໍາການຫັນລົງກໍ່ສ້າງຮາກ ຖານການເມືອງຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ ໂດຍສຸມໃສ່ສ້າງບ້ານປ້ອມໝັ້ນປ້ອງກັນຊາດ, ກຸ່ມບ້ານປ້ອງ ກັນຊາດເຂັ້ມແຂງ, ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ຊີ້ນໍາວຽກງານຮັບປະກັນ ຊີວິດການເປັນຢູ່, ການຄຸ້ມຄອງລ້ຽງດູທັບ, ຊຸກຍູ້ຂະບວນການ 4 ປູກ 4 ລ້ຽງ, ຂະບວນການຜະລິດຕາມທ່າແຮງຂອງກົມກອງ, ຊີ້ນໍາການກໍ່ສ້າງພື້ນຖານໂຄງລ່າງ ຕາມເງື່ອນໄຂຄວາມອາດສາມາດ,
ພ້ອມກັນນັ້ນ ໄດ້ສຸມໃສກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບ ການກໍ່ສ້າງກອງ 3 ປອດ, ກອງວັດທະນະທໍາ, ນັກຮົບວັດທະນະທຳ, ດຳເນີນການຕີລາຄາແບ່ງປະເພດ ຄຸນນະພາບໜ່ວຍພັກ, ສະມາຊິກພັກ ແລະ ຂະຫຍາຍພັກໃຫ້ຖືກ ຕ້ອງຕາມລະບຽບຫລັກການຂອງພັກ, ອັນພົ້ນເດັ່ນແມ່ນຂະບວນການດໍາເນີນຊີວິດການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການສະເຫລີມສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ໄດ້ຈັດຕັ້ງຝຶກອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບຊຸດທີ VI, ຝຶກອົບຮົມວຽກງານ ການກວດສອບເລຂາ, ຮອງເລຂາຮາກຖານພັກ ແລະ ອື່ນໆ.
ຈາກນັ້ນ, ກໍໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກກົມໃຫຍ່ການເມືອງກອງທັບຊຸດໃໝ່ ປະກອບມີ 15 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະ ສັນຢ່າງສົມບູນເລືອກເອົາ ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະ ພັກ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນປະທານກວດກາພັກ.
ນອກນັ້ນ, ຄະນະພັກອົງການກົມໃຫຍ່ຍັງປະກອບມີ: ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ, ສະຫາຍ ພັນເອກ ສອນໄຊ ຈັນຍາລາດ, ສະຫາຍ ພັນເອກ ແພງສີ ເສັງວິໄຊ, ສະຫາຍ ພັນເອກ ອຳພອນ ສຸກວິໄຊ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ສະຫາຍ ພັນເອກ ບົວສີ ສີວົງສາ, ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ແລະ ສະຫາຍ ພັນເອກ ລັດສະໝີ ຂັນອາ ສາ. ພ້ອມກັນນັ້ນ, ກໍປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງບັນລຸຕາມຄາດໝາຍ.
ໂອກາດນີ້ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມໃຫ້ທິດຊີ້ນຳຫລາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກຊຸດໃໝ່.
ຂ່າວ-ພາບ: ໜັງສືພິມກອງທັບ